Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:3 - ພຣະຄຳພີສັກສິ

3 ຊຶ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ​ຄວາມຮູ້​ທັງໝົດ​ຊົງ​ບັງຊ້ອນ​ໄວ້​ໃນ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເຊິ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ ຄວາມຮູ້​ທັງໝົດ​ເຊື່ອງຊ້ອນ​ໄວ້​ໃນ​ພຣະອົງ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:3
21 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.


ບໍ່ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ຈະ​ສາມາດ​ເຫັນ​ປັນຍາ ແມ່ນແຕ່​ນົກ​ບິນ​ໄປມາ​ໃນ​ທ້ອງຟ້າ​ອາກາດ.


ຈົ່ງ​ຊອກຫາ​ປັນຍາ​ດັ່ງ​ເຈົ້າ​ຊອກຫາ​ເງິນ ຫລື​ຂຸມ​ຊັບ​ທີ່​ຖືກ​ເຊື່ອງ​ໄວ້.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ, ວິນຍານ​ແຫ່ງ​ສະຕິປັນຍາ ວິນຍານ​ແຫ່ງ​ຄວາມ​ເຂົ້າໃຈ. ວິນຍານ​ແຫ່ງ​ທີ່ປຶກສາ ວິນຍານ​ແຫ່ງ​ຣິດອຳນາດ ວິນຍານ​ແຫ່ງ​ຄວາມຮູ້ ວິນຍານ​ແຫ່ງ​ການ​ຢຳເກງ​ພຣະເຈົ້າຢາເວ


ພຣະອົງ​ປຶກສາ​ນຳ​ຜູ້ໃດ​ເພື່ອ​ຢາກ​ຮູ້​ແລະ​ເຂົ້າໃຈ ຫລື​ສຶກສາ​ຮໍ່າຮຽນ​ສິ່ງ​ທັງໝົດ​ໃນ​ໂລກນີ້?


“ດັ່ງນັ້ນ ຢ່າ​ສູ່​ຢ້ານ​ມະນຸດ ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ຖືກ​ເປີດເຜີຍ ສິ່ງໃດ​ທີ່​ເປັນ​ຄວາມລັບ​ຈະ​ຖືກ​ໄຂ​ອອກ​ໃຫ້​ຮູ້.


ດ້ວຍເຫດນີ້ ພຣະ​ປັນຍາ​ຂອງ​ພຣະເຈົ້າ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ໃຊ້​ພວກ​ຜູ້ທຳນວາຍ ແລະ ພວກ​ອັກຄະສາວົກ​ມາ​ຫາ​ພວກເຂົາ, ພວກເຂົາ​ຈະ​ຂ້າ​ບາງຄົນ ແລະ​ຈະ​ຂົ່ມເຫັງ​ບາງຄົນ.’


ຄວາມ​ຮັ່ງມີ​ຂອງ​ພຣະເຈົ້າ​ກໍ​ມີ​ຢ່າງ​ລົ້ນເຫລືອ ແລະ​ພຣະ​ສະຕິປັນຍາ ທັງ​ຄວາມ​ຮອບຮູ້​ຂອງ​ພຣະອົງ​ກໍ​ແສນ​ເລີດລໍ້າ ການ​ຕັດສິນ​ຂອງ​ພຣະອົງ ກໍ​ເຫຼືອ​ທີ່​ຈະ​ເຂົ້າໃຈ​ໄດ້ ແລະ​ວິທີ​ທາງ​ຂອງ​ພຣະອົງ ກໍ​ເຫຼືອ​ວິໄສ​ທີ່​ຈະ​ຄົ້ນຄວ້າ​ໄດ້.


ແຕ່​ສຳລັບ​ພວກ​ທີ່​ພຣະເຈົ້າ​ເອີ້ນ​ໄວ້​ແລ້ວ​ນັ້ນ ບໍ່​ວ່າ​ຄົນ​ຢິວ ຫລື​ຄົນຕ່າງຊາດ​ກໍຕາມ ເຂົາ​ຖື​ວ່າ​ພຣະຄຣິດ​ເປັນ​ຣິດອຳນາດ ແລະ​ເປັນ​ສະຕິປັນຍາ​ຂອງ​ພຣະເຈົ້າ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ເປັນ​ພຣະຄຸນ​ຊຶ່ງ​ພວກເຮົາ​ໄດ້​ຮັບ​ຢ່າງ​ລົ້ນເຫລືອ​ຫາ​ທີ່​ປຽບ​ບໍ່ໄດ້. ໃນ​ພຣະ​ປັນຍາ​ແລະ​ຄວາມ​ຮູ້ແຈ້ງ​ເຫັນຈິງ​ທຸກຢ່າງ​ຂອງ​ພຣະອົງ​ນັ້ນ.


ເພາະວ່າ​ພຣະເຈົ້າ​ຊົງ​ພໍພຣະໄທ ທີ່​ຈະ​ໃຫ້​ສະພາບ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພຣະບຸດ​ຢ່າງ​ເຕັມ​ບໍລິບູນ.


ພຣະອົງ​ນັ້ນ​ແຫຼະ ທີ່​ພວກເຮົາ​ປະກາດ​ໃຫ້​ແກ່​ທຸກຄົນ​ໂດຍ​ເຕືອນ​ສະຕິ ແລະ​ສັ່ງສອນ​ດ້ວຍ​ປັນຍາ​ທຸກຢ່າງ ເພື່ອ​ຈະ​ໄດ້​ຖວາຍ​ທຸກຄົນ​ຊ້ອງໜ້າ​ພຣະເຈົ້າ ເໝືອນ​ເປັນ​ຄົນ​ໃຫຍ່​ຄົບຖ້ວນ​ແລ້ວ​ໃນ​ພຣະຄຣິດ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.


ເພາະ​ເຫດ​ນີ້​ແຫຼະ ເຈົ້າ​ທັງຫລາຍ​ຈົ່ງ​ອົດສາ​ພະຍາຍາມ​ຈົນ​ສຸດ​ກຳລັງ ເພື່ອ​ຈະ​ເອົາ​ຄຸນຄວາມດີ​ເພີ່ມ​ຄວາມເຊື່ອ ແລະ​ເອົາ​ຄວາມຮູ້​ເພີ່ມ​ຄວາມດີ.


ຜູ້ໃດ​ມີ​ຫູ​ຟັງ ຈົ່ງ​ຟັງ​ຂໍ້ຄວາມ​ທີ່​ພຣະວິນຍານ​ຊົງ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແກ່​ຜູ້​ທີ່​ມີ​ໄຊຊະນະ ແລະ​ຈະ​ໃຫ້​ຫີນ​ຂາວ​ແກ່​ຜູ້ນັ້ນ, ໃນ​ຫີນ​ນັ້ນ​ມີ​ຊື່​ໃໝ່​ຈາລືກ​ໄວ້ ຊຶ່ງ​ບໍ່ມີ​ຜູ້ໃດ​ຮູ້ ນອກຈາກ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka