ໂກໂລຊາຍ 1:16 - ພຣະຄຳພີສັກສິ16 ດ້ວຍວ່າ, ໂດຍພຣະອົງນັ້ນພຣະເຈົ້າໄດ້ຊົງສ້າງສັບພະທຸກສິ່ງ ທັງໃນສະຫວັນແລະເທິງແຜ່ນດິນໂລກ ສິ່ງທີ່ຕາເຫັນໄດ້ແລະສິ່ງທີ່ຕາເຫັນບໍ່ໄດ້ ເປັນພຣະທີ່ນັ່ງ ຫຼືອານຸພາບ ຫຼືບັນດາຜູ້ຄອບຄອງ ແລະບັນດາຜູ້ມີສິດອຳນາດທັງຫລາຍ ພຣະເຈົ້າໄດ້ສ້າງສັບພະສິ່ງທັງໝົດນີ້ໂດຍທາງພຣະອົງ ແລະສຳລັບພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ເພາະໃນພຣະອົງນັ້ນ ທຸກສິ່ງຖືກສ້າງຂຶ້ນຄື: ສິ່ງຕ່າງໆໃນສະຫວັນ ແລະ ເທິງແຜ່ນດິນໂລກ, ສິ່ງທີ່ຕາເບິ່ງເຫັນໄດ້ ແລະ ສິ່ງທີ່ຕາເບິ່ງເຫັນບໍ່ໄດ້, ຈະເປັນບັນລັງ ຫລື ເປັນລິດອຳນາດ ຫລື ບັນດາຜູ້ປົກຄອງ ຫລື ຜູ້ມີສິດອຳນາດ ທຸກສິ່ງຖືກສ້າງຂຶ້ນໂດຍພຣະອົງ ແລະ ເພື່ອພຣະອົງ. Uka jalj uñjjattʼäta |
ແລ້ວປະຊາຊົນອິດສະຣາເອນກໍໄດ້ພາວັນນາອະທິຖານດ້ວຍຖ້ອຍຄຳດັ່ງນີ້: “ຂ້າແດ່ພຣະເຈົ້າຢາເວ ພຣະອົງເທົ່ານັ້ນ ພຣະອົງເທົ່ານັ້ນ; ພຣະອົງໄດ້ຊົງສ້າງສະຫວັນ, ຟ້າສະຫວັນທີ່ສູງສຸດ ພ້ອມທັງບໍລິວານຂອງຟ້າສະຫວັນທຸກຢ່າງທັງໝົດ, ແຜ່ນດິນໂລກກັບທະເລ ແລະທຸກໆສິ່ງທີ່ຢູ່ໃນນັ້ນ; ພຣະອົງຊົງພິທັກຮັກສາສິ່ງເຫຼົ່ານັ້ນທັງໝົດ ທຸກສິ່ງໃນສະຫວັນກໍນະມັດສະການພຣະອົງ.