10 ແລ້ວມີມືໜຶ່ງໂຊມຂ້າພະເຈົ້າໃຫ້ລຸກ ໂດຍຊູຫົວເຂົ່າ ແລະມືຂອງຂ້າພະເຈົ້າຂຶ້ນ ແຕ່ຕົວກໍຍັງສັ່ນຢູ່.
ແລ້ວພຣະເຈົ້າຢາເວກໍເດ່ມືອອກແຕະທີ່ປາກຂອງຂ້າພະເຈົ້າ ແລະພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ເບິ່ງດູ ເຮົາກຳລັງເອົາຖ້ອຍຄຳຂອງເຮົາໃສ່ເຂົ້າໄປໃນປາກຂອງເຈົ້າເພື່ອໃຫ້ເຈົ້າກ່າວ.
ແລ້ວເທວະດາຕົນໜຶ່ງທີ່ມີຮູບຮ່າງເໝືອນມະນຸດກໍເດ່ມືອອກມາບາຍຮິມສົບຂອງຂ້າພະເຈົ້າ. ຂ້າພະເຈົ້າຈຶ່ງເວົ້າກັບເພິ່ນທີ່ຢືນຢູ່ຂ້າງໜ້າວ່າ, “ນາຍເອີຍ ນິມິດນີ້ເຮັດໃຫ້ຂ້ານ້ອຍອ່ອນແຮງຫລາຍ ຈົນຂ້ານ້ອຍບໍ່ເຊົາສັ່ນເຊັນ.
ແລ້ວເພິ່ນກໍຈັບບາຍຂ້າພະເຈົ້າອີກເທື່ອໜຶ່ງ ຂ້າພະເຈົ້າຈຶ່ງຮູ້ສຶກມີແຮງຂຶ້ນ.
ໃນຂະນະທີ່ຄັບຣີເອນກຳລັງເວົ້າຢູ່ນັ້ນ ຂ້າພະເຈົ້າກໍໝົດສະຕິໄປ ແລະສະຫລົບລົ້ມລົງກັບບ່ອນ, ແຕ່ເພິ່ນໄດ້ໂຊມຂ້າພະເຈົ້າລຸກຢືນຂຶ້ນ
ເມື່ອຂ້າພະເຈົ້າກຳລັງພາວັນນາອະທິຖານຢູ່ນັ້ນ ກໍມີເທວະດາຄັບຣີເອນ ຕົນທີ່ຂ້າພະເຈົ້າໄດ້ເຫັນໃນນິມິດເທື່ອທຳອິດນັ້ນ ເຫາະລົງມາສູ່ບ່ອນຂ້າພະເຈົ້າຢູ່. ພໍດີເປັນເວລາຖວາຍເຄື່ອງບູຊາໃນຕອນຄໍ່າ.
ເມື່ອຂ້າພະເຈົ້າໄດ້ເຫັນພຣະອົງ ຂ້າພະເຈົ້າກໍລົ້ມລົງໃກ້ຕີນຂອງພຣະອົງ ເໝືອນກັບຄົນທີ່ຕາຍແລ້ວ, ແຕ່ພຣະອົງເດ່ມືຂວາມາຈັບຂ້າພະເຈົ້າ ແລະກ່າວວ່າ, “ຢ່າສູ່ຢ້ານ ເຮົາເປັນຜູ້ຕົ້ນແລະເປັນຜູ້ປາຍ.