Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 1:17 - ພຣະຄຳພີສັກສິ

17 ພຣະເຈົ້າ​ໄດ້​ໃຫ້​ພວກ​ຊາຍໜຸ່ມ​ສີ່​ຄົນ​ນີ້ ມີ​ຄວາມຮູ້​ແລະ​ຄວາມ​ຊຳນິ​ຊຳນານ​ໃນ​ດ້ານ​ວັນນະຄະດີ​ແລະ​ມີ​ສະຕິປັນຍາ​ເປັນ​ຢ່າງດີ. ນອກຈາກນີ້ ພຣະອົງ​ຍັງ​ໄດ້​ໂຜດ​ໃຫ້​ດານີເອນ ຊຳນານ​ໃນ​ການ​ແປ​ນິມິດ​ແລະ​ແກ້​ຄວາມຝັນ​ຕ່າງໆ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña




ດານີເອນ 1:17
36 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຂໍ​ມາ. ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ ແລະ​ຄວາມ​ເຂົ້າໃຈ​ເໜືອກວ່າ​ຄົນ​ໃດໆ​ທີ່​ເຄີຍ​ມີ​ມາ​ກ່ອນ ແລະ​ຈະ​ບໍ່ມີ​ຜູ້ໃດ​ມີ​ສະຕິປັນຍາ​ຄື​ເຈົ້າ​ອີກ​ຈັກເທື່ອ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.


ສະນັ້ນ ໂຜດ​ປະທານ​ສະຕິປັນຍາ​ແລະ​ຄວາມຮູ້​ທີ່​ຈຳເປັນ​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ຈະ​ປົກຄອງ​ພວກເຂົາ​ໄດ້ ບໍ່​ດັ່ງນັ້ນ​ແລ້ວ ຂ້ານ້ອຍ​ຈະ​ປົກຄອງ​ປະຊາຊົນ​ອັນ​ຫລວງຫລາຍ​ຂອງ​ພຣະອົງ​ໄດ້​ຢ່າງໃດ?”


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ສະຕິປັນຍາ ແລະ​ຄວາມ​ຮອບຮູ້. ນອກຈາກ​ນີ້ອີກ ເຮົາ​ຍັງ​ຈະ​ໃຫ້​ເຈົ້າ​ຮັ່ງມີ​ເປັນດີ​ຕະຫລອດ​ທັງ​ມີ​ຊັບສົມບັດ ແລະ​ມີ​ຊື່ສຽງ​ລື່ນກວ່າ​ກະສັດ​ຄົນ​ໃດໆ​ທີ່​ຢູ່​ກ່ອນ​ເຈົ້າ​ຫລື​ພາຍຫລັງ​ເຈົ້າ.”


ແລະ​ເພິ່ນ​ໄດ້ຕັ້ງ​ເພິ່ນເອງ​ທີ່​ຈະ​ສະແຫວງຫາ​ພຣະເຈົ້າ​ໃນ​ສະໄໝ​ຂອງ​ເຊກາຣີຢາຜູ​ທີ່​ແນະນຳ​ເພິ່ນ​ໃນ​ຄວາມ​ຢຳເກງ​ພຣະເຈົ້າ ຕາບໃດ​ທີ່​ເພິ່ນ​ໄດ້​ສະແຫວງຫາ​ພຣະເຈົ້າຢາເວ ແລະ​ພຣະເຈົ້າ​ກໍໄດ້​ອວຍພອນ​ເພິ່ນ.


ແຕ່​ແມ່ນ​ວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ທີ່​ໄດ້​ມາ​ຫາ​ມະນຸດ​ແລະ​ໃຫ້​ປັນຍາ​ແກ່​ເຂົາເຈົ້າ.


ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ລາວ​ຮູ້​ວຽກ​ຂອງຕົນ​ເພາະ​ພຣະເຈົ້າ​ໄດ້​ບອກສອນ​ລາວ.


ເຈົ້າ​ຄິດວ່າ​ເຈົ້າ​ສະຫລາດ​ກວ່າ​ດາເນນ ຈົນ​ບໍ່ມີ​ຄວາມລັບ​ໃດໆ​ປິດບັງ​ເຈົ້າ​ໄວ້​ໄດ້.


ເມື່ອ​ຄົບ​ສາມ​ປີ​ທີ່​ກະສັດ​ກຳນົດ​ໃຫ້ ອັດຊະເປນັດ​ກໍ​ນຳ​ເອົາ​ຊາຍໜຸ່ມ​ທັງໝົດ ເຂົ້າ​ໄປ​ຫາ​ກະສັດ​ເນບູ​ກາດເນັດຊາ.


ບໍ່​ວ່າ​ບັນຫາ​ຫລື​ຄຳຖາມ​ໃດໆ​ທີ່​ກະສັດ​ຍົກ​ຂຶ້ນມາ ສີ່​ຄົນ​ນີ້​ກໍ​ຮູ້​ດີກວ່າ​ພວກ​ໝໍມໍ​ໃນ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.


ຄົນ​ເຫຼົ່ານີ້​ຈະ​ຕ້ອງ​ເປັນ​ຜູ້​ສະຫງ່າງາມ, ມີ​ຄວາມ​ສະຫລຽວ​ສະຫລາດ, ໄດ້​ຮັບ​ການ​ຝຶກຫັດ​ເປັນ​ຢ່າງດີ, ມີ​ປັນຍາ​ສ້ຽມແຫລມ ແລະ​ມີ​ສຸຂະພາບ​ສົມບູນ​ດີ, ເພື່ອ​ວ່າ​ພວກເຂົາ​ຈະ​ມີ​ຄຸນສົມບັດ​ເຂົ້າ​ຮັບໃຊ້​ໃນ​ຣາຊສຳນັກ. ອັດຊະເປນັດ​ຈະ​ເປັນ​ຜູ້​ທີ່​ສອນ​ພວກເຂົາ​ໃຫ້​ອ່ານ​ແລະ​ຂຽນ​ພາສາ​ບາບີໂລນ.


ໃນ​ປີ​ທີ​ສາມ ທີ່​ເຈົ້າ​ໄຊຣັດ​ເປັນ​ກະສັດ​ແຫ່ງ​ເປີເຊຍ​ນັ້ນ ດານີເອນ​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ທາງ​ນິມິດ (ດານີເອນ​ມີ​ຊື່​ໜຶ່ງ​ອີກ​ວ່າ​ເບັນເຕຊັດຊາເຣ). ຖ້ອຍຄຳ​ນັ້ນ​ເປັນ​ຄວາມຈິງ ແຕ່​ເຂົ້າໃຈ​ຍາກ​ທີ່ສຸດ. ຖ້ອຍຄຳ​ນີ້​ໄດ້​ຖືກ​ອະທິບາຍ​ໃຫ້​ລາວ​ຮູ້​ທາງ​ນິມິດ.


ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ສັນລະເສີນ​ແລະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ. ພຣະອົງ​ໄດ້​ປະທານ​ໃຫ້​ຂ້ານ້ອຍ​ມີ​ປັນຍາ ພ້ອມທັງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ດ້ວຍ; ພຣະອົງ​ຕອບ​ສິ່ງ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ ບອກ​ຄຳຕອບ​ແກ່​ພວກ​ຂ້ານ້ອຍ​ໃຫ້​ກະສັດ​ໄດ້​ຮູ້.”


ເລື່ອງ​ເລິກລັບ​ນີ້​ຖືກ​ເປີດເຜີຍ​ໃຫ້​ຂ້ານ້ອຍ​ຮູ້ ບໍ່ແມ່ນ​ຍ້ອນ​ຂ້ານ້ອຍ​ເປັນ​ຄົນສະຫລາດ​ກວ່າ​ຄົນອື່ນ​ດອກ, ແຕ່​ເພື່ອ​ໃຫ້​ພະຣາຊາ​ຮູ້​ຄວາມໝາຍ​ຂອງ​ຄວາມຝັນ​ນັ້ນ ແລະ​ເຂົ້າໃຈ​ສິ່ງ​ທີ່​ລົບກວນ​ຈິດໃຈ​ທ່ານ.


ເຮົາ​ຈຶ່ງ​ສັ່ງ​ພວກ​ທີ່ປຶກສາ​ທັງໝົດ​ປະຈຳ​ກະສັດ​ໃນ​ນະຄອນ​ບາບີໂລນ ໃຫ້​ມາ​ຫາ​ເຮົາ​ເພື່ອ​ແກ້​ຄວາມຝັນ.


ເຮົາ​ໄດ້ຍິນ​ວ່າ​ວິນຍານ​ຂອງ​ບັນດາ​ພະ​ບໍຣິສຸດ ສະຖິດ​ຢູ່​ນຳ​ເຈົ້າ ແລະ​ເຈົ້າ​ເປັນ​ຜູ້​ຊຳນິ​ຊຳນານ ທັງ​ມີ​ຄວາມ​ຮອບຮູ້​ແລະ​ມີ​ສະຕິປັນຍາ.


ໃນ​ປີ​ທຳອິດ​ແຫ່ງ​ຣາຊການ​ຂອງ​ເຈົ້າ​ເບັນຊັດຊາເຣ ກະສັດ​ແຫ່ງ​ບາບີໂລນ ຂ້າພະເຈົ້າ​ໄດ້​ຝັນ ແລະ​ເຫັນ​ນິມິດ​ໃນ​ເວລາ​ກາງຄືນ. ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບັນທຶກ​ຄວາມຝັນ​ນັ້ນ​ໄວ້ ແລະ​ຕໍ່ໄປນີ້​ແມ່ນ​ບັນທຶກ​ຂອງ​ຄວາມຝັນ


ໃນ​ປີ​ທີ​ສາມ​ທີ່​ເບັນຊັດຊາເຣ​ເປັນ​ກະສັດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ເປັນ​ເທື່ອ​ທີ​ສອງ.


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.


ຄົນ​ເຫຼົ່ານັ້ນ​ຕໍ່ສູ້​ກັບ​ຄຳ​ທີ່​ທ່ານ​ກ່າວ​ດ້ວຍ​ສະຕິປັນຍາ ແລະ​ດ້ວຍ​ພຣະວິນຍານ​ບໍ່ໄດ້.


ແລະ​ຊ່ວຍ​ເພິ່ນ​ໃຫ້​ຜ່ານ​ພົ້ນ​ຄວາມ​ຍາກ​ລຳບາກ​ທັງ​ສິ້ນ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ເປັນ​ທີ່​ພໍໃຈ ແລະ​ມີ​ສະຕິປັນຍາ ເມື່ອ​ໂຢເຊັບ​ໄດ້​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກະສັດ​ໄດ້​ແຕ່ງຕັ້ງ​ໂຢເຊັບ ໃຫ້​ເປັນ​ຜູ້​ປົກຄອງ​ເອຢິບ​ຕະຫລອດ​ທັງ​ວັງ​ຂອງ​ເພິ່ນ​ດ້ວຍ.


ໂມເຊ​ໄດ້​ຮັບ​ການ​ສິດສອນ​ຮຽນຮູ້ ໃນ​ວິຊາການ​ທຸກຢ່າງ​ຂອງ​ຊາວ​ເອຢິບ ແລະ​ກາຍເປັນ​ຜູ້​ມີ​ຄວາມ​ສາມາດ​ໃນ​ຄຳ​ເວົ້າຈາ ແລະ​ການ​ກະທຳ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka