Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:5 - ພຣະຄຳພີສັກສິ

5 ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ເຖິງແມ່ນວ່າ​ຮ່າງກາຍ​ຂອງ​ເຮົາ​ບໍ່​ຢູ່​ກັບ​ພວກເຈົ້າ ແຕ່​ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ແລະ ມີ​ຄວາມຊື່ນຊົມຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາ​ກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:5
19 Jak'a apnaqawi uñst'ayäwi  

ນອກ​ເໜືອ​ຈາກ​ການ​ຖວາຍບູຊາ​ດ້ວຍ​ການ​ເຜົາ​ທັງໝົດ​ແລ້ວ ພວກ​ປະໂຣຫິດ​ຍັງ​ຮັບຜິດຊອບ​ເຜົາ​ໄຂມັນ ຊຶ່ງ​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ສຳລັບ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ພ້ອມ​ກັບ​ເຄື່ອງ​ເຜົາບູຊາ​ອີກ. ສະນັ້ນ ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່.


ພວກເຂົາ​ບໍ່ໄດ້​ສັດຊື່​ແລະ​ຈົງຮັກ​ພັກດີ​ຕໍ່​ພຣະອົງ ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ.


ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ແຕ່ລະມື້ ຈົ່ງ​ໃຫ້​ຫົວໜ້າ​ແຕ່ລະຄົນ​ນຳ​ເຄື່ອງ​ມາ​ຖວາຍບູຊາ​ທີ່​ແທ່ນ ຕາມ​ຜຽນ​ຂອງ​ໃຜ​ລາວ​ໃຫ້​ຄົບ​ສິບສອງ​ວັນ.”


ພວກເຂົາ​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັກຄະສາວົກ ເຂົ້າ​ຮ່ວມ​ໃນ​ກຸ່ມ​ສາມັກຄີທຳ ໃນ​ການ​ຫັກ​ເຂົ້າຈີ່ ແລະ​ຮ່ວມ​ໃຈ​ກັນ​ໃນ​ການ​ພາວັນນາ​ອະທິຖານ.


ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ຖ້າ​ມີ​ຜູ້ໃດ​ຫິວ ກໍ​ໃຫ້​ຜູ້​ນັ້ນ​ກິນ​ທີ່​ເຮືອນ​ຂອງຕົນ​ເສຍກ່ອນ ເພື່ອ​ເວລາ​ມາ​ປະຊຸມ​ກັນ ເຈົ້າ​ທັງຫລາຍ​ຈະ​ບໍ່​ຖືກ​ການ​ຊົງ​ພິພາກສາ​ລົງໂທດ. ສ່ວນ​ເລື່ອງ​ອື່ນໆ​ນັ້ນ ເມື່ອ​ເຮົາ​ມາ ເຮົາ​ຈະ​ແນະນຳ​ໃຫ້.


ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ​ແລະ​ມີ​ລະບຽບ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຝ່າຍ​ພວກເຮົາ ເມື່ອ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ກໍ​ຈາກ​ໄປ​ພຽງ​ຮ່າງກາຍ​ເທົ່ານັ້ນ ແຕ່​ບໍ່ແມ່ນ​ຈິດໃຈ. ພວກເຮົາ​ລະນຶກ​ຄິດເຖິງ​ພວກເຈົ້າ​ຫລາຍ​ທີ່ສຸດ ແລະ​ຍັງ​ພະຍາຍາມ​ຢ່າງ​ຍິ່ງ​ທີ່​ຈະ​ມາ​ເຫັນໜ້າ​ພວກເຈົ້າ​ອີກ,


ເພາະ​ຖ້າ​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ແລ້ວ ຊີວິດ​ຂອງເຮົາ​ກໍ​ສົດຊື່ນ​ຂຶ້ນ.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


ຈົ່ງ​ຕໍ່ສູ້​ກັບ​ສັດຕູ​ນັ້ນ​ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ໂດຍ​ຮູ້​ແລ້ວ​ວ່າ​ພີ່ນ້ອງ​ຂອງ​ພວກເຈົ້າ​ທົ່ວ​ໂລກ ກໍ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ຢ່າງ​ດຽວກັນ​ນີ້.


ເມື່ອ​ນາງ​ນາໂອມີ​ເຫັນ​ວ່າ ນາງຣຸດ​ຕັດສິນໃຈ​ໄປ​ກັບ​ຕົນ​ແທ້​ກໍ​ບໍ່​ເວົ້າ​ຫຍັງ​ຕື່ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka