Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:8 - ພຣະຄຳພີສັກສິ

8 ແຕ່​ບັດນີ້ ຈົ່ງ​ກຳຈັດ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ​ເສຍ ເຊັ່ນ​ວ່າ: ຄວາມ​ຄຽດຮ້າຍ, ຄວາມ​ຂັດເຄືອງ​ໃຈ​ແລະ​ການ​ຄິດ​ປອງຮ້າຍ, ຄຳ​ສຽດສີ​ແລະ​ຄຳ​ຊົ່ວຊ້າ​ລາມົກ ຢ່າ​ໃຫ້​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ບັດນີ້ ພວກເຈົ້າ​ຈົ່ງ​ກຳຈັດ​ສິ່ງ​ເຫລົ່ານີ້​ທັງໝົດ​ຈາກ​ພວກເຈົ້າ​ຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການ​ໃສ່ຮ້າຍປ້າຍສີ ແລະ ຄຳເວົ້າ​ເປື້ອນເປິ​ຈາກ​ປາກ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:8
35 Jak'a apnaqawi uñst'ayäwi  

ຢ່າ​ຈຳນົນ​ຕໍ່​ຄວາມ​ໂຫດຮ້າຍ​ຫລື​ຄວາມ​ວຸ້ນວາຍ​ໃຈ ມັນ​ນຳ​ເຈົ້າ​ໄປ​ສູ່​ຄວາມ​ເດືອດຮ້ອນ​ເທົ່ານັ້ນ.


ເລີ່ມ​ຜິດຖຽງກັນ​ກໍ​ສໍ່າກັບ​ເຂື່ອນ​ເລີ່ມ​ແຕກ ຢຸດຕິ​ເລື່ອງລາວ​ກ່ອນ​ເກີດ​ການ​ຜິດຖຽງກັນ.


ປ່ອຍ​ໃຫ້​ຄົນ​ໂມໂຫ​ຮັບ​ຜົນ​ກຳ​ທີ່​ລາວ​ເຮັດ ເພາະ​ຖ້າ​ເຈົ້າ​ຊ່ວຍ​ລາວ​ເທື່ອໜຶ່ງ​ແລ້ວ ເຈົ້າ​ກໍ​ຈະ​ຊ່ວຍ​ລາວ​ອີກ​ໃນ​ຄັ້ງ​ຕໍ່ໄປ.


ຄົນ​ທີ່​ໂມໂຫ​ງ່າຍ ກໍ່​ໃຫ້​ເກີດ​ຜິດຖຽງກັນ ແລະ​ນຳ​ຄວາມ​ເດືອດຮ້ອນ​ມາ​ໃຫ້.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຜູ້ໃດ​ທີ່​ໂກດຮ້າຍ​ເຄືອງໃຈ ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ ຈະ​ຖືກ​ນຳ​ຂຶ້ນ​ສານ​ເພື່ອ​ຕັດສິນ​ລົງໂທດ ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນໂງ່ຈ້າ’ ຈະ​ຖືກ​ນຳ​ຂຶ້ນ​ສານສູງ​ເພື່ອ​ຕັດສິນ​ລົງໂທດ ແລະ​ຜູ້ໃດ​ທີ່​ເອີ້ນ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ວ່າ, ‘ຄົນບ້າ’ ຜູ້ນັ້ນ​ຈະ​ຕົກ​ບຶງ​ໄຟ​ນະຣົກ.


ການ​ຫລິ້ນຊູ້​ສູ່​ຜົວ​ເມຍ, ການ​ໂລບມາກ​ໂລພາ, ການ​ຊົ່ວ​ນາໆ​ປະການ​ເປັນຕົ້ນ: ການ​ຫລອກລວງ, ການ​ຫຍາບຊ້າ, ການ​ອິດສາ​ບັງບຽດ, ການ​ດູໝິ່ນ​ນິນທາ, ການ​ຈອງຫອງ​ພອງຕົວ ແລະ​ການ​ກະທຳ​ໃນ​ສິ່ງ​ທີ່​ໂງ່ຈ້າ,


ຈົ່ງ​ໃຫ້​ພວກເຮົາ​ປະຕິບັດ​ຕົວ ສົມ​ກັບ​ຄົນ​ທີ່​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມ​ສະຫວ່າງ ບໍ່ແມ່ນ​ໃນ​ການ​ກິນລ້ຽງ​ຢ່າງ​ເຖິງ​ໃຈ ຫລື​ການ​ດື່ມ​ເຫຼົ້າ​ເມົາຢາ ບໍ່ແມ່ນ​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ຫລື​ເຮັດ​ເສື່ອມເສຍ​ສິນທຳ ບໍ່ແມ່ນ​ໃນ​ການ​ວິວາດ​ຜິດຖຽງ​ກັນ ຫລື​ອິດສາ​ກັນ.


ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ແຕ່​ຖ້າ​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ສັດປ່າ ຄື​ກັດ​ກັນ​ແລະ​ກິນ​ເນື້ອ​ກັນ ຈົ່ງ​ລະວັງ ຢ້ານ​ວ່າ​ພວກເຈົ້າ​ຈະ​ພາກັນ​ຈິບຫາຍ​ໄປ​ໝົດ.


ການ​ຂາບໄຫວ້​ຮູບເຄົາຣົບ, ການ​ເຊື່ອ​ເວດມົນ​ຄາຖາ, ການ​ເປັນ​ສັດຕູ​ກັນ, ການ​ວິວາດ​ຜິດຖຽງ​ກັນ, ການ​ເຫິງສາ​ກັນ, ການ​ຄຽດແຄ້ນ​ກັນ ແລະ ການ​ມັກໃຫຍ່​ໃຝ່ສູງ​ຕໍ່​ກັນ, ການ​ແຕກແຍກ​ກັນ, ການ​ຖືພັກ​ຖືພວກ,


ພວກເຮົາ​ບໍ່​ຕ້ອງ​ເປັນ​ຄົນ​ອວດຕົວ ຫລື​ກຸກກວນ​ໃຈ​ກັນ ຫລື​ອິດສາ​ກັນແລະກັນ.


ພວກເຈົ້າ​ຈົ່ງ​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ຂອງຕົນ ຊຶ່ງ​ຄູ່​ກັບ​ວິຖີ​ຊີວິດ​ເດີມ​ນັ້ນ​ເສຍ ທີ່​ກຳລັງ​ເສື່ອມເສຍ​ໄປ​ສູ່​ຄວາມ​ຕາຍ ຕາມ​ຕັນຫາ​ອັນ​ເປັນ​ທີ່​ຫລອກລວງ​ນັ້ນ.


ດັ່ງນັ້ນ, ເຈົ້າ​ທັງຫລາຍ​ຈົ່ງ​ເຊົາ​ເວົ້າ​ຕົວະ ທຸກຄົນ​ຈົ່ງ​ເວົ້າ​ແຕ່​ຄວາມຈິງ​ຕໍ່​ກັນ ເພາະ​ພວກເຮົາ​ທຸກຄົນ​ເປັນ​ອະໄວຍະວະ​ຂອງ​ກັນແລະກັນ ຢູ່​ໃນ​ພຣະກາຍ​ອັນ​ດຽວກັນ.


ຈະ​ຮ້າຍ​ກໍ​ຮ້າຍ​ໄດ້ ແຕ່​ຢ່າ​ໃຫ້​ຄວາມ​ຮ້າຍ​ເປັນ​ເຫດ​ໃຫ້​ເກີດ​ການ​ຜິດບາບ ຢ່າ​ຮ້າຍ​ຢູ່​ຈົນ​ຕາເວັນ​ຕົກ.


ຢ່າ​ໃຫ້​ຄຳ​ຫຍາບ​ຊ້າ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ, ແຕ່​ໃຫ້​ໃຊ້​ຄຳ​ເວົ້າ​ອັນ​ດີ​ທີ່​ຈະ​ຊ່ວຍ​ໃຫ້​ຈະເລີນ​ຂຶ້ນ ແລະ​ໃຫ້​ເໝາະສົມ​ກັບ​ຄວາມ​ຕ້ອງການ ເພື່ອ​ຖ້ອຍຄຳ​ທີ່​ພວກເຈົ້າ​ກ່າວ​ນັ້ນ ຈະ​ເປັນ​ຄຸນ​ປະໂຫຍດ​ແກ່​ຜູ້​ທີ່​ໄດ້ຍິນ​ໄດ້​ຟັງ.


ທັງ​ຢ່າ​ກ່າວ​ຄຳ​ຫຍາບຊ້າ, ຢ່າ​ເວົ້າ​ຢ່າງ​ບໍ່ມີ​ແກ່ນສານ ຫລື​ເວົ້າ​ຕະຫລົກ​ຫລິ້ນ ຊຶ່ງ​ເປັນ​ການ​ບໍ່​ສົມຄວນ, ແຕ່​ໃຫ້​ມີ​ການ​ຂອບພຣະຄຸນ​ດີກວ່າ.


ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.


ຢ່າ​ເວົ້າ​ຕົວະ​ຕໍ່​ກັນແລະກັນ ດ້ວຍວ່າ ພວກເຈົ້າ​ໄດ້​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ກັບ​ຄວາມ​ປະພຶດ​ແບບ​ເກົ່າ​ນັ້ນ​ແລ້ວ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ໃນ​ບັນດາ​ຄົນ​ເຫຼົ່ານັ້ນ​ມີ ຮີເມນາໂຢ ແລະ ອາເລັກຊັນເດີ ທີ່​ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ກັບ​ມານຊາຕານ​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ເຊົາ​ກ່າວ​ຄຳ​ຫຍາບຊ້າ​ຕໍ່​ພຣະເຈົ້າ.


ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.


ບໍ່ແມ່ນ​ພວກເຂົາ​ນັ້ນ​ຫລື ທີ່​ເວົ້າ​ໝິ່ນປະໝາດ​ຕໍ່​ພຣະນາມ​ອັນ​ປະເສີດ ຊຶ່ງ​ພວກເຈົ້າ​ກໍ​ເປັນ​ຂອງ​ພຣະອົງ?


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ແລະ​ໄດ້​ຊົງ​ໂຜດ​ເອົາ​ໂລດ​ຜູ້​ຊອບທຳ​ນັ້ນ​ໃຫ້​ພົ້ນ ຄື​ຜູ້​ມີ​ຄວາມ​ທຸກໃຈ​ຫລາຍ ຍ້ອນ​ກິຣິຍາ​ທີ່​ຂາດ​ສິນທຳ​ຂອງ​ຄົນຊົ່ວ​ເຫຼົ່ານັ້ນ.


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


ເຖິງປານນັ້ນ ພວກ​ເຫຼົ່ານີ້​ກໍ​ຍັງ​ມົວ​ຝັນ ເຮັດ​ໃຫ້​ຮ່າງກາຍ​ຂອງຕົນ​ຊົ່ວ​ມົວໝອງ, ພວກເຂົາ​ໝິ່ນປະໝາດ​ສິດ​ອຳນາດ​ຂອງ​ພຣະເຈົ້າ ແລະ​ດ່າວ່າ​ບັນດາ​ຜູ້​ມີ​ກຽດ​ສັກສີ​ຢູ່​ເບື້ອງ​ເທິງ.


ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka