13 ເທວະດາຕົນທີ່ພິທັກຮັກສາອານາຈັກເປີເຊຍ ໄດ້ຂັດຂວາງເຮົາໄວ້ເປັນເວລາຊາວເອັດວັນ. ແລ້ວມີຄາເອນ ເທວະດາຊັ້ນຫົວໜ້າຕົນໜຶ່ງໄດ້ມາຊ່ວຍເຮົາ ເພາະເຮົາຖືກຢັບຢັ້ງໄວ້ຢູ່ໃນອານາຈັກເປີເຊຍ.
ການກໍ່ສ້າງວິຫານຂອງພຣະເຈົ້າໄດ້ຢຸດສະຫງັກລົງ ແລະຄ້າງຄາຢູ່ຢ່າງນັ້ນ ຈົນເຖິງຣາຊການປີທີສອງຂອງກະສັດດາຣິອຸດແຫ່ງເປີເຊຍ.
“ໃນເວລານັ້ນ ມີຄາເອນເທວະດາຕົນໃຫຍ່ ຜູ້ທີ່ຮັກສາປະຊາຊົນຂອງພຣະອົງຈະມາປາກົດ. ແລ້ວກໍຈະມີການລຳບາກໜັກເກີດຂື້ນຢ່າງບໍ່ເຄີຍມີມານັບຕັ້ງແຕ່ມີຊົນຊາດທັງຫລາຍ. ເມື່ອເຖິງເວລານັ້ນ ປະຊາຊົນທັງປວງຂອງເຈົ້າທີ່ມີຊື່ໃນໜັງສືຂອງພຣະເຈົ້າຈະໄດ້ພົ້ນ.
ດ້ວຍວ່າ, ພວກເຮົາບໍ່ໄດ້ຕໍ່ສູ້ກັບເລືອດແລະເນື້ອໜັງ ແຕ່ຕໍ່ສູ້ກັບເຫຼົ່າວິນຍານ ທີ່ມີອຳນາດຊົ່ວຮ້າຍໃນອາກາດສະຖານ ຄືຜູ້ຄອບຄອງ, ບັນດາຜູ້ມີອຳນາດ ແລະບັນດາເຫຼົ່າວິນຍານຜີຊົ່ວຮ້າຍທັງຫລາຍ ທີ່ຄອບຄອງຢູ່ໃນຍຸກມືດນີ້.
ແລະພວກເຈົ້າກໍໄດ້ມີຊີວິດຢ່າງເຕັມບໍຣິບູນຢູ່ໃນພຣະອົງ ຜູ້ຊົງເປັນໃຫຍ່ເໜືອການປົກຄອງແລະອຳນາດທຸກຢ່າງ.
ພວກເຮົາຢາກກັບມາຫາພວກເຈົ້າ ເຮົາເອງຄືໂປໂລ ພະຍາຍາມທີ່ຈະກັບມາຫາພວກເຈົ້າຫລາຍເທື່ອແລ້ວ ແຕ່ມານຊາຕານໄດ້ຂັດຂວາງພວກເຮົາໄວ້.
ຜູ້ໄດ້ສະເດັດເຂົ້າໃນສະຫວັນ ແລະຊົງສະຖິດຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ໂດຍມີຝູງເທວະດາແລະບັນດາຜູ້ມີອຳນາດ ແລະຣິດເດດຖືກຊົງມອບໄວ້ ໃຫ້ຢູ່ໃຕ້ອຳນາດຂອງພຣະອົງແລ້ວ.
ແມ່ນແຕ່ມີຄາເອນ ຜູ້ເປັນນາຍເທວະດາ ໃນການຜິດຖຽງຂອງເພິ່ນກັບມານຮ້າຍ ທັງສອງໄດ້ຖົກຖຽງກັນໃນເລື່ອງຊາກສົບຂອງໂມເຊ ມີຄາເອນບໍ່ໄດ້ກ່າວໂທດມານຮ້າຍດ້ວຍຄຳເວົ້າທີ່ຫຍາບຊ້າ ແຕ່ໄດ້ກ່າວວ່າ, “ຂໍອົງພຣະຜູ້ເປັນເຈົ້າເປັນຜູ້ຕິຕຽນເຈົ້າເທີ້ນ.”
ຂະນະນັ້ນ ໄດ້ເກີດສົງຄາມຂຶ້ນໃນສະຫວັນ ມີຄາເອນແລະຝູງເທວະດາຝ່າຍຕົນ ໄດ້ຕໍ່ສູ້ກັບພະຍານາກ ຝ່າຍພະຍານາກແລະຝູງບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ,