11 ດັ່ງນັ້ນ ດານີເອນຈຶ່ງໄປຫາຄົນຍາມ ທີ່ອັດຊະເປນັດໄດ້ແຕ່ງຕັ້ງໃຫ້ເປັນຜູ້ຄວບຄຸມຕົນພ້ອມກັບຮານານີຢາ, ມີຊາເອນ ແລະອາຊາຣີຢາ.
ແຕ່ອັດຊະເປນັດຢ້ານກົວກະສັດ; ດັ່ງນັ້ນ ລາວຈຶ່ງບອກດານີເອນວ່າ, “ກະສັດເປັນຜູ້ສັ່ງໃນເລື່ອງອາຫານແລະເຄື່ອງດື່ມຂອງພວກເຈົ້າ ຖ້າພວກເຈົ້າບໍ່ຈົບງາມດັ່ງຊາຍອື່ນແລ້ວ ເພິ່ນອາດຂ້າຂ້ອຍກໍໄດ້.”
ດານີເອນໄດ້ກ່າວວ່າ, “ໃຫ້ເອົາແຕ່ຜັກກັບນໍ້າລ້າໆ ມາໃຫ້ພວກຂ້ອຍກິນລອງເບິ່ງຈັກສິບວັນ.
ສະນັ້ນ ນັບຕັ້ງແຕ່ນັ້ນມາ ຄົນຍາມຈຶ່ງໃຫ້ພວກເພິ່ນສືບຕໍ່ກິນແຕ່ຜັກກັບນໍ້າລ້າໆ ແທນທີ່ຈະກິນອາຫານທີ່ກະສັດເອົາໃຫ້.
ແລ້ວດານີເອນກໍກັບຄືນເມືອເຮືອນຂອງຕົນ ແລະບອກເລື່ອງທີ່ເກີດຂຶ້ນນັ້ນ ໃຫ້ຮານານີຢາ, ມີຊາເອນ ແລະອາຊາຣີຢາ ເພື່ອນຂອງຕົນຮູ້ນຳ.