Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 1:7 - ພຣະຄຳພີສັກສິ

7 ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.

Uka jalj uñjjattʼäta Copia luraña




ດານີເອນ 1:7
13 Jak'a apnaqawi uñst'ayäwi  

ເພິ່ນ​ໃສ່​ຊື່​ເອຢິບ​ໃຫ້​ໂຢເຊັບ​ວ່າ, “ຊາເຟນາດ ປາເນອາ” ແລະ​ມອບ​ນາງ​ອາເສນາດ​ລູກສາວ​ປະໂຣຫິດ​ໂປຕີເຟຣາ​ແຫ່ງ​ເມືອງ​ເຮລີໂອໂປລີ ໃຫ້​ເປັນ​ເມຍ​ຂອງ​ໂຢເຊັບ. ເມື່ອ​ເຂົ້າ​ຮັບໃຊ້​ກະສັດ​ແຫ່ງ​ເອຢິບ​ນັ້ນ ໂຢເຊັບ​ມີ​ອາຍຸ 30 ປີ. ເພິ່ນ​ໄດ້​ຮັບ​ອຳນາດ​ໃນ​ການ​ປົກຄອງ​ທົ່ວ​ປະເທດ​ເອຢິບ.


ກະສັດ​ເນໂກ​ແຕ່ງຕັ້ງ​ເອລີອາກິມ ລູກຊາຍ​ຂອງ​ກະສັດ​ໂຢສີຢາ ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ແທນ ແລະ​ທັງ​ໄດ້​ປ່ຽນ​ຊື່​ໃໝ່​ໃຫ້​ລາວ​ວ່າ ເຢໂຮຍອາກິມ. ກະສັດ​ເຢໂຮອາຮາດ​ຖືກ​ນຳຕົວ​ໄປ​ທີ່​ປະເທດ​ເອຢິບ​ໂດຍ​ກະສັດ​ເນໂກ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ແຕ່ງຕັ້ງ​ມັດຕານີຢາ ລູງ​ຂອງ​ເຢໂຮຍອາກິນ ໃຫ້​ເປັນ​ກະສັດ​ປົກຄອງ​ອານາຈັກ​ຢູດາຍ ແລະ​ໄດ້​ປ່ຽນ​ຊື່​ໃຫ້​ເພິ່ນ​ໃໝ່​ວ່າ ເຊເດກີຢາ.


ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ​ທຸກຄົນ ແລະ​ເຫັນ​ວ່າ​ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ​ເປັນ​ທີ່​ຖືກໃຈ​ກະສັດ​ກວ່າ​ຄົນອື່ນໆ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ເຂົ້າ​ຮັບໃຊ້​ເປັນ​ສະມາຊິກ​ໃນ​ຣາຊສຳນັກ.


ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ເປັນ​ຫົວໜ້າ​ບັນດາ​ຂ້າຣາຊການ​ຂອງຕົນ ໃຫ້​ເລືອກເຟັ້ນ​ເອົາ​ຊາຍໜຸ່ມ​ຈາກ​ພວກ​ອິດສະຣາເອນ​ພັດຖິ່ນ​ບາງຄົນ ທີ່​ເປັນ​ເຊື້ອສາຍ​ໃນ​ຄອບຄົວ​ຂອງ​ກະສັດ ແລະ​ໃນ​ຄອບຄົວ​ຂອງ​ເຈົ້ານາຍ​ຂຸນນາງ.


ໃນ​ປີ​ທີ​ສາມ ທີ່​ເຈົ້າ​ໄຊຣັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ​ນັ້ນ ດານີເອນ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ທາງ​ນິມິດ (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ). ຖ້ອຍຄຳ​ນັ້ນ​ເປັນ​ຄວາມຈິງ ແຕ່​ເຂົ້າໃຈ​ຍາກ​ທີ່ສຸດ. ຖ້ອຍຄຳ​ນີ້​ໄດ້​ຖືກ​ອະທິບາຍ​ໃຫ້​ລາວ​ຮູ້​ທາງ​ນິມິດ.


ກະສັດ​ກ່າວ​ແກ່​ດານີເອນ (ຜູ້​ມີ​ຊື່​ອີກ​ວ່າ​ເບັນເຕຊັດຊາເຣ) ວ່າ, “ເຈົ້າ​ບອກ​ຄວາມຝັນ ແລະ​ແກ້​ຄວາມຝັນ​ຂອງເຮົາ​ໄດ້​ບໍ?”


ຕາມ​ຄຳ​ຮ້ອງຂໍ​ຂອງ​ດານີເອນ ກະສັດ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ໃຫ້​ຮັບ​ຣາຊການ​ຢູ່​ໃນ​ແຂວງ​ບາບີໂລນ, ແຕ່​ດານີເອນ​ຍັງ​ໄດ້​ຮັບ​ຕຳແໜ່ງ​ຢູ່​ໃນ​ຣາຊສຳນັກ​ຕໍ່ໄປ.


ແຕ່​ເຮົາ​ໄດ້​ຝັນ​ຢ່າງ​ຕື່ນ​ຕົກໃຈ ແລະ​ເຫັນ​ນິມິດ​ອັນ​ໜ້າຢ້ານ ໃນ​ຂະນະທີ່​ເຮົາ​ນອນ​ຫລັບ​ຢູ່.


ຕໍ່ມາ ດານີເອນ​ໄດ້​ເຂົ້າ​ມາ​ພົບ. (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ ຕາມ​ຊື່​ພະ​ຂອງເຮົາ.) ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ລາວ; ສະນັ້ນ ເຮົາ​ຈຶ່ງ​ບອກ​ຄວາມຝັນ​ໃຫ້​ລາວ​ຮູ້. ເຮົາ​ໄດ້​ກ່າວ​ຕໍ່​ລາວ​ວ່າ:


ລາວ​ມີ​ຄວາມ​ສາມາດ​ຜິດ​ທຳມະດາ, ເປັນ​ຄົນສະຫລາດ ແລະ​ຊຳນິ​ຊຳນານ​ໃນ​ການ​ແກ້​ຄວາມຝັນ, ແກ້​ບັນຫາ ແລະ​ແກ້​ຄວາມ​ເລິກລັບ​ທັງຫລາຍ​ໄດ້; ສະນັ້ນ ຈົ່ງ​ໃຊ້​ຄົນ​ໄປ​ເອີ້ນ​ດານີເອນ​ຊາຍ​ຄົນ​ນີ້​ເຂົ້າ​ມາ (ຜູ້​ທີ່​ກະສັດ​ໃສ່​ຊື່​ໃຫ້​ໃໝ່​ວ່າ​ເບັນເຕຊັດຊາເຣ) ແລະ​ລາວ​ຈະ​ບອກ​ຄວາມໝາຍ​ທັງໝົດ​ນີ້​ໃຫ້​ແກ່​ລູກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka