ດານີເອນ 1:15 - ພຣະຄຳພີສັກສິ15 ເມື່ອໝົດກຳນົດແລ້ວກໍເຫັນວ່າ, ພວກເພິ່ນມີສຸຂະພາບດີແລະແຂງແຮງກວ່າພວກທີ່ກິນອາຫານຂອງກະສັດ. Uka jalj uñjjattʼäta |
ພວກເຈົ້າຫວັງເກັບກ່ຽວໄດ້ຫລາຍ ແຕ່ພັດໄດ້ໜ້ອຍ. ເມື່ອພວກເຈົ້ານຳຜົນລະປູກມາບ້ານ ເຮົາຊໍ້າພັດໃຫ້ມັນປິວໜີໄປ. ເປັນຫຍັງເຮົາຈຶ່ງໄດ້ເຮັດເຊັ່ນນັ້ນ? ພຣະເຈົ້າຢາເວກ່າວວ່າ: ເພາະວ່າວິຫານຂອງເຮົາຍັງຮົກຮ້າງເພພັງຢູ່ ໃນຂະນະທີ່ພວກເຈົ້າແຕ່ລະຄົນຫຍຸ້ງຢູ່ກັບເຮັດວຽກເຮັດງານເພື່ອບ້ານເຮືອນຂອງຕົນເອງ.
ພວກເຈົ້າຕ້ອງຍ້ອງຍໍໃຫ້ກຽດເຮົາໃນສິ່ງທີ່ພວກເຈົ້າກະທຳ. ຖ້າພວກເຈົ້າບໍ່ຍອມຟັງໃນສິ່ງທີ່ເຮົາກ່າວ ເຮົາຈະນຳຄຳສາບແຊ່ງມາສູ່ພວກເຈົ້າ. ເຮົາຈະນຳຄຳສາບແຊ່ງມາສູ່ສິ່ງຕ່າງໆທີ່ພວກເຈົ້າໄດ້ຮັບໃນຖານະເປັນປະໂຣຫິດ. ຕາມຄວາມເປັນຈິງ ເຮົາໄດ້ນຳຄຳສາບແຊ່ງນັ້ນມາແລ້ວ ເພາະວ່າພວກເຈົ້າບໍ່ໄດ້ຢຶດຖືຂໍ້ຄຳສັ່ງຂອງເຮົາຢ່າງແທ້ຈິງ.