Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 1:5 - ພຣະຄຳພີສັກສິ

5 ກະສັດ​ຍັງ​ໄດ້​ອອກ​ຄຳສັ່ງ​ໃຫ້​ນຳ​ເອົາ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ຢ່າງ​ດຽວ​ໃນ​ວັງ ມາ​ໃຫ້​ພວກເຂົາ​ກິນ​ແລະ​ດື່ມ​ທຸກ​ວັນ. ຫລັງຈາກ​ການ​ຝຶກແອບ​ເປັນ​ເວລາ​ສາມ​ປີ​ແລ້ວ ພວກເຂົາ​ຈະ​ຕ້ອງ​ໄປ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.

Uka jalj uñjjattʼäta Copia luraña




ດານີເອນ 1:5
14 Jak'a apnaqawi uñst'ayäwi  

ບັນດາ​ຄົນ ຂອງທ່ານ​ກໍ​ເປັນ​ສຸກ​ແທ້ ແລະ​ພວກ​ທີ່​ລໍ​ຮັບໃຊ້​ທ່ານ​ກໍ​ເປັນ​ສຸກ ທີ່​ມີ​ໂອກາດ​ໄດ້ຍິນ​ຖ້ອຍຄຳ​ແຫ່ງ​ປັນຍາ​ຂອງທ່ານ.


ແຕ່ລະວັນ ຕະຫລອດ​ຊົ່ວຊີວິດ ເພິ່ນ​ໄດ້​ຮັບ​ເງິນ​ເບ້ຍລ້ຽງ​ເປັນ​ປະຈຳ ຕາມຄວາມ​ຕ້ອງການ.


ພະນັກງານ​ຜູ້​ທີ່​ຮັບໃຊ້​ທ່ານ​ນັ້ນ​ກໍ​ມີ​ຄວາມສຸກ​ທີ່​ໄດ້​ເຂົ້າ​ພົບ​ທ່ານ ແລະ​ໄດ້​ຮັບ​ສິດ​ພິເສດ ຟັງ​ຖ້ອຍຄຳ​ອັນ​ສະຫລຽວ​ສະຫລາດ​ຂອງທ່ານ​ກໍ​ມີ​ຄວາມສຸກ​ຫລາຍ


ຢ່າ​ໂລບມາກ​ໃນ​ອາຫານ​ດີ​ທີ່​ຄົນ​ຍໍ​ມາ​ໃຫ້ ລາວ​ອາດ​ເຮັດ​ດ້ວຍ​ເຈດຕະນາ​ບໍ່​ດີ​ໃສ່​ເຈົ້າ​ກໍໄດ້.


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ​ທຸກຄົນ ແລະ​ເຫັນ​ວ່າ​ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ​ເປັນ​ທີ່​ຖືກໃຈ​ກະສັດ​ກວ່າ​ຄົນອື່ນໆ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ເຂົ້າ​ຮັບໃຊ້​ເປັນ​ສະມາຊິກ​ໃນ​ຣາຊສຳນັກ.


ດານີເອນ​ໄດ້​ຕັດສິນໃຈ​ວ່າ​ຈະ​ບໍ່​ໃຫ້​ຕົນເອງ​ເປັນ​ມົນທິນ ຍ້ອນ​ກິນ​ອາຫານ​ແລະ​ເຫຼົ້າ​ອະງຸ່ນ​ຈາກ​ຣາຊສຳນັກ; ດັ່ງນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ໃຫ້​ອັດຊະເປນັດ​ຊ່ວຍເຫລືອ​ຕົນ


ຂໍ​ຊົງ​ໂຜດ​ປະທານ​ເຂົ້າຈີ່​ປະຈຳ​ວັນ ໃຫ້​ແກ່​ຂ້ານ້ອຍ​ທັງຫລາຍ ໃນ​ກາລະ​ວັນ​ນີ້


ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.


ຂໍໂຜດ​ປະທານ​ເຂົ້າ​ຈີ່​ປະຈຳ​ວັນ ທີ່​ພວກ​ຂ້ານ້ອຍ​ຕ້ອງການ


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ແລ້ວ​ກະສັດ​ໂຊນ​ກໍ​ສັ່ງ​ຄວາມ​ໄປ​ບອກ​ເຢຊີ​ວ່າ, “ເຮົາ​ພໍໃຈ​ນຳ​ດາວິດ​ຫລາຍ ຂໍ​ໃຫ້​ລາວ​ຢູ່​ຮັບໃຊ້​ເຮົາ​ໃນ​ທີ່​ນີ້​ສາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka