ໂກໂລຊາຍ 1:2 - ພຣະຄຳພີສັກສິ2 ເຖິງໄພ່ພົນຂອງພຣະເຈົ້າໃນເມືອງໂກໂລຊາຍ ຜູ້ເຫຼື້ອມໃສສັດທາໃນພຣະຄຣິດ. ຂໍໃຫ້ພຣະຄຸນແລະສັນຕິສຸກ ຊຶ່ງມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ນຳເຈົ້າທັງຫລາຍເທີ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າທີ່ເມືອງໂກໂລຊາຍ, ຜູ້ເປັນພີ່ນ້ອງທີ່ສັດຊື່ໃນພຣະຄຣິດເຈົ້າ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ. Uka jalj uñjjattʼäta |
ເຖິງ ຄຣິສຕະຈັກຂອງພຣະເຈົ້າທີ່ຢູ່ເມືອງໂກຣິນໂທ ຜູ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າທຸກຄົນ ຜູ້ທີ່ຖືກເອີ້ນໃຫ້ເປັນໄພ່ພົນດ້ວຍກັນໃນພຣະຄຣິດເຈົ້າເຢຊູ ກັບຄົນທັງຫລາຍໃນທຸກແຫ່ງຫົນ ທີ່ຮ້ອງອອກພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຄືອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແລະຂອງພວກເຮົາດ້ວຍ.
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.