Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 4:5 - ພຣະຄຳພີສັກສິ

5 ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 4:5
15 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ດ້ວຍວ່າ​ຊີວິດ​ນີ້​ສັ້ນຫລາຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ກາຍເປັນ​ຄົນສະຫລາດ.


ພໍ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ເຮົາ​ຄິດ​ແລ້ວ​ວ່າ ພວກເຈົ້າ​ກຳລັງ​ຫາ​ທາງ​ຖ່ວງ​ເວລາ​ໄວ້ ຍ້ອນ​ຮູ້​ວ່າ​ເຮົາ​ໄດ້​ຕັດສິນໃຈ


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພຣະເຈົ້າ​ໄດ້​ເປີດເຜີຍ​ໃຫ້​ພວກເຈົ້າ​ໄດ້​ຮູ້ຈັກ​ຄວາມ​ເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ ສຳລັບ​ຄົນ​ຜູ້​ທີ່​ຢູ່​ນອກ ພວກເຂົາ​ຟັງ​ຮູ້​ທຸກຢ່າງ​ໄດ້​ໂດຍ​ອາໄສ​ຄຳອຸປະມາ


ເຫດ​ວ່າ ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ໄດ້​ຊ່າລື​ໄປ​ໃນ​ທົ່ວ​ຄົນ​ທັງປວງ​ແລ້ວ ເຮົາ​ຈຶ່ງ​ມີ​ຄວາມ​ຊົມຊື່ນ​ຍິນດີ​ນຳ​ພວກເຈົ້າ ເຮົາ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ການ​ດີ ແລະ​ໃຫ້​ເປັນ​ຄົນ​ໂງ່​ໃນ​ການ​ຊົ່ວ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ເພື່ອ​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ແກ່​ຄົນ​ພາຍນອກ ແລ້ວ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເອື່ອຍອີງ​ຄົນອື່ນ.


ອີກ​ປະການ​ໜຶ່ງ​ຜູ້ນັ້ນ​ຕ້ອງ​ເປັນ​ຜູ້​ທີ່​ຄົນ​ພາຍນອກ​ນັບຖື ເພື່ອ​ວ່າ​ລາວ​ຈະ​ບໍ່​ຖືກ​ອັບອາຍ​ຂາຍໜ້າ ແລະ​ຕົກ​ເຂົ້າ​ໃນ​ບ້ວງແຮ້ວ​ຂອງ​ມານຮ້າຍ​ນັ້ນ.


ແຕ່​ຖ້າ​ຄົນ​ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ກໍ​ໃຫ້​ຜູ້ນັ້ນ​ທູນຂໍ​ຈາກ​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ຄົນ​ທັງປວງ​ດ້ວຍ​ພຣະ​ກະລຸນາ ບໍ່​ຊົງ​ກ່າວ​ຕິ ແລະ​ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ທູນຂໍ.


ໃນ​ທ່າມກາງ​ພວກເຈົ້າ ຜູ້ໃດ​ທີ່​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຜູ້ນັ້ນ​ພິສູດ​ໃຫ້​ເຫັນ ໂດຍ​ຊີວິດ​ອັນ​ດີງາມ​ຂອງຕົນ ໂດຍ​ການ​ປະຕິບັດ​ອັນ​ດີ ຊຶ່ງ​ປະກອບ​ດ້ວຍ​ການ​ຖ່ອມຕົວ​ແລະ​ສະຕິປັນຍາ.


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​


Jiwasaru arktasipxañani:

Anuncios ukanaka


Anuncios ukanaka