Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 1:3 - ພຣະຄຳພີສັກສິ

3 ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ເປັນ​ຫົວໜ້າ​ບັນດາ​ຂ້າຣາຊການ​ຂອງຕົນ ໃຫ້​ເລືອກເຟັ້ນ​ເອົາ​ຊາຍໜຸ່ມ​ຈາກ​ພວກ​ອິດສະຣາເອນ​ພັດຖິ່ນ​ບາງຄົນ ທີ່​ເປັນ​ເຊື້ອສາຍ​ໃນ​ຄອບຄົວ​ຂອງ​ກະສັດ ແລະ​ໃນ​ຄອບຄົວ​ຂອງ​ເຈົ້ານາຍ​ຂຸນນາງ.

Uka jalj uñjjattʼäta Copia luraña




ດານີເອນ 1:3
6 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ພ້ອມ​ທັງ​ແມ່​ຂອງ​ເພິ່ນ, ພວກເມຍ, ພວກ​ຂ້າຣາຊການ ແລະ​ບັນດາ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ຂອງ​ຢູດາຍ.


ເວລາ​ມາ​ເຖິງ​ແລ້ວ​ທີ່​ທຸກໆ​ສິ່ງ​ໃນ​ວັງ​ຂອງທ່ານ ຄື​ທຸກສິ່ງ​ທີ່​ບັນພະບຸລຸດ​ຂອງທ່ານ​ໄດ້​ສະສົມ​ໄວ້​ຈົນຮອດ​ວັນນີ້ ຈະ​ຖືກ​ຂົນ​ໄປ​ບາບີໂລນ. ຈະ​ບໍ່ມີ​ສິ່ງໃດ​ເຫຼືອ​ຢູ່​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກ​ທີ່​ເປັນ​ເຊື້ອສາຍ​ແທ້​ຂອງທ່ານ​ບາງຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊາຍ​ຕອນ ເພື່ອ​ຮັບໃຊ້​ຢູ່​ໃນ​ວັງ​ຂອງ​ກະສັດ​ແຫ່ງ​ບາບີໂລນ.”


ໃນ​ເດືອນ​ທີ​ເຈັດ​ຂອງ​ປີ​ນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ ແລະ​ຫລານຊາຍ​ຂອງ​ເອລີຊາມາ ເຊື້ອວົງ​ຄົນ​ໜຶ່ງ ແລະ​ນາຍ​ທະຫານ​ຄົນ​ໜຶ່ງ​ຂອງ​ກະສັດ ໄດ້​ໄປ​ທີ່​ເມືອງ​ມີຊະປາ​ພ້ອມ​ກັບ​ທະຫານ​ສິບ​ຄົນ ເພື່ອ​ພົບ​ຜູ້​ສຳເລັດ​ຣາຊການ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ. ໃນ​ຂະນະທີ່​ພວກເຂົາ​ທຸກຄົນ​ກຳລັງ​ຮ່ວມ​ພາເຂົ້າ​ຢູ່​ນັ້ນ


ພວກເຈົ້າ​ຈະ​ມີ​ລູກຊາຍ​ລູກສາວ​ແຕ່​ຈະ​ສູນເສຍ​ໄປ ເພາະ​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka