6 ໃນບັນດາຜູ້ທີ່ຖືກຄັດເລືອກເອົາເຫຼົ່ານີ້ ມີຊາວຢູດາຍລວມຢູ່ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະອາຊາຣີຢາ.
ເຖິງແມ່ນວ່າສາມຄົນນີ້ ຄືໂນອາ, ດາເນນ, ແລະໂຢບອາໄສຢູ່ທີ່ນັ້ນກໍຕາມ; ຄຸນງາມຄວາມດີຂອງພວກເຂົາກໍຊ່ວຍໄດ້ແຕ່ຊີວິດຂອງພວກເຂົາເອງເທົ່ານັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ເຖິງແມ່ນວ່າໂນອາ, ດານີເອນ ແລະໂຢບໄດ້ອາໄສຢູ່ທີ່ນັ້ນກໍຕາມ; ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ພວກເຂົາກໍບໍ່ສາມາດຊ່ວຍແມ່ນແຕ່ຊີວິດລູກຂອງພວກເຂົາເອງໄດ້ສັນນັ້ນ. ຄຸນງາມຄວາມດີຂອງພວກເຂົາຈະຊ່ວຍຊີວິດຂອງພວກເຂົາເອງເທົ່ານັ້ນໄດ້.”
ເຈົ້າຄິດວ່າເຈົ້າສະຫລາດກວ່າດາເນນ ຈົນບໍ່ມີຄວາມລັບໃດໆປິດບັງເຈົ້າໄວ້ໄດ້.
ກະສັດໄດ້ສົນທະນາກັບພວກເຂົາທຸກຄົນ ແລະເຫັນວ່າດານີເອນ, ຮານານີຢາ, ມີຊາເອນ ແລະອາຊາຣີຢາເປັນທີ່ຖືກໃຈກະສັດກວ່າຄົນອື່ນໆ. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ເຂົ້າຮັບໃຊ້ເປັນສະມາຊິກໃນຣາຊສຳນັກ.
ແລ້ວດານີເອນກໍກັບຄືນເມືອເຮືອນຂອງຕົນ ແລະບອກເລື່ອງທີ່ເກີດຂຶ້ນນັ້ນ ໃຫ້ຮານານີຢາ, ມີຊາເອນ ແລະອາຊາຣີຢາ ເພື່ອນຂອງຕົນຮູ້ນຳ.
ແລ້ວອາຣີໂອກກໍຟ້າວນຳຕົວດານີເອນເຂົ້າໄປພົບກະສັດເນບູກາດເນັດຊາ ແລະບອກເພິ່ນວ່າ, “ຂ້ານ້ອຍພົບຜູ້ໜຶ່ງໃນໝູ່ພວກຊາວຢິວພັດຖິ່ນ ທີ່ແກ້ຄວາມຝັນໃຫ້ແກ່ພະຣາຊາໄດ້.”
ດານີເອນຖືກນຳຕົວເຂົ້າມາຫາກະສັດໃນທັນທີ ແລະກະສັດກໍກ່າວແກ່ລາວວ່າ, “ເຈົ້າແມ່ນດານີເອນ ຊາວຢິວພັດຖິ່ນທີ່ພໍ່ຂອງເຮົາ ຜູ້ເປັນກະສັດໄດ້ນຳມາຈາກຢູດາຍ?
ເມື່ອກະສັດໄດ້ຍິນດັ່ງນີ້ ເພິ່ນກໍເປັນທຸກໃຈ ແລະຄິດຫາຊ່ອງທາງຊ່ວຍເຫລືອດານີເອນ. ເພິ່ນຄິດຫາຊ່ອງທາງຢູ່ຈົນຕາເວັນຕົກດິນ.
“ພວກເຈົ້າຈະເຫັນ ‘ສິ່ງປະຫລາດອັນໜ້າຢ້ານ’ ທີ່ເຮັດໃຫ້ເກີດວິບັດຕັ້ງຢູ່ໃນພຣະວິຫານອັນສັກສິດຂອງພຣະເຈົ້າ ຕາມທີ່ຜູ້ທຳນວາຍດານີເອນໄດ້ກ່າວໄວ້. (ໃຫ້ຜູ້ອ່ານເຂົ້າໃຈເອງ)
“ແຕ່ເມື່ອໃດເຈົ້າທັງຫລາຍເຫັນ ‘ສິ່ງທີ່ໜ້າກຽດຊັງ’ ຕັ້ງຢູ່ໃນບ່ອນທີ່ບໍ່ຄວນຈະຕັ້ງ, (ໃຫ້ຜູ້ອ່ານເຂົ້າໃຈຄວາມໝາຍເອົາເອງ) ເມື່ອນັ້ນໃຫ້ຜູ້ທີ່ຢູ່ໃນແຂວງຢູດາຍຕ້ອງປົບໜີໄປຍັງພູທັງຫລາຍ.