Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 4:6 - ພຣະຄຳພີສັກສິ

6 ຈົ່ງ​ໃຫ້​ວາຈາ​ຂອງ​ເຈົ້າ​ທັງຫລາຍ ປະກອບ​ດ້ວຍ​ເມດຕາ​ຄຸນ​ຢູ່​ສະເໝີ ປະສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວິທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ຈົ່ງ​ໃຫ້​ວາຈາ​ຂອງ​ພວກເຈົ້າ​ເຕັມ​ດ້ວຍ​ພຣະຄຸນ​ຢູ່​ສະເໝີ, ປະສົມ​ດ້ວຍ​ເກືອ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ທຸກຄົນ​ຢ່າງໃດ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 4:6
33 Jak'a apnaqawi uñst'ayäwi  

ຈົ່ງ​ປະກາດ​ສະຫງ່າຣາສີ​ຂອງ​ພຣະອົງ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ແລະ​ການ​ອັດສະຈັນ​ທັງຫຼາຍ​ຂອງ​ພຣະອົງ​ໃນ​ທ່າມກາງ​ຄົນ​ທັງປວງ​ດ້ວຍ.


ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະອົງ ຈົ່ງ​ກ່າວ​ເຖິງ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ​ນັ້ນ.


ຂ້ານ້ອຍ​ຈະ​ປະກາດ​ເຖິງ​ກົດໝາຍ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ນັ້ນ​ທຸກປະການ.


ຂ້ານ້ອຍ​ຈະ​ປະກາດ​ຂໍ້ຄຳສັ່ງ​ແກ່​ກະສັດ ແລະ​ຈະ​ບໍ່​ອັບອາຍ​ຢ່າງໃດ​ທັງສິ້ນ.


ທ່ານ​ເປັນ​ຜູ້​ງາມເລີດ​ຮູບຮ່າງ​ໄດ້​ສັດສ່ວນ​ດີ ໃນ​ທ່າມກາງ​ຜູ້ຊາຍ​ທັງຫລາຍ​ນັ້ນ ທ່ານ​ເປັນ​ນັກ​ເວົ້າ​ທີ່​ມີ​ໂວຫານ​ດີ ເພາະ​ພຣະເຈົ້າ​ໄດ້​ອວຍພອນ​ທ່ານ​ມາ​ຕະຫລອດ.


ທຸກຄົນ​ທີ່​ຢຳເກງ​ພຣະເຈົ້າ ຈົ່ງ​ມາ​ຟັງ​ເອົາ​ສາ ຂ້ອຍ​ຈະ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ຂ້ອຍ.


ຄຳເວົ້າ​ຂອງ​ຄົນ​ຊອບທຳ​ລ້ຽງ​ຄົນ​ຈຳນວນ​ຫລາຍ, ແຕ່​ຄົນໂງ່ຈ້າ​ຕາຍ​ເພາະ​ຄວາມ​ເບົາປັນຍາ.


ລີ້ນ​ທີ່​ອ່ອນສຸພາບ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ, ແຕ່​ຄຳເວົ້າຈາ​ທີ່​ຫຍາບຄາຍ​ເຮັດ​ໃຫ້​ຈິດໃຈ​ຊອກຊໍ້າ.


ສົບປາກ​ຂອງ​ຄົນ​ມີ​ປັນຍາ​ກະຈາຍ​ຄວາມຮູ້, ແຕ່​ຄົນ​ໂງ່ຈ້າ​ບໍ່​ເປັນ​ເຊັ່ນນັ້ນ.


ຄຳເວົ້າ​ຂອງ​ຄົນສະຫລາດ​ນຳ​ກຽດ​ມາ​ສູ່​ຕົນ, ແຕ່​ຄົນໂງ່ຈ້າ​ຖືກ​ທຳລາຍ​ເພາະ​ຖ້ອຍຄຳ​ທີ່​ຕົນ​ເວົ້າ.


ສັດ​ທັງສອງ​ນັ້ນ​ຕ້ອງ​ໃຫ້​ມີ​ສຸຂະພາບ​ດີ​ແລະ​ບໍ່ມີຕຳໜິ. ບັນດາ​ປະໂຣຫິດ​ຈະ​ໂຮຍ​ເກືອ​ໃສ່​ມັນ ແລະ​ເຜົາ​ເປັນ​ເຄື່ອງ​ບູຊາ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


ຈົ່ງ​ເອົາ​ເກືອ​ໃສ່​ພືດຜົນ​ເປັນເມັດ​ທຸກໆ​ຊະນິດ​ທີ່​ນຳ​ມາ​ຖວາຍ​ນັ້ນ ເພາະວ່າ​ເກືອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ ລະຫວ່າງ​ເຈົ້າ​ກັບ​ພຣະເຈົ້າ. (ເຈົ້າ​ຕ້ອງ​ເອົາ​ເກືອ​ໃສ່​ເຄື່ອງ​ຖວາຍ​ທຸກ​ຊະນິດ).


“ເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ມວນ​ມະນຸດ​ໂລກ, ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ເຮັດ​ໃຫ້​ເຄັມ​ຄືນ​ໄດ້​ອີກ​ຢ່າງ​ໃດ? ມັນ​ບໍ່ມີ​ຄ່າ​ເສຍ​ແລ້ວ. ດັ່ງນັ້ນ ຈຶ່ງ​ມີ​ແຕ່​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຢໍ່າ​ເທົ່ານັ້ນ.”


ເກືອ​ເປັນ​ຂອງ​ດີ ແຕ່​ຖ້າ​ເກືອ​ໝົດ​ຣົດ​ເຄັມ​ແລ້ວ​ຈະ​ກັບ​ເຮັດ​ໃຫ້​ເຄັມ​ອີກ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ຕົວ ແລະ​ຈົ່ງ​ຖືກຕ້ອງ​ປອງດອງ​ກັນ​ເທີ້ນ.”


ທຸກຄົນ​ກໍ​ກ່າວ​ຊົມເຊີຍ​ພຣະອົງ ແລະ​ປະທັບ​ໃຈ​ໃນ​ຖ້ອຍຄຳ​ອັນ​ອ່ອນຫວານ ຊຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ລາວ​ບໍ່ແມ່ນ​ລູກຊາຍ​ຂອງ​ໂຢເຊັບ​ບໍ?”


ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ.


ຈົ່ງ​ສັ່ງສອນ​ລູກຫລານ​ໃຫ້​ຮໍ່າຮຽນ​ເອົາ. ຈົ່ງ​ກ່າວ​ຕໍ່​ພວກເຂົາ​ເຖິງ​ກົດບັນຍັດ​ເຫຼົ່ານີ້ ບໍ່​ວ່າ​ເມື່ອ​ພວກເຈົ້າ​ຢູ່​ໃນ​ເຮືອນ​ຫຼື​ເມື່ອ​ຈາກ​ບ້ານ​ໄປ​ກໍດີ ເມື່ອ​ພວກເຈົ້າ​ນອນ​ພັກຜ່ອນ​ຫຼື​ເມື່ອ​ພວກເຈົ້າ​ລຸກ​ຂຶ້ນ​ກໍດີ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka