Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 10:3 - ພຣະຄຳພີສັກສິ

3 ຂ້າພະເຈົ້າ​ບໍ່ໄດ້​ກິນ​ອາຫານ​ແຊບ ຫລື​ຊີ້ນ​ໃດໆ ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ບໍ່ໄດ້​ຫວີຜົມ​ຈົນກວ່າ​ສາມ​ອາທິດ​ໄດ້​ຜ່ານ​ພົ້ນ​ໄປ.

Uka jalj uñjjattʼäta Copia luraña




ດານີເອນ 10:3
11 Jak'a apnaqawi uñst'ayäwi  

ຕໍ່ມາ ເມຟີໂບເຊັດ​ຫລານຊາຍ​ຂອງ​ກະສັດ​ໂຊນ ກໍ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ເພື່ອ​ຕ້ອນຮັບ​ກະສັດ. ນັບ​ຕັ້ງແຕ່​ກະສັດ​ໜີ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເມຟີໂບເຊັດ​ບໍ່ໄດ້​ລ້າງ​ຕີນ, ບໍ່ໄດ້​ແຖ​ໜວດ, ບໍ່ໄດ້​ຊັກເຄື່ອງ, ຈົນເຖິງ​ມື້​ທີ່​ກະສັດ​ກັບຄືນ​ມາ​ຢ່າງ​ມີໄຊ.


ຄົນ​ເຈັບປ່ວຍ​ນັ້ນ ເບື່ອ​ທີ່​ຈະ​ກິນ​ອາຫານ ແມ່ນແຕ່​ອາຫານ​ດີທີ່ສຸດ​ກໍ​ເບິ່ງ​ເປັນ​ໜ້າເບື່ອ.


ຕໍ່ມາ ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ​ເອີຍ ຢ່າສູ່​ຢ້ານກົວ​ເລີຍ. ມື້​ທຳອິດ​ທີ່​ເຈົ້າ​ຕັດສິນໃຈ​ຖ່ອມຕົວ​ລົງ​ພາວັນນາ​ອະທິຖານ ແລະ​ຂໍ​ຄວາມ​ເຂົ້າໃຈ​ຕໍ່ໜ້າ​ພຣະເຈົ້າ​ຂອງເຈົ້າ ພຣະອົງ​ໄດ້​ຮັບ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ເຮົາ​ມາ​ກໍ​ເພື່ອ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ.


ລາວ​ຈະ​ເອົາ​ຮູບເຄົາຣົບ​ຂອງ​ພວກເຂົາ ພ້ອມ​ດ້ວຍ​ສິ່ງຂອງ​ທີ່​ເຮັດ​ດ້ວຍ​ເງິນ​ດ້ວຍ​ຄຳ ແລະ​ຂົນ​ທັງໝົດ​ໄປ​ປະເທດ​ເອຢິບ. ຫລັງຈາກ​ນັ້ນ​ຈະ​ມີ​ຄວາມ​ສະຫງົບສຸກ​ຢູ່​ຫລາຍ​ປີ


ແລ້ວ​ກະສັດ​ກໍ​ກັບຄືນ​ເມືອ​ວັງ​ຂອງຕົນ ແລະ​ນອນ​ບໍ່​ຫລັບ​ທັງຄືນ ທັງ​ບໍ່ໄດ້​ກິນ​ອາຫານ​ຫລື​ບໍ່​ໃຫ້​ມີ​ການ​ມ່ວນຊື່ນ​ລື້ນເລີງ​ໃດໆ.


ພວກເຈົ້າ​ຂົ່ມເຫັງ​ຄົນ​ຍາກຈົນ ແລະ​ລັກ​ເອົາ​ເຂົ້າຂອງ​ຂອງ​ພວກເຂົາ. ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ຫລັງ​ງາມໆ​ທີ່​ພວກເຈົ້າ​ສ້າງ​ຂຶ້ນ​ມາ​ດ້ວຍ​ຫີນ ຫລື​ຈະ​ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ອັນ​ສວຍງາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້.


ຈົ່ງ​ປຸ້ນ​ເອົາ​ເງິນ​ເຖີດ ຈົ່ງ​ປຸ້ນ​ເອົາ​ຄຳ​ໄປ ເພາະ​ຊັບສົມບັດ​ກໍ​ມີ​ເຕັມ​ທົ່ວໄປ​ໃນ​ເມືອງ​ນີ້.


ເມື່ອ​ເຈົ້າ​ຖືສິນ​ອົດອາຫານ​ນັ້ນ ຈົ່ງ​ລ້າງ​ໜ້າ​ແລະ​ຫວີຜົມ,


ເຈົ້າ​ບໍ່ໄດ້​ເອົາ​ນໍ້າຫອມ​ຫົດ​ຫົວ​ຂອງເຮົາ ແຕ່​ນາງ​ໄດ້​ເອົາ​ນໍ້າຫອມ​ລາຄາ​ແພງ​ຫົດ​ຕີນ​ຂອງເຮົາ.


ແຕ່​ເຮົາ​ທຸບຕີ​ຮ່າງກາຍ​ຂອງເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະກາດ​ແກ່​ຄົນອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງຂັນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka