Biblia Todo Logo
Internet tuqin Biblia

- Anuncios ukanaka -




ດານີເອນ 1:12 - ພຣະຄຳພີສັກສິ

12 ດານີເອນ​ໄດ້​ກ່າວ​ວ່າ, “ໃຫ້​ເອົາ​ແຕ່​ຜັກ​ກັບ​ນໍ້າ​ລ້າໆ ມາ​ໃຫ້​ພວກຂ້ອຍ​ກິນ​ລອງ​ເບິ່ງ​ຈັກ​ສິບ​ວັນ.

Uka jalj uñjjattʼäta Copia luraña




ດານີເອນ 1:12
7 Jak'a apnaqawi uñst'ayäwi  

ດັ່ງນັ້ນ ດານີເອນ​ຈຶ່ງ​ໄປ​ຫາ​ຄົນ​ຍາມ ທີ່​ອັດຊະເປນັດ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຄວບຄຸມ​ຕົນ​ພ້ອມກັບ​ຮານານີຢາ, ມີຊາເອນ ແລະ​ອາຊາຣີຢາ.


ແລ້ວ​ໃຫ້​ເຈົ້າ​ທຽບ​ສີ​ໜ້າ​ຂອງ​ພວກຂ້ອຍ​ໃສ່​ກັບ​ຊາຍໜຸ່ມ​ອື່ນໆ​ທີ່​ກິນ​ອາຫານ​ຂອງ​ກະສັດ ແລະ​ໃຫ້​ຕັດສິນໃຈ​ເອົາ​ຕາມ​ທີ່​ເຈົ້າ​ເຫັນ​ນັ້ນ.”


ສະນັ້ນ ນັບ​ຕັ້ງແຕ່​ນັ້ນ​ມາ ຄົນ​ຍາມ​ຈຶ່ງ​ໃຫ້​ພວກເພິ່ນ​ສືບຕໍ່​ກິນ​ແຕ່​ຜັກ​ກັບ​ນໍ້າ​ລ້າໆ ແທນ​ທີ່​ຈະ​ກິນ​ອາຫານ​ທີ່​ກະສັດ​ເອົາ​ໃຫ້.


ຄົນ​ໜຶ່ງ​ເຊື່ອ​ວ່າ​ກິນ​ຫຍັງ​ກໍໄດ້​ໝົດ ແຕ່​ຄົນ​ທີ່​ມີ​ຄວາມເຊື່ອ​ອ່ອນ ກໍ​ກິນ​ແຕ່​ບາງ​ຢ່າງ​ເທົ່ານັ້ນ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ອຶດຫິວ ແລ້ວ​ພຣະອົງ​ກໍ​ໃຫ້​ພວກເຈົ້າ​ໄດ້​ກິນ​ມານາ ຄື​ອາຫານ​ທີ່​ພວກເຈົ້າ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ກິນ​ມາ​ກ່ອນ. ພຣະອົງ​ໄດ້​ເຮັດ​ເຊັ່ນນີ້​ເພື່ອ​ສອນ​ພວກເຈົ້າ​ວ່າ ມະນຸດ​ຈະ​ບໍ່ໄດ້​ລ້ຽງ​ຊີວິດ​ດ້ວຍ​ອາຫານ​ແຕ່​ຢ່າງ​ດຽວ ແຕ່​ດ້ວຍ​ທຸກ​ຖ້ອຍຄຳ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka