Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:3 - ພຣະຄຳພີສັກສິ

3 ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດ້ວຍວ່າ ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ ບັດນີ້​ຊີວິດ​ຂອງ​ພວກເຈົ້າ​ກໍ​ຖືກ​ເຊື່ອງຊ້ອນ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:3
32 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ.


ເພາະວ່າ ພຣະເຈົ້າ​ຊົງ​ຮັກ​ໂລກ​ຫລາຍ​ທີ່ສຸດ ຈົນ​ໄດ້​ປະທານ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ວາງໃຈເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດ​ໄປ​ເປັນນິດ.


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ເປັນ​ຄືນ​ມາ​ສູ່​ຊີວິດ​ສັນໃດ ຖ້າ​ພຣະບຸດ​ຢາກ​ໃຫ້​ຊີວິດ​ແກ່​ຜູ້ໃດ ກໍ​ຈະ​ເຮັດ​ສັນນັ້ນ​ເໝືອນກັນ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ.


ແຕ່​ເຖິງປານນັ້ນ ເຈົ້າ​ທັງຫລາຍ​ກໍ​ຍັງ​ບໍ່​ຢາກ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.”


ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.


ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.


ຢ່າງ​ດຽວກັນ​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຖື​ວ່າ​ພວກເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ບາບ​ແລ້ວ ແຕ່​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ.


ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ?


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຜູ້​ທຳອິດ ຄື​ອາດາມ​ໃຫ້​ເປັນ​ຜູ້​ທີ່​ມີ​ຊີວິດ, ແຕ່​ອາດາມ​ຄົນ​ສຸດທ້າຍ​ເປັນ​ພຣະວິນຍານ ຜູ້​ທີ່​ປະທານ​ຊີວິດ.”


ແຕ່​ມະນຸດ​ທີ່​ມີ​ຈິດໃຈ​ທຳມະດາ​ຈະ​ຮັບ​ສິ່ງ​ເຫຼົ່ານັ້ນ ຊຶ່ງ​ເປັນ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້, ເພາະ​ພວກເຂົາ​ເຫັນ​ວ່າ ສິ່ງ​ເຫຼົ່ານີ້​ເປັນ​ເລື່ອງ​ໂງ່​ສຳລັບ​ຕົນ ແລະ​ບໍ່​ສາມາດ​ເຂົ້າໃຈ ເພາະວ່າ ທີ່​ຈະ​ເຂົ້າໃຈ​ສິ່ງ​ເຫຼົ່ານັ້ນ​ໄດ້ ກໍ​ຕ້ອງ​ອາໄສ​ພຣະວິນຍານ.


ເພາະວ່າ, ຄວາມຮັກ​ຂອງ​ພຣະຄຣິດ​ຊົງ​ບັງຄັບ​ພວກເຮົາ​ຢູ່ ຍ້ອນ​ພວກເຮົາ​ແນ່ໃຈ​ວ່າ, ມີ​ຜູ້ໜຶ່ງ​ໄດ້​ຕາຍ​ແທນ​ຄົນ​ທັງປວງ. ດັ່ງນັ້ນ ຄົນ​ທັງປວງ​ຈຶ່ງ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຕາຍ​ນັ້ນ.


ດ້ວຍວ່າ, ພວກເຮົາ​ດຳເນີນ​ຊີວິດ​ຕາມ​ຄວາມເຊື່ອ ບໍ່ແມ່ນ​ຕາມ​ທີ່​ຕາ​ເຫັນ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ແລະ​ເຮັດ​ໃຫ້​ຄົນ​ທັງປວງ ເຫັນ​ແຈ້ງ​ເຖິງ​ແຜນການ​ອັນ​ລັບເລິກ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສ້າງ​ສັບພະທຸກສິ່ງ ຊຶ່ງ​ໄດ້​ເຊື່ອງຊ້ອນ​ຄວາມ​ລັບເລິກ​ຂອງ​ພຣະອົງ​ໄວ້ ຕະຫລອດ​ທຸກຍຸກ​ທຸກສະໄໝ​ທີ່​ຜ່ານ​ມາ,


ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,


ຊຶ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ​ຄວາມຮູ້​ທັງໝົດ​ຊົງ​ບັງຊ້ອນ​ໄວ້​ໃນ​ພຣະອົງ.


ຊີວິດ​ທີ່​ແທ້ຈິງ​ຂອງ​ພວກເຈົ້າ​ຄື​ພຣະຄຣິດ ແລະ​ເມື່ອໃດ​ພຣະອົງ​ສະເດັດ​ມາ​ປາກົດ ເມື່ອນັ້ນ​ແຫຼະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ກັບ​ພຣະອົງ ແລະ​ຮ່ວມ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.


ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ພວກ​ທີ່ຮັກ​ເອີຍ, ບັດນີ້​ເຮົາ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ແລະ​ຍັງ​ບໍ່ໄດ້​ຊົງ​ສຳແດງ​ໃຫ້​ຮູ້​ຄັກ​ວ່າ ຕໍ່ໄປ​ພວກເຮົາ​ຈະ​ເປັນ​ຢ່າງ​ໃດ ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ​ນັ້ນ ເຮົາ​ທັງຫລາຍ​ຈະ​ເປັນ​ເໝືອນ​ພຣະອົງ ເພາະວ່າ​ພວກເຮົາ​ຈະ​ເຫັນ​ພຣະອົງ ຢ່າງ​ທີ່​ພຣະອົງ​ຊົງ​ເປັນ​ຢູ່​ນັ້ນ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka