Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 10:2 - ພຣະຄຳພີສັກສິ

2 ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ໄວ້ທຸກ​ຢູ່​ເປັນ​ເວລາ​ສາມ​ອາທິດ.

Uka jalj uñjjattʼäta Copia luraña




ດານີເອນ 10:2
13 Jak'a apnaqawi uñst'ayäwi  

ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ນັ່ງ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ. ຂ້າພະເຈົ້າ​ໄວ້ທຸກ​ແລະ​ບໍ່​ຮັບປະທານ​ອາຫານ​ເປັນ​ເວລາ​ຫລາຍ​ວັນ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ວ່າ,


ຂ້ານ້ອຍ​ທູນ​ຖາມ​ພຣະເຈົ້າ​ອົງ​ເປັນ​ສີລາ​ຂອງ​ຂ້ານ້ອຍ​ວ່າ, “ເປັນຫຍັງ​ໜໍ​ຈຶ່ງ​ໄດ້​ລືມໄລ​ຂ້ານ້ອຍ? ເປັນຫຍັງ​ໜໍ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ທໍລະມານ ຈາກ​ຄວາມ​ໂຫດຫ້ຽມ​ຂອງ​ເຫຼົ່າ​ສັດຕູ​ນັ້ນ?”


ພຣະອົງ​ເປັນ​ຜູ້​ປົກປ້ອງ​ຄຸ້ມຄອງ​ເປັນຫຍັງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ ແລະ​ດ້ວຍເຫດໃດ​ຈຶ່ງ​ໃຫ້​ຂ້ານ້ອຍ​ທົນທຸກ​ທໍລະມານ​ຈາກ​ສັດຕູ​ຜູ້​ໂຫດຮ້າຍ?


ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ເຢຣູຊາເລັມ ພວກເຈົ້າ​ທຸກຄົນ​ທີ່​ຮັກແພງ​ນະຄອນ​ນີ້ ບັດນີ້ ຈົ່ງ​ຍິນດີ​ເຖີດ ຈົ່ງ​ດີໃຈ​ນຳ​ນະຄອນ​ນີ້​ສາ ພວກເຈົ້າ​ທຸກຄົນ​ທີ່​ໄດ້​ໄວ້ທຸກ​ໃຫ້​ນະຄອນ​ນີ້


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ຕໍ່ມາ ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ​ເອີຍ ຢ່າສູ່​ຢ້ານກົວ​ເລີຍ. ມື້​ທຳອິດ​ທີ່​ເຈົ້າ​ຕັດສິນໃຈ​ຖ່ອມຕົວ​ລົງ​ພາວັນນາ​ອະທິຖານ ແລະ​ຂໍ​ຄວາມ​ເຂົ້າໃຈ​ຕໍ່ໜ້າ​ພຣະເຈົ້າ​ຂອງເຈົ້າ ພຣະອົງ​ໄດ້​ຮັບ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ເຮົາ​ມາ​ກໍ​ເພື່ອ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ.


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ໂສກເສົ້າ ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ຊັ້ນບໍ? ຄົງ​ເປັນ​ໄປ​ບໍ່ໄດ້ ແຕ່​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈຶ່ງ​ຈະ​ຖືສິນ​ອົດອາຫານ.”


ວ່າ, ຈິດໃຈ​ຂອງເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໂສກ​ໜັກ ແລະ​ມີ​ຄວາມ​ເຈັບປວດ​ໃນ​ຫົວໃຈ​ຢ່າງ​ບໍ່​ສິ້ນສຸດ


ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.


ຖ້າ​ຜູ້ໃດ​ພະຍາຍາມ​ເຮັດ​ຮ້າຍ​ໃຫ້​ພະຍານ​ທັງສອງ​ນັ້ນ ໄຟ​ຈະ​ອອກ​ມາ​ຈາກ​ປາກ​ຂອງ​ພວກເພິ່ນ ແລະ​ເຜົາຜານ​ສັດຕູ​ຂອງ​ພວກເພິ່ນ​ເສຍ. ຖ້າ​ຜູ້ໃດ​ທີ່​ຢາກ​ທຳຮ້າຍ​ພວກເພິ່ນ ຜູ້ນັ້ນ​ກໍ​ຕ້ອງ​ຕາຍ​ຢ່າງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka