Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 1:19 - ພຣະຄຳພີສັກສິ

19 ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ​ທຸກຄົນ ແລະ​ເຫັນ​ວ່າ​ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ​ເປັນ​ທີ່​ຖືກໃຈ​ກະສັດ​ກວ່າ​ຄົນອື່ນໆ. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ໄດ້​ເຂົ້າ​ຮັບໃຊ້​ເປັນ​ສະມາຊິກ​ໃນ​ຣາຊສຳນັກ.

Uka jalj uñjjattʼäta Copia luraña




ດານີເອນ 1:19
11 Jak'a apnaqawi uñst'ayäwi  

ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ເມື່ອ​ຄົບ​ສາມ​ປີ​ທີ່​ກະສັດ​ກຳນົດ​ໃຫ້ ອັດຊະເປນັດ​ກໍ​ນຳ​ເອົາ​ຊາຍໜຸ່ມ​ທັງໝົດ ເຂົ້າ​ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ.


ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.


ກະສັດ​ຍັງ​ໄດ້​ອອກ​ຄຳສັ່ງ​ໃຫ້​ນຳ​ເອົາ​ອາຫານ ແລະ​ເຫຼົ້າ​ອະງຸ່ນ​ຢ່າງ​ດຽວ​ໃນ​ວັງ ມາ​ໃຫ້​ພວກເຂົາ​ກິນ​ແລະ​ດື່ມ​ທຸກ​ວັນ. ຫລັງຈາກ​ການ​ຝຶກແອບ​ເປັນ​ເວລາ​ສາມ​ປີ​ແລ້ວ ພວກເຂົາ​ຈະ​ຕ້ອງ​ໄປ​ປາກົດ​ຕົວ​ຕໍ່ໜ້າ​ກະສັດ.


ໃນ​ບັນດາ​ຜູ້​ທີ່​ຖືກ​ຄັດເລືອກ​ເອົາ​ເຫຼົ່ານີ້ ມີ​ຊາວ​ຢູດາຍ​ລວມ​ຢູ່​ດ້ວຍ ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.


ຫົວໜ້າ​ຂ້າຣາຊການ​ໄດ້​ໃສ່​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ເບັນເຕຊັດຊາເຣ, ຊັດຣາກ, ເມຊາກ ແລະ​ອາເບັດເນໂກ.


ດັ່ງນັ້ນ ຈຶ່ງ​ມີ​ຄຳສັ່ງ​ປະກາດ​ອອກ​ໄປ​ໃຫ້​ຂ້າ​ພວກເຂົາ ພ້ອມ​ທັງ​ດານີເອນ ແລະ​ໝູ່​ຂອງ​ລາວ​ດ້ວຍ.


ບັດນີ້ ເຮົາ​ຂໍ​ອອກ​ຄຳສັ່ງ​ວ່າ ຖ້າ​ຄົນໃດ​ຄົນໜຶ່ງ​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ, ໃນ​ເຊື້ອຊາດ ຫລື​ໃນ​ພາສາ​ໃດ ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ; ຄົນນັ້ນ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ​ເຮືອນ​ຂອງ​ລາວ​ກໍ​ຈະ​ຖືກ​ທຳລາຍ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ. ບໍ່ມີ​ພະ​ອື່ນ​ໃດ​ທີ່​ສາມາດ​ຊ່ວຍກູ້​ເອົາ​ໄດ້​ຢ່າງ​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka