5 ຂ້າພະເຈົ້າເງີຍໜ້າຂຶ້ນເຫັນຊາຍຜູ້ໜຶ່ງທີ່ນຸ່ງເຄື່ອງອັນສະຫງ່າງາມ ແລະຂັດສາຍແອວຄຳຈາກອູຟາດ.
ເພິ່ນຈະປົກຄອງຊົນຊາດຂອງເພິ່ນໂດຍຕົນເອງ ດ້ວຍຄວາມຍຸດຕິທຳແລະດ້ວຍຄວາມສັດຊື່.
ຮູບເຄົາຣົບພວກເຂົາໂອບດ້ວຍເງິນຈາກຕາກຊິດ ໂອບດ້ວຍຄຳທີ່ຖືກນຳມາຈາກແດນອູຟາດ ຊຶ່ງລ້ວນແຕ່ແຕ້ມດ້ວຍສີມືຂອງນັກສິນລະປິນ ພວກເຂົານຸ່ງເຄື່ອງງົດງາມໃຫ້ຮູບເຄົາຣົບເຫຼົ່ານັ້ນ ເປັນສີແດງແຈດແລະສີມ່ວງຢ່າງດີ ຊຶ່ງຊ່າງຜູ້ຊຳນິຊຳນານຕໍ່າອອກມາໃຫ້.
ໃນທັນໃດນັ້ນ ຊາຍຫົກຄົນໄດ້ອອກມາແຕ່ປະຕູຂ້າງນອກ ທາງທິດເໜືອຂອງພຣະວິຫານແຕ່ລະຄົນຖືອາວຸດຄົບມື. ໃນພວກເຂົານັ້ນມີຊາຍຜູ້ໜຶ່ງມານຳ ຊຶ່ງນຸ່ງເຄື່ອງຜ້າປ່ານເນື້ອລະອຽດດີ ແລະຖືເຄື່ອງຂຽນຢ່າງໜຶ່ງມາດ້ວຍ. ພວກເຂົາທັງໝົດມາຢືນຢູ່ໃກ້ກັບແທ່ນບູຊາທີ່ເປັນທອງສຳຣິດ.
ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ.
ເຫດສະນັ້ນ ເຈົ້າທັງຫລາຍຈົ່ງຢຶດໝັ້ນເອົາຄວາມຈິງຄາດແອວໄວ້ ເອົາຄວາມຊອບທຳເປັນເຄື່ອງປ້ອງກັນເອິກໄວ້
ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?”