18 ເມື່ອຄົບສາມປີທີ່ກະສັດກຳນົດໃຫ້ ອັດຊະເປນັດກໍນຳເອົາຊາຍໜຸ່ມທັງໝົດ ເຂົ້າໄປຫາກະສັດເນບູກາດເນັດຊາ.
ພຣະເຈົ້າໄດ້ໃຫ້ພວກຊາຍໜຸ່ມສີ່ຄົນນີ້ ມີຄວາມຮູ້ແລະຄວາມຊຳນິຊຳນານໃນດ້ານວັນນະຄະດີແລະມີສະຕິປັນຍາເປັນຢ່າງດີ. ນອກຈາກນີ້ ພຣະອົງຍັງໄດ້ໂຜດໃຫ້ດານີເອນ ຊຳນານໃນການແປນິມິດແລະແກ້ຄວາມຝັນຕ່າງໆອີກດ້ວຍ.
ກະສັດໄດ້ສົນທະນາກັບພວກເຂົາທຸກຄົນ ແລະເຫັນວ່າດານີເອນ, ຮານານີຢາ, ມີຊາເອນ ແລະອາຊາຣີຢາເປັນທີ່ຖືກໃຈກະສັດກວ່າຄົນອື່ນໆ. ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ເຂົ້າຮັບໃຊ້ເປັນສະມາຊິກໃນຣາຊສຳນັກ.
ກະສັດຍັງໄດ້ອອກຄຳສັ່ງໃຫ້ນຳເອົາອາຫານ ແລະເຫຼົ້າອະງຸ່ນຢ່າງດຽວໃນວັງ ມາໃຫ້ພວກເຂົາກິນແລະດື່ມທຸກວັນ. ຫລັງຈາກການຝຶກແອບເປັນເວລາສາມປີແລ້ວ ພວກເຂົາຈະຕ້ອງໄປປາກົດຕົວຕໍ່ໜ້າກະສັດ.
ດານີເອນຈຶ່ງເຂົ້າໄປພົບກະສັດໃນທັນທີ ແລະໄດ້ຮັບອະນຸຍາດເລື່ອນກຳນົດເວລາປະຫານ ເພື່ອວ່າລາວຈະແກ້ຄວາມຝັນໃຫ້ເພິ່ນ.