7 ຂ້າພະເຈົ້າຜູ້ດຽວເທົ່ານັ້ນທີ່ໄດ້ເຫັນນິມິດນີ້. ຄົນທັງຫລາຍທີ່ຢູ່ກັບຂ້າພະເຈົ້າບໍ່ໄດ້ເຫັນຫຍັງເລີຍ; ແຕ່ພວກເຂົາຢ້ານກົວແລະແລ່ນໜີໄປລີ້.
ລາວຕອບວ່າ, “ຂ້ານ້ອຍໄດ້ຍິນສຽງຂອງພຣະອົງຢູ່ໃນສວນ; ຂ້ານ້ອຍຢ້ານຫລາຍ ຈຶ່ງຫລົບລີ້ຊ່ອນຕົວຢູ່ ເພາະຂ້ານ້ອຍປະເປືອຍຢູ່.”
ພວກເຂົາຈະລີ້ຢູ່ໃນຖໍ້າ ຢູ່ໃນໂງ່ນຫີນຕາມເນີນພູ ຫລືຂຸດຮູຢູ່ໃນດິນ ເພື່ອຊອກຫາທີ່ຈະປົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າຢາເວ ແລະຫລົບລີ້ຈາກຣິດອຳນາດແລະສະຫງ່າຣາສີຂອງພຣະອົງ
ພຣະເຈົ້າຢາເວໄດ້ກ່າວວ່າ, “ບໍ່ມີຜູ້ໃດຫລົບລີ້ຈາກສາຍຕາຂອງເຮົາໄປໄດ້. ພວກເຈົ້າບໍ່ຮູ້ຫລືວ່າ ເຮົາຢູ່ທຸກໆບ່ອນທັງໃນສະຫວັນ ແລະທີ່ແຜ່ນດິນໂລກ?” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
“ມະນຸດເອີຍ ຈົ່ງສັ່ນເຊັນເມື່ອເຈົ້າກິນເຂົ້າ ແລະສັ່ນເຊັນດ້ວຍຄວາມຢ້ານເມື່ອເຈົ້າດື່ມນໍ້າ.
ບັນດາຄົນທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ ແຕ່ບໍ່ໄດ້ຍິນສຽງຂອງຜູ້ທີ່ກຳລັງກ່າວກັບຂ້າພະເຈົ້າ.
ສ່ວນຄົນທີ່ເດີນທາງໄປກັບໂຊໂລນັ້ນ ຕ່າງກໍຢືນນິ້ງຢູ່ ແລະປາກບໍ່ອອກ ພວກເຂົາໄດ້ຍິນສຽງ ແຕ່ບໍ່ເຫັນຜູ້ໃດ.
ສິ່ງທີ່ປາກົດນັ້ນ ກໍເປັນໜ້າຢ້ານຫລາຍປານນັ້ນ ຈົນໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າຢ້ານເຕັມທີຈົນຕົວສັ່ນ.”