Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:5 - ພຣະຄຳພີສັກສິ

5 ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:5
33 Jak'a apnaqawi uñst'ayäwi  

ຄຸນຄວາມດີ​ຂອງ​ພຣະອົງ​ນັ້ນ​ປະເສີດ​ເລີດລໍ້າ​ຫລາຍ ພຣະອົງ​ຮັກສາ​ໄວ້​ສຳລັບ​ຜູ້​ທີ່​ໃຫ້ກຽດ​ພຣະເຈົ້າ ທຸກຄົນ​ກໍ​ຮູ້​ວ່າ​ພຣະອົງ​ເລີດລໍ້າ​ສໍ່າໃດ ຊົງ​ຄຸ້ມຄອງ​ໃຫ້​ຄວາມ​ປອດໄພ ແກ່​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ.


ຈົ່ງ​ຂາຍ​ສິ່ງ​ຂອງ​ທັງໝົດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ບໍລິຈາກ​ເງິນ​ນັ້ນ​ໃຫ້​ແກ່​ຄົນ​ຍາກຈົນ ຈົ່ງ​ເຮັດ​ຖົງ​ເງິນ​ອັນ​ບໍ່​ຮູ້​ເກົ່າ​ໄວ້​ສຳລັບ​ຕົນ ແລະ​ສະສົມ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ໃນ​ສະຫວັນ ຊຶ່ງ​ໝົດ​ບໍ່​ເປັນ ບ່ອນ​ທີ່​ຂະໂມຍ​ເຂົ້າ​ໄປ​ບໍ່ໄດ້ ແລະ​ບ່ອນ​ທີ່​ມອດ​ກັດ​ກິນ​ບໍ່ໄດ້.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.


ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ທ່ານ​ທັງຫລາຍ​ທີ່​ຢຳເກງ​ພຣະເຈົ້າ​ເອີຍ, ຂ່າວ​ແຫ່ງ​ຄວາມ​ພົ້ນ​ນີ້​ໄດ້​ຖືກ​ສົ່ງ​ມາ ແມ່ນ​ສຳລັບ​ພວກເຮົາ​ນີ້​ເອງ.


ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”


ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ຢ່າງ​ດຽວ​ກັບ​ທີ່​ຄົນ​ເຫຼົ່ານີ້​ມີ​ຢູ່ ຄື​ຫວັງ​ວ່າ​ທຸກໆ​ຄົນ​ທັງ​ຊອບທຳ ແລະ​ບໍ່​ຊອບທຳ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.


ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).


ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ​ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.


ຖ້າ​ຄວາມຫວັງ​ຂອງ​ພວກເຮົາ​ໃນ​ພຣະຄຣິດ ມີ​ຄຸນຄ່າ​ພຽງແຕ່​ສຳລັບ​ຊີວິດ​ນີ້​ເທົ່ານັ້ນ ພວກເຮົາ​ກໍ​ເປັນ​ຄົນ​ທີ່​ໜ້າ​ສັງເວດ​ທີ່ສຸດ​ໃນ​ບັນດາ​ຄົນ​ທັງປວງ.


ເພາະ​ໂດຍ​ທາງ​ພຣະຄຣິດ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ຄືນ​ດີ​ກັບ​ພຣະອົງ ພຣະເຈົ້າ​ບໍ່ໄດ້​ຖື​ໂທດ​ຕໍ່​ການບາບ​ຂອງ​ພວກເຂົາ ແລະ​ພຣະອົງ​ໄດ້​ຊົງ​ມອບ​ຂ່າວ​ເລື່ອງ​ການ​ຄືນ​ດີ​ໄວ້​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ພວກເຮົາ.


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”


ແຕ່​ພວກເຮົາ​ບໍ່ໄດ້​ອ່ອນ​ຍອມ​ຕໍ່​ພວກເຂົາ​ແມ່ນແຕ່​ນາທີ​ດຽວ ເພື່ອ​ຈະ​ໄດ້​ຮັກສາ​ຄວາມ​ສັດຈິງ​ຂອງ​ຂ່າວປະເສີດ​ນັ້ນ ໄວ້​ສຳລັບ​ເຈົ້າ​ທັງຫລາຍ.


ໂດຍ​ພຣະວິນຍານ ພວກເຮົາ​ມີ​ຄວາມຫວັງ​ວ່າ ພຣະເຈົ້າ​ຈະ​ຊົງ​ໃຫ້​ພວກເຮົາ​ເປັນ​ຜູ້​ຊອບທຳ​ຕໍ່ໜ້າ​ພຣະອົງ ແລະ​ແມ່ນ​ສິ່ງ​ທີ່​ພວກເຮົາ​ຄອງຄອຍ​ຖ້າ​ຢູ່​ໂດຍ​ຄວາມເຊື່ອ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ຖ້າ​ແມ່ນ​ວ່າ​ພວກເຈົ້າ​ໄດ້ຍິນ​ເລື່ອງ​ພຣະອົງ ແລະ​ໄດ້​ຮັບ​ຄຳສັ່ງສອນ​ເລື່ອງ​ພຣະອົງ​ຕາມ​ຄວາມຈິງ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູເຈົ້າ​ແລ້ວ.


ແຕ່​ພວກເຈົ້າ​ຕ້ອງ​ຕັ້ງໝັ້ນ​ຢູ່​ໃນ​ຄວາມເຊື່ອ ເທິງ​ຮາກຖານ​ອັນ​ໝັ້ນຄົງ​ແລະ​ຖາວອນ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ພວກເຈົ້າ​ມີ ເມື່ອ​ໄດ້ຍິນ​ຂ່າວປະເສີດ​ແລ້ວ​ນັ້ນ ແມ່ນ​ຂ່າວປະເສີດ​ນັ້ນ​ແຫຼະ ທີ່​ໄດ້​ແຜ່​ຂະຫຍາຍ​ໄປ​ສູ່​ມວນ​ມະນຸດ​ທົ່ວ​ໃຕ້​ຟ້າ ຊຶ່ງ​ເຮົາ​ຄື​ໂປໂລ ໄດ້​ກາຍເປັນ​ຜູ້ຮັບໃຊ້​ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ.


ພຣະເຈົ້າ​ຊົງ​ມີ​ພຣະ​ປະສົງ​ທີ່​ຈະ​ສຳແດງ​ໃຫ້​ໄພ່ພົນ​ເຫຼົ່ານັ້ນ​ຮູ້​ວ່າ ໃນ​ທ່າມກາງ​ຄົນຕ່າງຊາດ ອັນ​ໃດ​ເປັນ​ຄວາມ​ຮັ່ງມີ​ຂອງ​ສະຫງ່າຣາສີ​ແຫ່ງ​ຂໍ້​ເລິກລັບ ຄື​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ ຊຶ່ງ​ເປັນ​ເຫດ​ໃຫ້​ຫວັງ​ວ່າ​ຈະ​ໄດ້​ເຖິງ​ສະຫງ່າຣາສີ​ນັ້ນ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ຄຳ​ນີ້​ເປັນ​ຄວາມຈິງ ຊຶ່ງ​ທຸກຄົນ​ສົມຄວນ​ຮັບ​ເອົາ​ໄວ້ ຄື​ພຣະຄຣິດເຈົ້າ​ເຢຊູ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພື່ອ​ໂຜດ​ເອົາ​ຄົນ​ບາບ​ທັງຫລາຍ​ໃຫ້​ພົ້ນ ໃນ​ບັນດາ​ຄົນ​ເຫຼົ່ານັ້ນ ແມ່ນ​ເຮົາ​ນີ້​ແຫຼະ ເປັນ​ຄົນ​ບາບ​ຫລາຍ​ທີ່ສຸດ,


ແຕ່​ນີ້​ຕໍ່ໄປ ມົງກຸດ​ຄື​ລາງວັນ​ແຫ່ງ​ຄວາມ​ຊອບທຳ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ພິພາກສາ​ທີ່​ຍຸດຕິທຳ ຈະ​ຊົງ​ປະທານ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່ແມ່ນ​ແກ່​ເຮົາ​ພຽງ​ຜູ້​ດຽວ ແຕ່​ຈະ​ຊົງ​ປະທານ​ແກ່​ຄົນ​ທັງປວງ ທີ່​ມີ​ໃຈ​ຍິນດີ​ໃນ​ການ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ​ຂອງ​ພຣະອົງ.


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິຣັນດອນ ຊຶ່ງ​ພຣະເຈົ້າ​ຜູ້​ບໍ່​ຊົງ​ກ່າວ​ຄຳ​ຕົວະ​ໄດ້ ໄດ້​ຊົງ​ສັນຍາ​ໄວ້​ຕັ້ງແຕ່​ດຶກດຳບັນ,


ເພາະວ່າ​ກົດບັນຍັດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ສິ່ງໃດ​ເຖິງ​ທີ່​ສຳເລັດ) ແຕ່​ມີ​ຄວາມຫວັງ​ອັນ​ດີກວ່າ​ໄດ້​ເພີ່ມເຕີມ​ເຂົ້າ​ມາ ໂດຍ​ຄວາມຫວັງ​ນັ້ນ​ພວກເຮົາ​ຈຶ່ງ​ຈະ​ເຂົ້າ​ໄປ​ໃກ້​ພຣະເຈົ້າ​ໄດ້.


ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ.


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ເຈົ້າ​ທັງຫລາຍ​ຮູ້ຈັກ ແລະ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມຈິງ​ທີ່​ມີ​ຢູ່​ແລ້ວ​ກໍດີ. ຂ້າພະເຈົ້າ​ກໍ​ພ້ອມ​ຢູ່​ສະເໝີ ທີ່​ຈະ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ລະນຶກເຖິງ​ສິ່ງ​ເຫຼົ່ານີ້.


ແລະ​ທຸກຄົນ​ທີ່​ມີ​ຄວາມຫວັງ​ຢ່າງ​ນີ້​ໃນ​ພຣະອົງ ກໍ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ບໍຣິສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka