1 ໃນປີທີສາມ ທີ່ເຈົ້າເຢໂຮຍອາກິມໄດ້ເປັນກະສັດແຫ່ງຢູດາຍ ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ໂຈມຕີນະຄອນເຢຣູຊາເລັມ ແລະອ້ອມເມືອງໄວ້.
ເຈົ້າເຢໂຮຍອາກິມເປັນກະສັດແຫ່ງຢູດາຍ ເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ແມ່ຂອງເພິ່ນຊື່ວ່າ ເຊບີດາ ລູກສາວຂອງເປດາອີຢາຊາວເມືອງຣູມາ.
ແລະທັງໄດ້ກວາດລ້າງເອົາຊັບສົມບັດທັງໝົດໃນວິຫານຂອງພຣະເຈົ້າຢາເວ ແລະໃນຣາຊວັງ ໄປທີ່ນະຄອນບາບີໂລນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ ກະສັດເນບູກາດເນັດຊາໄດ້ທຸບເອົາເຄື່ອງໃຊ້ທັງໝົດທີ່ເປັນຄຳ ຊຶ່ງກະສັດໂຊໂລໂມນໄດ້ເຮັດໄວ້ໃນພຣະວິຫານຂອງພຣະເຈົ້າຢາເວ.
ພວກທີ່ເປັນເຊື້ອສາຍແທ້ຂອງທ່ານບາງຄົນຈະຖືກຈັບໄປເປັນຊາຍຕອນ ເພື່ອຮັບໃຊ້ຢູ່ໃນວັງຂອງກະສັດແຫ່ງບາບີໂລນ.”
ໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາກະສັດແຫ່ງຢູດາຍ; ຂ້າພະເຈົ້າໄດ້ຮັບຖ້ອຍຄຳທີ່ກ່ຽວກັບປະຊາຊົນທັງໝົດຂອງຢູດາຍ. (ເລື່ອງນີ້ໄດ້ເກີດຂຶ້ນໃນປີທີໜຶ່ງ ທີ່ເນບູກາດເນັດຊາໄດ້ເປັນກະສັດແຫ່ງບາບີໂລນ.)
ເມື່ອເຈົ້າເຢໂຮຍອາກິມ ລູກຊາຍຂອງເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ແຕ່ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຮຸກຮານປະເທດ ພວກເຮົາໄດ້ຕັດສິນໃຈມາທີ່ນະຄອນເຢຣູຊາເລັມ ເພື່ອຫລົບໜີຈາກກອງທັບຂອງຊາວບາບີໂລນ ແລະຊາວຊີເຣຍ. ດ້ວຍເຫດນີ້ ພວກເຮົາຈຶ່ງມາອາໄສຢູ່ໃນນະຄອນເຢຣູຊາເລັມ.”
ໃນຣາຊການປີທີສີ່ຂອງເຈົ້າເຢໂຮຍອາກິມລູກຊາຍຂອງເຈົ້າໂຢສີຢາ ກະສັດແຫ່ງຢູດາຍ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
ໃນຣາຊການປີທີສີ່ຂອງກະສັດເຢໂຮຍອາກິມແຫ່ງຢູດາຍ ລູກຊາຍເຈົ້າໂຢສີຢາ ບາຣຸກລູກຊາຍຂອງເນຣີຢາໄດ້ຈົດສິ່ງທີ່ຂ້າພະເຈົ້າໄດ້ບອກໃຫ້ລາວຂຽນໄວ້.
ຕໍ່ໄປນີ້ແມ່ນຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າ ກ່ຽວກັບນະຄອນບາບີໂລນແລະຊາວນະຄອນວ່າ,
ໃນວັນທີສິບຂອງເດືອນທີຫ້າ ແຫ່ງຣາຊການປີທີສິບເກົ້າ ຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ; ເນບູຊາຣາດານທີ່ປຶກສາຂອງກະສັດທັງເປັນຜູ້ບັນຊາການກອງທັບໄດ້ເຂົ້າມານະຄອນເຢຣູຊາເລັມ.
ຕໍ່ໄປນີ້ແມ່ນບັນທຶກຈຳນວນປະຊາຊົນທີ່ເຈົ້າເນບູກາດເນັດຊາໄດ້ຈັບໄປເປັນຊະເລີຍ ມີດັ່ງນີ້: ໃນຣາຊການປີທີເຈັດທີ່ເພິ່ນຂຶ້ນເປັນກະສັດມີ ສາມພັນຊາວສາມຄົນ;
ດານີເອນຖືກນຳຕົວເຂົ້າມາຫາກະສັດໃນທັນທີ ແລະກະສັດກໍກ່າວແກ່ລາວວ່າ, “ເຈົ້າແມ່ນດານີເອນ ຊາວຢິວພັດຖິ່ນທີ່ພໍ່ຂອງເຮົາ ຜູ້ເປັນກະສັດໄດ້ນຳມາຈາກຢູດາຍ?