8 ມີແຕ່ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ຢູ່ເບິ່ງນິມິດອັນແປກປະຫລາດນີ້. ຂ້າພະເຈົ້າບໍ່ມີເຫື່ອແຮງເຫຼືອຢູ່ເລີຍ ແລະສີໜ້າກໍປ່ຽນແປງໄປຈົນບໍ່ມີຜູ້ໃດຈື່ຂ້າພະເຈົ້າໄດ້.
ເມື່ອຢາໂຄບອອກໄປຈາກເປນີເອນ ຕາເວັນກໍກຳລັງຂຶ້ນ; ເພິ່ນຍ່າງຂາເຢັກໄປເພາະເຈັບແອວ.
ໂມເຊຄິດໃນໃຈວ່າ, “ບະ! ປະຫລາດແທ້ໆ ເປັນຫຍັງພຸ່ມໄມ້ຈຶ່ງບໍ່ໄໝ້. ເຮົາຈະລອງເຂົ້າໄປໃກ້ໆເບິ່ງດູ.”
ແລ້ວເທວະດາຕົນໜຶ່ງທີ່ມີຮູບຮ່າງເໝືອນມະນຸດກໍເດ່ມືອອກມາບາຍຮິມສົບຂອງຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເວົ້າກັບເພິ່ນທີ່ຢືນຢູ່ຂ້າງໜ້າວ່າ, “ນາຍເອີຍ ນິມິດນີ້ເຮັດໃຫ້ຂ້ານ້ອຍອ່ອນແຮງຫລາຍ ຈົນຂ້ານ້ອຍບໍ່ເຊົາສັ່ນເຊັນ.
ຂ້ານ້ອຍເປັນດັ່ງຂ້າທາດຄົນໜຶ່ງ ທີ່ຢືນຢູ່ຕໍ່ໜ້ານາຍຂອງຕົນ. ຂ້ານ້ອຍຈະເວົ້າກັບທ່ານໄດ້ຢ່າງໃດ? ຂ້ານ້ອຍບໍ່ມີແຮງຫລືມີລົມຫາຍໃຈເຫຼືອຢູ່ເລີຍ.”
ນີ້ແມ່ນບົດສຸດທ້າຍຂອງເລື່ອງ. ຂ້າພະເຈົ້າຕົກໃຈຢ້ານກົວຈົນໜ້າຊີດໄປ ແຕ່ຂ້າພະເຈົ້າກໍຍັງຈື່ຈຳເລື່ອງລາວທັງໝົດນີ້ໄວ້ໄດ້.
ໃນເວລານັ້ນ ຂ້າພະເຈົ້າກຸ້ມໃຈຫລາຍ ແລະເຈັບປ່ວຍຢູ່ເປັນເວລາຫລາຍວັນ. ເມື່ອໄຄແດ່ແລ້ວ ຂ້າພະເຈົ້າກໍລຸກໄປປະຕິບັດພາລະກິດ ທີ່ກະສັດໄດ້ມອບໝາຍໃຫ້, ແຕ່ຂ້າພະເຈົ້າຍັງງຶດງໍ້ ແລະບໍ່ເຂົ້າໃຈໃນນິມິດນັ້ນ.
ສ່ວນຂ້າພະເຈົ້າກໍຊອມເບິ່ງມັນຊົນແກະໂຕນີ້ຢູ່. ແບ້ໂຫດຮ້າຍຫລາຍ ແລະທຸ້ມແຮງທັງໝົດຊົນແກະ ຈົນເຂົາທັງສອງຂອງແກະຫັກໄປ. ຝ່າຍແກະບໍ່ມີແຮງຕ້ານທານມັນໄດ້. ມັນຖືກແບ້ຊິດລົ້ມລົງດິນ ແລະຖືກຢຽບຢໍ່າ ແລະບໍ່ມີຜູ້ໃດຊ່ວຍແກະໃຫ້ພົ້ນໄດ້.
ເມື່ອໄດ້ຍິນສິ່ງທັງໝົດນີ້ກໍຕົວສັ່ນເສຍຂວັນ ຮິມສົບຂ້ານ້ອຍກໍສັ່ນເຊັນເຕັມແຕ່ຄວາມຢ້ານ. ຕົນຕົວຂ້ານ້ອຍນັ້ນກໍອ່ອນເພຍເປ້ຍລ່ອຍ ແລະຕີນກໍຄ່ອຍມຶນຂຶ້ນຈົນຄອນແຄນໄປໝົດ. ຂ້ານ້ອຍຈະລໍຖ້າວັນເວລາມາເຖິງດ້ວຍໃຈຈົດຈໍ່ ເມື່ອພຣະອົງຈະລົງໂທດຄົນທີ່ໂຈມຕີພວກເຮົາ.
ເມື່ອພວກສາວົກໄດ້ຍິນສຽງນັ້ນ ກໍສະທ້ານຢ້ານກົວຫລາຍ ຈຶ່ງໝູບໜ້າຢູ່ກັບພື້ນດິນ.
ເປໂຕກັບສາວົກຄົນອື່ນໆຢ້ານຈົນຕົວສັ່ນ ທີ່ລາວເວົ້າເຊັ່ນນັ້ນ ເພາະບໍ່ຮູ້ວ່າຈະເວົ້າຢ່າງໃດ.
ເວລາກຳລັງມາແລະກໍມາເຖິງທີ່ນີ້ແລ້ວ ເມື່ອພວກເຈົ້າຕ້ອງພັດພາກຈາກກັນໄປບ້ານເຮືອນຂອງໃຜລາວ ແລະປ່ອຍເຮົາໄວ້ແຕ່ຜູ້ດຽວ, ແຕ່ເຮົາບໍ່ໄດ້ຢູ່ຜູ້ດຽວ ເພາະພຣະບິດາເຈົ້າສະຖິດຢູ່ກັບເຮົາ.
ແລະເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ ເນື່ອງຈາກການຊົງສຳແດງອັນຫລວງຫລາຍ ຊຶ່ງມາຈາກພຣະເຈົ້າ. ພຣະເຈົ້າໄດ້ຊົງບັນດານໃຫ້ມີສ້ຽນໜາມໃນເນື້ອກາຍຂອງເຮົາ ເປັນບໍລິວານຂອງມານຊາຕານທີ່ທຸບຕີເຮົາ ເພື່ອບໍ່ໃຫ້ເຮົາຍົກຍ້ອງຕົວຈົນເກີນໄປ.
ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າກໍລົ້ມລົງໃກ້ຕີນຂອງພຣະອົງ ເໝືອນກັບຄົນທີ່ຕາຍແລ້ວ, ແຕ່ພຣະອົງເດ່ມືຂວາມາຈັບຂ້າພະເຈົ້າ ແລະກ່າວວ່າ, “ຢ່າສູ່ຢ້ານ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ.