Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 10:6 - ພຣະຄຳພີສັກສິ

6 ຕົນຕົວ​ຂອງເພິ່ນ​ສ່ອງແສງ​ເປັນ​ປະກາຍ​ເໝືອນ​ເພັດ. ໜ້າ​ຂອງ​ເພິ່ນ​ເປັນ​ແສງ​ເໝືອນ​ໄຟ. ແຂນ​ຂາ​ເຫລື້ອມ​ເປັນ​ເງົາ​ເໝືອນ​ທອງສຳຣິດ​ທີ່​ຂັດ​ສີ​ແລ້ວ ແລະ​ສຽງ​ຮ້ອງ​ຂອງ​ເພິ່ນ​ດັງ​ເໝືອນ​ສຽງ​ຮ້ອງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ.

Uka jalj uñjjattʼäta Copia luraña




ດານີເອນ 10:6
18 Jak'a apnaqawi uñst'ayäwi  

ສ່ວນ​ຢູ່​ໃນ​ແຖວ​ທີ​ສີ່​ນັ້ນ​ໃຫ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ. ແກ້ວ​ທັງໝົດ​ນີ້​ໃຫ້​ຝັງ​ລົງ​ໃສ່​ໃນ​ກະໂບກ​ຄຳ.


ສ່ວນ​ມື​ລາວ​ນັ້ນ​ກໍໄດ້​ຊັດສ່ວນ​ດີ ໃສ່​ແຫວນ​ທີ່​ປະດັບ​ດ້ວຍ​ແກ້ວຫີນ​ສີຄຳ​ເຫລື້ອມ. ໂຕ​ລາວ​ກ້ຽງ ຄີງກົມ​ດັ່ງ​ງາ​ຊ້າງເຜືອກ ທີ່​ປະດັບ​ປະດາ​ດ້ວຍ​ຫີນ​ແກ້ວ​ນິນ​ສີຄາມ.


ພວກມັນ​ກະໂດດ​ໄປມາ​ເອງ​ດ້ວຍ​ຄວາມໄວ​ສຸດຂີດ ເໝືອນ​ດັ່ງ​ຟ້າ​ຜ່າ.


ລໍ້​ທັງ​ສີ່​ນັ້ນ​ຄືກັນ​ໝົດ ແຕ່ລະອັນ​ສ່ອງ​ແສງ​ເໝືອນ​ດັ່ງ​ເພັດພອຍ ແລະ​ແຕ່ລະ​ລໍ້​ກໍ​ມີ​ລໍ້​ອີກ​ອັນ​ໜຶ່ງ​ຕັດ​ຜ່ານ​ທາງ​ກາງ


ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ບິນ​ໄປ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ປີກ​ດັງ​ເໝືອນ​ສຽງ​ຄື້ນ​ຂອງ​ທະເລ, ເໝືອນ​ສຽງ​ຂອງ​ກອງທັບ​ໃຫຍ່ ເໝືອນ​ສຽງ​ຂອງ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ເມື່ອ​ເຊົາ​ບິນ ພວກມັນ​ກໍ​ຫຸບ​ປີກ​ເຂົ້າ​ໄວ້​


ຂາ​ພວກມັນ​ຊື່​ຕົງ​ແລະ​ຕີນ​ພວກມັນ​ເບິ່ງ​ແລ້ວ​ຄື​ເລັບ​ງົວເຖິກ ມີ​ມື​ສ່ອງ​ແສງ​ດັ່ງ​ທອງສຳຣິດ.


ຂ້າພະເຈົ້າ​ໄດ້​ເຫັນ​ອີກ​ວ່າ ມີ​ລໍ້​ສີ່​ອັນ ຄື​ກັນ​ໝົດ​ແລະ​ລໍ້​ອັນ​ໜຶ່ງ​ຢູ່​ຂ້າງ​ເຄຣຸບ​ຕົນໜຶ່ງ. ລໍ້​ນັ້ນ​ສ່ອງແສງໃສ​ດັ່ງ​ແກ້ວ​ປະເສີດ ແລະ​ແຕ່ລະ​ລໍ້​ກໍ​ມີ​ລໍ້​ອີກ​ອັນ​ໜຶ່ງ​ຕັດ​ຜ່ານ​ທາງ​ກາງ.


ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ເຂົ້າ​ໄປ​ໃກ້ໆ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ຊາຍ​ຜູ້ໜຶ່ງ​ເຫລືອງເຫລື້ອມ​ດັ່ງ​ທອງສຳຣິດ. ເພິ່ນ​ຢືນ​ຢູ່​ທາງ​ປະຕູເຂົ້າ ຖື​ເຊືອກ​ແທກ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ແລະ​ມີ​ໄມ້ແທກ.


ຂ້າພະເຈົ້າ​ຈຶ່ງ​ເງີຍໜ້າ​ຂຶ້ນ​ເບິ່ງ ແລະ​ເຫັນ​ນິມິດ​ເປັນ​ໄຟ​ທີ່​ເໝືອນ​ຮ່າງ​ຂອງ​ມະນຸດ. ແຕ່​ແອວ​ລົງ​ໄປ​ຮ່າງກາຍ​ນັ້ນ​ເບິ່ງ​ເໝືອນ​ໄຟ ແລະ​ແຕ່​ແອວ​ຂຶ້ນ​ໄປ​ຮ່າງກາຍ​ນັ້ນ​ໃສ​ເຫລື້ອມ ເປັນ​ເງົາ​ເໝືອນ​ທອງສຳຣິດ.


ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ.


ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງ​ຟ້າ​ແມບ ແລະ​ເຄື່ອງ​ນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.


ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ໃບ​ໜ້າ​ຂອງ​ພຣະອົງ​ກໍ​ຊົງ​ປ່ຽນ​ໄປ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ເຫຼື້ອມໃສ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.


ດວງຕາ​ຂອງ​ພຣະອົງ​ເປັນ​ເໝືອນ​ດັ່ງ​ແປວໄຟ ແລະ​ມີ​ມົງກຸດ​ຫລາຍ​ອັນ​ເທິງ​ຫົວ​ຂອງ​ພຣະອົງ ທີ່​ເທິງ​ຫົວ​ຂອງ​ພຣະອົງ​ມີ​ຊື່​ໜຶ່ງ​ຂຽນ​ໄວ້ ແຕ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ນອກຈາກ​ພຣະອົງ​ເອງ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນ​ດັ່ງ​ແປວໄຟ ຜູ້​ທີ່​ມີ​ຕີນ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ​ຊົງ​ກ່າວ​ດັ່ງນີ້​ວ່າ,


ທີ​ຫ້າ​ບຸດ, ທີ​ຫົກ​ພິລາ, ທີ​ເຈັດ​ບຸດສະບາ​ຄຳ​ນໍ້າ​ແກ່, ທີ​ແປດ​ເພທາຍ, ທີ​ເກົ້າ​ບຸດສະບາ​ຄຳ​ນໍ້າ​ອ່ອນ, ທີ​ສິບ​ຢົກ, ທີ​ສິບເອັດ​ນິນ ແລະ​ທີ​ສິບສອງ​ເປັນ​ແກ້ວ​ເພທາຍ​ສີມ່ວງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka