Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:2 - ພຣະຄຳພີສັກສິ

2 ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ,

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:2
58 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.


ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ


ຄວາມ​ສະຫງົບສຸກ ແລະ​ຄວາມ​ປອດໄພ​ຈະ​ມີ​ຕະຫລອດໄປ ເພາະ​ທຸກຄົນ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ວ່າ, “ຈົ່ງ​ເລົ້າໂລມ​ປະຊາຊົນ​ຂອງເຮົາ ຈົ່ງ​ເລົ້າໂລມ​ໃຈ​ປະຊາຊົນ​ຂອງເຮົາ​ເຖີດ


ຫລັງຈາກ​ມີ​ຊີວິດ​ຢ່າງ​ທົນທຸກ​ທໍລະມານ ທ່ານ​ກໍ​ຈະ​ມີ​ຄວາມສຸກ​ຊົມຊື່ນ​ຍິນດີ​ອີກ; ທ່ານ​ຈະ​ຮູ້ວ່າ​ທ່ານ​ບໍ່ໄດ້​ທົນ​ທຸກຢ່າງ​ໄຮ້​ຜົນ ເປັນ​ຜູ້ຮັບໃຊ້​ອຸທິດຕົນ​ທີ່​ເຮົາ​ພໍໃຈ​ນຳ​ແທ້ໆ. ທ່ານ​ຈະ​ແບກ​ໂທດກຳ​ຂອງ​ຄົນ​ທັງຫລາຍ ເພື່ອ​ເຫັນ​ແກ່​ທ່ານ ເຮົາ​ຈະ​ຍົກໂທດ​ໃຫ້​ພວກເຂົາ.


ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຢາກ​ອວດອ້າງ​ອອກ​ມາ ໃຫ້​ອວດ​ວ່າ​ຕົນ​ຮູ້ ແລະ​ເຂົ້າໃຈ​ເຮົາ​ກໍ​ດີກວ່າ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ສຳແດງ​ຄວາມຮັກ​ທີ່​ໝັ້ນຄົງ ເຮົາ​ກະທຳ​ສິ່ງ​ທີ່​ທ່ຽງທຳ ແລະ​ສິ່ງ​ທີ່​ຖືກຕ້ອງ​ເທິງ​ແຜ່ນດິນ​ໂລກ. ແມ່ນ​ສິ່ງ​ເຫຼົ່ານັ້ນ​ແຫລະ ທີ່​ເຮັດ​ໃຫ້​ເຮົາ​ພໍໃຈ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ສຳລັບ​ພວກເຈົ້າ​ນັ້ນ ພຣະເຈົ້າ​ຊົງ​ໂຜດ​ໃຫ້​ພວກເຈົ້າ​ຮູ້​ໄດ້​ຄວາມ​ລັບເລິກ​ແຫ່ງ​ຣາຊອານາຈັກ​ສະຫວັນ, ແຕ່​ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ຊົງ​ໂຜດ​ໃຫ້​ຮູ້.


ທ່ານ​ເທໂອຟີໂລ​ທີ່​ນັບຖື: ມີ​ຫລາຍ​ຄົນ​ໄດ້​ລົງ​ມື​ຮຽບ​ຮຽງ​ເລື່ອງ​ເຫດການ​ຕ່າງໆ ຊຶ່ງ​ສຳເລັດ​ແລ້ວ​ໃນ​ທ່າມກາງ​ພວກເຮົາ.


ເຮົາ​ກັບ​ພຣະບິດາເຈົ້າ​ກໍ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ.”


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ ເຖິງ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍຕາມ ກໍ​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ​ເຊື່ອໝັ້ນ​ວ່າ, ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ.”


ທຸກສິ່ງ​ທີ່​ພຣະບິດາເຈົ້າ​ມີ​ຢູ່​ນັ້ນ ກໍ​ເປັນ​ຂອງເຮົາ. ສະນັ້ນ ເຮົາ​ຈຶ່ງ​ກ່າວ​ວ່າ, ພຣະວິນຍານ​ຈະ​ນຳ​ເອົາ​ສິ່ງ ຊຶ່ງ​ເປັນ​ຂອງເຮົາ​ນັ້ນ ມາ​ປະກາດ​ແກ່​ເຈົ້າ​ທັງຫລາຍ.”


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ແຕ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ພວກເຂົາ​ວ່າ, “ພຣະບິດາເຈົ້າ​ຂອງເຮົາ​ຍັງ​ກະທຳ​ກິດຈະການ​ຈົນເຖິງ​ດຽວ​ນີ້ ແລະ​ເຮົາ​ກໍ​ເຮັດ​ການ​ນັ້ນ​ເໝືອນກັນ.”


ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ບັດນີ້​ຂ້ານ້ອຍ​ເຊື່ອ ແລະ​ຮູ້​ແລ້ວ​ວ່າ, ພຣະອົງ​ເປັນ​ຜູ້​ບໍຣິສຸດ​ທີ່​ມາ​ຈາກ​ພຣະເຈົ້າ.”


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ຈົ່ງ​ຖວາຍ​ພຣະ​ກຽດ​ແດ່​ພຣະເຈົ້າ ຜູ້​ຊົງ​ຣິດເດດ​ທີ່​ເຮັດ​ໃຫ້​ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່ ຕາມ​ຂ່າວປະເສີດ​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ​ທີ່​ເຮົາ​ປະກາດ​ນັ້ນ ແລະ​ຕາມ​ການ​ເປີດເຜີຍ​ໃຫ້​ເຫັນ​ເຖິງ​ຄວາມຈິງ​ອັນ​ເລິກລັບ ຊຶ່ງ​ໄດ້​ຖືກ​ປົກບັງ​ໄວ້​ມາ​ຕັ້ງແຕ່​ບູຮານ​ນະການ​ພຸ້ນ.


ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.


ທຸກຄົນ​ໃນ​ພວກເຈົ້າ ສາມາດ​ປະກາດ​ພຣະທຳ​ໄດ້ ແຕ່​ໃຫ້​ກ່າວ​ເທື່ອລະ​ຄົນ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມຮູ້ ແລະ​ຄວາມ​ໜູນໃຈ​ດ້ວຍ​ກັນ.


ພວກເຮົາ​ບໍ່ໄດ້​ຮັບ​ວິນຍານ​ຂອງ​ໂລກນີ້, ແຕ່​ພວກເຮົາ​ໄດ້​ຮັບ​ພຣະວິນຍານ​ທີ່​ມາ​ຈາກ​ພຣະເຈົ້າ ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້​ທຸກສິ່ງ ທີ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ໃຫ້​ແກ່​ພວກເຮົາ​ນັ້ນ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ,


ພຣະອົງ​ໄດ້​ເປີດເຜີຍ​ແຜນການ​ອັນ​ເລິກລັບ​ຂອງ​ພຣະອົງ​ໃຫ້​ຂ້າພະເຈົ້າ​ໄດ້​ຮູ້​ແຜນການ​ນັ້ນ. (ຕາມ​ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ໄວ້​ແລ້ວ ຢ່າງ​ຫຍໍ້ໆ​ກ່ຽວກັບ​ເລື່ອງ​ນີ້


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຊ້​ລາວ​ມາ​ຫາ​ພວກເຈົ້າ ເພື່ອ​ແຈ້ງ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ທຸກຄົນ​ເປັນ​ຢູ່​ຢ່າງ​ໃດ ແລະ​ເພື່ອ​ໃຫ້​ລາວ​ໜູນໃຈ​ພວກເຈົ້າ.


ເຫດສະນັ້ນ ຖ້າ​ຊີວິດ​ໃນ​ພຣະຄຣິດ​ອຳນວຍ​ການ​ຊູ​ກຳລັງ​ໃຈ, ຖ້າ​ມີ​ຄວາມ​ເລົ້າໂລມ​ປະການ​ໃດ​ໃນ​ຄວາມຮັກ, ຖ້າ​ມີ​ສ່ວນ​ຮ່ວມໃຈ​ກັບ​ພຣະວິນຍານ​ປະການ​ໃດ, ຖ້າ​ມີ​ຄວາມ​ເມດຕາ​ເອັນດູ​ປະການ​ໃດ,


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ຊຶ່ງ​ເປັນ​ຂໍ້​ຄວາມ​ອັນ​ເລິກລັບ ທີ່​ພຣະອົງ​ໄດ້​ເຊື່ອງຊ້ອນ​ໄວ້​ຈາກ​ມວນ​ມະນຸດ​ແຕ່​ໃດໆ​ມາ, ແຕ່​ບັດນີ້ ໄດ້​ເປີດເຜີຍ​ໃຫ້​ໄພ່ພົນ​ຂອງ​ພຣະອົງ​ຮູ້​ແລ້ວ.


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.


ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ.


ໃນ​ເວລາ​ດຽວກັນ​ນັ້ນ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຮົາ​ດ້ວຍ ເພື່ອ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໄຂ​ປະຕູ​ໄວ້​ສຳລັບ​ພຣະທຳ​ນັ້ນ ໃຫ້​ພວກເຮົາ​ປະກາດ​ຂໍ້​ເລິກລັບ​ເລື່ອງ​ພຣະຄຣິດ, ການ​ທີ່​ເຮົາ​ຖືກ​ຄຸກ​ຢູ່​ກໍ​ເພາະ​ເລື່ອງ​ນີ້​ແຫຼະ.


ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ໃຊ້​ລາວ​ໄປ​ຫາ​ພວກເຈົ້າ ເພື່ອ​ເຊີດຊູ​ຈິດໃຈ​ພວກເຈົ້າ​ຂຶ້ນ ໂດຍ​ໃຫ້​ຮູ້​ວ່າ​ພວກເຮົາ​ທຸກຄົນ​ເປັນ​ຢູ່​ຢ່າງ​ໃດ.


ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.


ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.


ເຮົາ​ຕ້ອງ​ຍອມຮັບ​ເຖິງ​ຄວາມ​ຍິ່ງໃຫຍ່​ໃນ​ຂໍ້​ລັບເລິກ​ແຫ່ງ​ຄວາມເຊື່ອ​ຂອງ​ພວກເຮົາ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຖືກ​ຊົງ​ສຳແດງ​ໃຫ້​ເຫັນ​ເປັນ​ຜູ້​ຊອບທຳ ໂດຍ​ພຣະວິນຍານ ຊົງ​ສຳແດງ​ພຣະອົງ​ແກ່​ພວກ​ເທວະດາ. ມີ​ຜູ້​ປະກາດ​ເລື່ອງ​ພຣະອົງ​ ໃນ​ທ່າມກາງ​ພວກ​ຕ່າງຊາດ. ມີ​ຜູ້​ເຊື່ອຖື​ພຣະອົງ​ທົ່ວ​ທັງ​ໂລກ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າຣາສີ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ຄວາມ​ປາຖະໜາ​ອັນ​ຍິ່ງໃຫຍ່​ຂອງ​ພວກເຮົາ ແມ່ນ​ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ມີ​ຄວາມ​ຮ້ອນຮົນ​ຢ່າງ​ດຽວກັນ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ນັ້ນ​ຈະ​ໄດ້​ສຳເລັດ.


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດສາ​ພະຍາຍາມ​ຫລາຍກວ່າ​ເກົ່າ ເຮັດ​ໃຫ້​ຕົນເອງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ເພາະວ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມ​ລົງ​ຈັກເທື່ອ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ຢູ່​ຝ່າຍ​ຄວາມຈິງ ຄື​ພວກເຮົາ​ມີ​ຄວາມ​ໝັ້ນໃຈ​ຕໍ່ໜ້າ​ພຣະເຈົ້າ.


ມີ​ພະຍານ​ຢູ່​ສາມ​ປະການ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka