ໂກໂລຊາຍ 3:1 - ພຣະຄຳພີສັກສິ1 ຖ້າເຈົ້າທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ ກໍຈົ່ງສະແຫວງຫາສິ່ງຊຶ່ງຢູ່ເບື້ອງເທິງ ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່ ຊົງປະທັບເບື້ອງຂວາຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ຖ້າພວກເຈົ້າໄດ້ຮັບການເຮັດໃຫ້ເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າແລ້ວ ກໍຈົ່ງໃຫ້ໃຈຂອງພວກເຈົ້າຈົດຈໍ່ກັບສິ່ງທີ່ຢູ່ເບື້ອງເທິງ ບ່ອນທີ່ພຣະຄຣິດເຈົ້ານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ. Uka jalj uñjjattʼäta |
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.