Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 10:1 - ພຣະຄຳພີສັກສິ

1 ໃນ​ປີ​ທີ​ສາມ ທີ່​ເຈົ້າ​ໄຊຣັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ​ນັ້ນ ດານີເອນ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ທາງ​ນິມິດ (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ). ຖ້ອຍຄຳ​ນັ້ນ​ເປັນ​ຄວາມຈິງ ແຕ່​ເຂົ້າໃຈ​ຍາກ​ທີ່ສຸດ. ຖ້ອຍຄຳ​ນີ້​ໄດ້​ຖືກ​ອະທິບາຍ​ໃຫ້​ລາວ​ຮູ້​ທາງ​ນິມິດ.

Uka jalj uñjjattʼäta Copia luraña




ດານີເອນ 10:1
28 Jak'a apnaqawi uñst'ayäwi  

ສາເຫດ​ທີ່​ທ່ານ​ຝັນ​ສອງ​ເທື່ອນັ້ນ ໝາຍຄວາມວ່າ​ພຣະເຈົ້າ​ໄດ້​ກຳນົດ​ການ​ນີ້​ໄວ້​ແລ້ວ ແລະ​ພຣະເຈົ້າ​ຈະ​ໃຫ້​ສິ່ງ​ນັ້ນ​ເກີດຂຶ້ນ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.


ໃນ​ປີ​ທີ​ໜຶ່ງ ຊຶ່ງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ກະສັດ​ໄຊຣັດ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ທຸກໆ​ບ່ອນ​ໃນ​ອານາຈັກ​ຂອງເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:


ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.


ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”


ພວກເຂົາ​ຍັງ​ໄດ້​ໃຫ້​ສິນບົນ​ແກ່​ພວກ​ຂ້າຣາຊການ​ເປີເຊຍ ເພື່ອ​ໃຫ້​ດຳເນີນການ​ຕໍ່ຕ້ານ​ພວກ​ຢິວ. ພວກເຂົາ​ສືບຕໍ່​ເຮັດ​ຢູ່​ຢ່າງນີ້ ຕະຫລອດ​ຣາຊການ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ ຈົນເຖິງ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແຫ່ງ​ເປີເຊຍ.


ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ກໍ່ສ້າງ​ພຣະວິຫານ​ຢ່າງ​ກ້າວໜ້າ​ດີ ໂດຍ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ຜູ້ທຳນວາຍ​ຮັກກາຍ​ແລະ​ເຊກາຣີຢາ​ເຊື້ອສາຍ​ຂອງ​ອິດໂດ. ພວກເຂົາ​ໄດ້​ກໍ່ສ້າງ​ພຣະວິຫານ​ສຳເລັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ແລະ​ຂອງ​ບັນດາ​ຈັກກະພັດ​ແຫ່ງ​ເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ​ອາກຕາເຊເຊັດ.


“ໃນ​ຣາຊການ​ປີ​ທີ​ໜຶ່ງ​ຂອງ​ກະສັດ​ໄຊຣັດ ເພິ່ນ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ໃຫ້​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍບູຊາ. ວິຫານ​ນັ້ນ​ໃຫ້​ສູງ​ໄດ້​ຊາວເຈັດ​ແມັດ ແລະ​ໃຫ້​ກວ້າງ​ໄດ້​ຊາວເຈັດ​ແມັດ.


ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’


ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.


ດານີເອນ​ໄດ້​ຮັບໃຊ້​ໃນ​ຣາຊການ​ເລື້ອຍ​ມາ ຈົນເຖິງ​ສະໄໝ​ຂອງ​ເຈົ້າໄຊຣັດ ກະສັດ​ແຫ່ງ​ເປີເຊຍ ຕີ​ເອົາ​ບາບີໂລນ​ໄດ້.


ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.


ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ປະຊາຊົນ​ຂອງເຈົ້າ​ໃນ​ອະນາຄົດ. ອັນ​ນີ້​ແມ່ນ​ນິມິດ​ກ່ຽວກັບ​ອະນາຄົດ.”


ສິ່ງ​ທີ່​ເຮົາ​ຈະ​ບອກ​ຕໍ່ໄປນີ້​ເປັນ​ຄວາມຈິງ.” ເທວະດາ​ໄດ້​ກ່າວ​ວ່າ, “ມີ​ກະສັດ​ອີກ​ສາມ​ຄົນ​ທີ່​ຈະ​ປົກຄອງ​ປະເທດ​ເປີເຊຍ​ຕິດຕາມ​ດ້ວຍ​ຄົນ​ທີ​ສີ່; ຜູ້​ນີ້​ຈະ​ຮັ່ງມີ​ກວ່າ​ຄົນອື່ນໆ​ທັງໝົດ. ໃນ​ເວລາ​ທີ່​ລາວ​ເຂັ້ມແຂງ ແລະ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ​ຢູ່​ນັ້ນ ລາວ​ຈະ​ທ້າທາຍ​ກັບ​ອານາຈັກ​ກຣີກ.


ແຕ່​ເຈົ້າ​ດານີເອນ​ເອີຍ ໃຫ້​ເຈົ້າ​ຮຳ​ໜັງສື​ມ້ວນ​ນັ້ນ ແລະ​ຕີຕາ​ປະທັບ​ໃສ່​ໄວ້ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ຂອງ​ໂລກ​ມາເຖິງ. ໃນ​ເວລາ​ນັ້ນ ຄົນ​ຈຳນວນ​ຫລວງຫລາຍ​ຈະ​ແລ່ນ​ໄປ​ແລ່ນ​ມາ ແລະ​ຄວາມ​ຮູ້​ຈະ​ເພີ່ມ​ທະວີ​ຂື້ນ.”


ເພິ່ນ​ຕອບ​ວ່າ, “ດານີເອນ​ເອີຍ ເຈົ້າ​ຕ້ອງ​ໄປ​ດຽວນີ້ ເພາະ​ຄຳເວົ້າ​ເຫຼົ່ານີ້ ຈະ​ຖືກ​ປົກປິດ​ໄວ້​ເປັນຄວາມລັບ ຈົນ​ເວລາ​ແຫ່ງ​ການ​ສິ້ນສຸດ​ນັ້ນ​ໄດ້​ມາເຖິງ.


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ຕໍ່ມາ ດານີເອນ​ໄດ້​ເຂົ້າ​ມາ​ພົບ. (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ ຕາມ​ຊື່​ພະ​ຂອງເຮົາ.) ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ລາວ; ສະນັ້ນ ເຮົາ​ຈຶ່ງ​ບອກ​ຄວາມຝັນ​ໃຫ້​ລາວ​ຮູ້. ເຮົາ​ໄດ້​ກ່າວ​ຕໍ່​ລາວ​ວ່າ:


ລາວ​ມີ​ຄວາມ​ສາມາດ​ຜິດ​ທຳມະດາ, ເປັນ​ຄົນສະຫລາດ ແລະ​ຊຳນິ​ຊຳນານ​ໃນ​ການ​ແກ້​ຄວາມຝັນ, ແກ້​ບັນຫາ ແລະ​ແກ້​ຄວາມ​ເລິກລັບ​ທັງຫລາຍ​ໄດ້; ສະນັ້ນ ຈົ່ງ​ໃຊ້​ຄົນ​ໄປ​ເອີ້ນ​ດານີເອນ​ຊາຍ​ຄົນ​ນີ້​ເຂົ້າ​ມາ (ຜູ້​ທີ່​ກະສັດ​ໃສ່​ຊື່​ໃຫ້​ໃໝ່​ວ່າ​ເບັນເຕຊັດຊາເຣ) ແລະ​ລາວ​ຈະ​ບອກ​ຄວາມໝາຍ​ທັງໝົດ​ນີ້​ໃຫ້​ແກ່​ລູກ.”


ດານີເອນ​ຕອບ​ກະສັດ​ວ່າ, “ຂໍ​ທ່ານ​ຈົ່ງ​ເກັບ​ຂອງຂວັນ​ນັ້ນ​ໄວ້​ເອງ​ສາ​ເຖີດ. ຂ້ານ້ອຍ​ຈະ​ອ່ານ​ຄຳ​ທີ່​ຂຽນ​ນັ້ນ​ໃຫ້​ທ່ານ ແລະ​ຈະ​ບອກ​ຄວາມໝາຍ​ໃຫ້​ທ່ານ​ຮູ້.


ຕໍ່ມາ ດານີເອນ​ໄດ້​ຮັບ​ຕຳແໜ່ງ​ອັນ​ສຳຄັນ​ຫລາຍ ໃນ​ຣາຊການ​ຂອງ​ກະສັດ​ດາຣິອຸດ ແລະ​ໃນ​ຣາຊການ​ຂອງ​ກະສັດ​ໄຊຣັດ​ຄົນ​ເປີເຊຍ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ຮ້ອງ​ມາ​ແຕ່​ທາງ​ແມ່ນໍ້າ​ອູລາຍ​ວ່າ, “ຄັບຣີເອນ​ເອີຍ ຈົ່ງ​ອະທິບາຍ​ຄວາມໝາຍ​ຂອງ​ສິ່ງ​ທີ່​ລາວ​ໄດ້​ເຫັນ​ນັ້ນ ໃຫ້​ລາວ​ຮູ້​ແດ່.”


ນິມິດ​ແຫ່ງ​ການ​ຖວາຍບູຊາ​ທັງ​ເຊົ້າ​ແລະ​ແລງ ທີ່​ໄດ້​ອະທິບາຍ​ແກ່​ເຈົ້າ​ນີ້​ເປັນ​ຄວາມຈິງ. ແຕ່​ບັດນີ້ ຂໍ​ໃຫ້​ເຈົ້າ​ຮັກສາ​ນິມິດ​ນີ້​ໄວ້​ເປັນຄວາມລັບ ເພາະ​ເວລາ​ທີ່​ຈະ​ເປັນ​ຄວາມຈິງ​ຂຶ້ນ​ມາ​ນັ້ນ​ກໍ​ຍັງ​ດົນນານ​ຢູ່.”


ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”


ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ, ຄວາມສຸກ​ມີ​ແກ່​ຄົນ​ທັງຫລາຍ ທີ່​ໄດ້​ຮັບ​ເຊີນ​ມາ​ໃນ​ງານ​ລ້ຽງ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ນັ້ນ” ແລະ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້ ເປັນ​ພຣະທຳ​ທ່ຽງແທ້​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka