Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 10:16 - ພຣະຄຳພີສັກສິ

16 ແລ້ວ​ເທວະດາ​ຕົນ​ໜຶ່ງ​ທີ່​ມີ​ຮູບຮ່າງ​ເໝືອນ​ມະນຸດ​ກໍ​ເດ່​ມື​ອອກ​ມາ​ບາຍ​ຮິມສົບ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ເພິ່ນ​ທີ່​ຢືນ​ຢູ່​ຂ້າງ​ໜ້າ​ວ່າ, “ນາຍ​ເອີຍ ນິມິດ​ນີ້​ເຮັດ​ໃຫ້​ຂ້ານ້ອຍ​ອ່ອນແຮງ​ຫລາຍ ຈົນ​ຂ້ານ້ອຍ​ບໍ່​ເຊົາ​ສັ່ນເຊັນ.

Uka jalj uñjjattʼäta Copia luraña




ດານີເອນ 10:16
29 Jak'a apnaqawi uñst'ayäwi  

ແຕ່​ໂມເຊ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ບໍ່ໄດ້​ດອກ ພຣະເຈົ້າຢາເວ​ເອີຍ ຂໍ​ຢ່າ​ໃຊ້​ຂ້ານ້ອຍ​ໄປ​ເທາະ. ຂ້ານ້ອຍ​ເອງ​ເປັນ​ຄົນ​ເວົ້າ​ບໍ່​ເກັ່ງ ແລະ​ບໍ່ມີ​ສີ​ປາກ​ມາ​ແຕ່​ໃດໆ, ຕັ້ງແຕ່​ພຣະອົງ​ໄດ້​ເລີ່ມ​ກ່າວ​ແກ່​ຂ້ານ້ອຍ​ມາ​ນີ້ ຂ້ານ້ອຍ​ແຮ່ງ​ເວົ້າ​ອອກ​ຍາກ​ຫລາຍ ເວົ້າ​ເກິໆກະໆ​ບໍ່ລ່ຽນ​ບໍ່ໄຫລ.”


ແຕ່​ໂມເຊ​ຍັງ​ຕອບ​ວ່າ, “ຂໍ​ພຣະອົງ​ໃຊ້​ຄົນອື່ນ​ໄປ​ສາ.”


ທ່ານ​ເປັນ​ຄົນ​ສະຫລາດ​ຫລາຍ​ເທົ່າໃດ ທ່ານ​ແຮ່ງ​ເປັນ​ຄົນ​ວິຕົກ​ກັງວົນ​ຫລາຍ​ເທົ່ານັ້ນ ທ່ານ​ຮູ້​ຫລາຍ​ເທົ່າໃດ ທ່ານ​ແຮ່ງ​ເຈັບປວດ​ຫລາຍ​ເທົ່ານັ້ນ.


ເສຣາຟິມ​ຕົນ​ນັ້ນ​ໄດ້​ເອົາ​ຖ່ານໄຟ​ແປະ​ໃສ່​ທີ່​ຮີມສົບ​ຂອງ​ຂ້າພະເຈົ້າ ພ້ອມ​ທັງ​ກ່າວ​ວ່າ, “ຖ່ານໄຟ​ນີ້​ໄດ້​ຖືກ​ຮີມສົບ​ເຈົ້າ ບັດນີ້​ຄວາມຜິດ​ຂອງ​ເຈົ້າ​ໄດ້​ໝົດ​ໄປ​ແລ້ວ ແລະ​ບາບ​ຂອງເຈົ້າ​ກໍໄດ້​ຮັບ​ການອະໄພ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ຢູ່​ເທິງ​ວົງ​ໂຄ້ງ​ນັ້ນ​ມີ​ສິ່ງ​ໜຶ່ງ ເບິ່ງ​ເໝືອນ​ບັນລັງ​ທີ່​ເຮັດ​ດ້ວຍ​ແກ້ວ​ມໍຣະກົດ ແລະ​ມີ​ຮູບຮ່າງ​ໜຶ່ງ​ເບິ່ງ​ເໝືອນ​ມະນຸດ​ທີ່​ກຳລັງ​ນັ່ງ​ເທິງ​ບັນລັງ​ນັ້ນ.


ຄັນ​ເມື່ອ​ເຮົາ​ກ່າວ​ແກ່​ເຈົ້າ​ອີກ ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ສາມາດ​ເວົ້າ​ໄດ້​ອີກ. ເຈົ້າ​ຈະ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້.’ ບາງຄົນ​ໃນ​ພວກເຂົາ​ຈະ​ຟັງ​ແຕ່​ບາງຄົນ​ຈະ​ເມີນເສີຍ​ຕໍ່​ເຈົ້າ ເພາະ​ພວກເຂົາ​ເປັນ​ຊົນຊາດ​ຂອງ​ຄົນ​ກະບົດ.”


ໃນ​ຕອນຄໍ່າ​ກ່ອນ​ຊາຍ​ຄົນ​ນັ້ນ​ມາ​ເຖິງ ຂ້າພະເຈົ້າ​ຕົກ​ຢູ່​ພາຍໃຕ້​ອຳນາດ​ຂອງ​ພຣະເຈົ້າຢາເວ. ເມື່ອ​ຊາຍ​ຄົນ​ນັ້ນ​ມາຮອດ​ໃນ​ຕອນເຊົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ຣິດ​ປາກເວົ້າ​ໄດ້​ອີກ.


ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທີ່​ເພິ່ນ​ກ່າວ ແຕ່​ບໍ່​ເຂົ້າໃຈ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ນາຍ​ເອີຍ ສິ່ງ​ນີ້​ຈະ​ສິ້ນສຸດ​ລົງ​ໄດ້​ຢ່າງໃດ?”


ແລ້ວ​ດານີເອນ (ຜູ້​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ) ກໍ​ອຸກໃຈ​ຈົນ​ເວົ້າ​ຢ່າງໃດ​ບໍ່ໄດ້. ກະສັດ​ໄດ້​ກ່າວ​ຕໍ່​ລາວ​ວ່າ, “ເບັນເຕຊັດຊາເຣ​ເອີຍ ຢ່າ​ໃຫ້​ຄວາມຝັນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ນັ້ນ ເຮັດ​ໃຫ້​ເຈົ້າ​ຕົກໃຈ​ເລີຍ.” ເບັນເຕຊັດຊາເຣ​ໄດ້​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຢາກ​ໃຫ້​ຄວາມຝັນ ແລະ​ຄຳ​ແກ້​ຄວາມຝັນ​ນັ້ນ​ຕົກ​ຖືກ​ພວກ​ສັດຕູ​ຂອງທ່ານ ແທນ​ທີ່​ຈະ​ຕົກ​ຖືກ​ທ່ານເອງ.


ນິມິດ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ເຮັດ​ໃຫ້​ຂ້າພະເຈົ້າ​ຕື່ນ​ຕົກໃຈ ແລະ​ຂ້າພະເຈົ້າ​ກໍ​ເປັນທຸກໃຈ​ທີ່ສຸດ.


ນີ້​ແມ່ນ​ບົດ​ສຸດທ້າຍ​ຂອງ​ເລື່ອງ. ຂ້າພະເຈົ້າ​ຕົກໃຈ​ຢ້ານກົວ​ຈົນ​ໜ້າຊີດ​ໄປ ແຕ່​ຂ້າພະເຈົ້າ​ກໍ​ຍັງ​ຈື່ຈຳ​ເລື່ອງລາວ​ທັງໝົດ​ນີ້​ໄວ້​ໄດ້.


ຂ້າພະເຈົ້າ​ພະຍາຍາມ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ ແລະ​ທັນໃດນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ຢືນ​ຢູ່​ຕໍ່ໜ້າ​ຂ້າພະເຈົ້າ.


ຄັບຣີເອນ​ຈຶ່ງ​ມາ​ຢືນ​ຢູ່​ທີ່​ຂ້າງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ຕົກໃຈ​ຫລາຍ​ຈົນ​ລົ້ມລົງ​ກັບ​ພື້ນດິນ. ຄັບຣີເອນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຂົ້າໃຈ​ຄວາມໝາຍ​ເຖີດ. ນິມິດ​ນັ້ນ​ເປັນ​ຈຸດ​ຊີ້ບອກ​ການ​ສິ້ນສຸດ​ຂອງ​ໂລກ.”


ໃນ​ຂະນະທີ່​ຄັບຣີເອນ​ກຳລັງ​ເວົ້າ​ຢູ່​ນັ້ນ ຂ້າພະເຈົ້າ​ກໍ​ໝົດ​ສະຕິໄປ ແລະ​ສະຫລົບ​ລົ້ມລົງ​ກັບ​ບ່ອນ, ແຕ່​ເພິ່ນ​ໄດ້​ໂຊມ​ຂ້າພະເຈົ້າ​ລຸກຢືນຂຶ້ນ


ໃນ​ເວລາ​ນັ້ນ ຂ້າພະເຈົ້າ​ກຸ້ມໃຈ​ຫລາຍ ແລະ​ເຈັບປ່ວຍ​ຢູ່​ເປັນ​ເວລາ​ຫລາຍ​ວັນ. ເມື່ອ​ໄຄ​ແດ່​ແລ້ວ ຂ້າພະເຈົ້າ​ກໍ​ລຸກ​ໄປ​ປະຕິບັດ​ພາລະກິດ ທີ່​ກະສັດ​ໄດ້​ມອບໝາຍ​ໃຫ້, ແຕ່​ຂ້າພະເຈົ້າ​ຍັງ​ງຶດງໍ້ ແລະ​ບໍ່​ເຂົ້າໃຈ​ໃນ​ນິມິດ​ນັ້ນ.


ເມື່ອ​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ກໍ​ມີ​ເທວະດາ​ຄັບຣີເອນ ຕົນ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ນິມິດ​ເທື່ອ​ທຳອິດ​ນັ້ນ ເຫາະ​ລົງ​ມາ​ສູ່​ບ່ອນ​ຂ້າພະເຈົ້າ​ຢູ່. ພໍດີ​ເປັນ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຕອນຄໍ່າ.


ເວລາ​ດຽວກັນ​ນັ້ນ ເຊກາຣີຢາ​ກໍ​ປາກ​ໄດ້​ອີກ ເພິ່ນ​ຈຶ່ງ​ອອກ​ປາກ​ສັນລະເສີນ​ພຣະເຈົ້າ.


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.


ໂທມາ​ຕອບ​ພຣະອົງ​ວ່າ, “ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ.”


ຊາຍ​ຜູ້ນັ້ນ​ໄດ້​ຕອບ​ວ່າ, “ເຮົາ​ບໍ່​ເປັນ​ຝ່າຍ​ໃດ​ໝົດ ເຮົາ​ມາ​ນີ້​ໃນ​ຖານະ​ເປັນ​ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ.” ໂຢຊວຍ​ຈຶ່ງ​ກົ້ມຂາບ​ລົງ​ພື້ນດິນ ແລະ​ຖາມ​ວ່າ, “ທ່ານເອີຍ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ທ່ານ​ຢາກ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຫຍັງ?”


ແລະ​ໃນ​ທ່າມກາງ​ຄັນ​ຕະກຽງ​ຄຳ​ເຫຼົ່ານັ້ນ, ມີ​ຜູ້ໜຶ່ງ​ເໝືອນ​ບຸດ​ມະນຸດ ນຸ່ງ​ເສື້ອລ່າມ​ກວມ​ຕີນ ມີ​ຜ້າບ່ຽງ​ຄຳ​ຄຽນ​ເອິກ​ຂອງ​ພຣະອົງ.


ແລ້ວ​ມາໂນອາ​ກໍໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ໃຊ້​ຄົນ​ຂອງ​ພຣະເຈົ້າ​ກັບຄືນ​ມາ​ບອກ​ພວກ​ຂ້ານ້ອຍ​ອີກ​ແດ່​ວ່າ ພວກ​ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງ​ໃດ​ກັບ​ເດັກນ້ອຍ​ທີ່​ຈະ​ເກີດ​ມາ​ນັ້ນ.”


ຝ່າຍ​ກີເດໂອນ​ກໍ​ເວົ້າ​ຕໍ່​ເທວະດາ​ນັ້ນ​ວ່າ, “ທ່ານເອີຍ ຂ້ານ້ອຍ​ຂໍ​ຖາມ​ວ່າ ຖ້າ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກ​ຂ້ານ້ອຍ​ແທ້ ເປັນຫຍັງ​ເຫດ​ຮ້າຍ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ? ສິ່ງ​ອັດສະຈັນ​ຕ່າງໆ​ທີ່​ປູ່ຍ່າຕາຍາຍ​ໄດ້​ເລົ່າ​ສູ່​ພວກ​ຂ້ານ້ອຍ​ຟັງ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄປ​ໃສ​ໝົດ? ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ ແລະ​ໄດ້​ມອບ​ພວກ​ຂ້ານ້ອຍ​ໃຫ້​ຢູ່​ໃຕ້​ກຳມື​ພວກ​ມີດີອານ.”


ກີເດໂອນ​ຕອບ​ຄືນ​ວ່າ, “ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ໄດ້​ຢ່າງ​ໃດ ເພາະ​ຕະກຸນ​ຂອງ​ຂ້ານ້ອຍ​ເປັນ​ຕະກຸນ​ອ່ອນແອ​ທີ່ສຸດ​ໃນ​ເຜົ່າ​ມານາເຊ ແລະ​ຂ້ານ້ອຍ​ເອງ​ກໍ​ເປັນ​ຄົນ​ທີ່​ມີ​ຄວາມ​ສຳຄັນ​ໜ້ອຍ​ກວ່າໝູ່​ໃນ​ຄອບຄົວ​ຂອງ​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka