Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:11 - ພຣະຄຳພີສັກສິ

11 ຂໍ​ໃຫ້​ພວກເຈົ້າ​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ທຸກຢ່າງ ໂດຍ​ຣິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ອົດທົນ​ຕໍ່​ທຸກສິ່ງ​ໄດ້ ແລະ​ມີ​ຄວາມ​ໝັ່ນພຽນ​ດ້ວຍ​ຄວາມ​ຍິນດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ເພື່ອວ່າ​ພວກເຈົ້າ​ຈະ​ມີ​ຄວາມອົດທົນ ແລະ ຄວາມພະຍາຍາມ​ຫລາຍ​ຂຶ້ນ,

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:11
26 Jak'a apnaqawi uñst'ayäwi  

ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ພຣະອົງ​ໃນ​ພຣະວິຫານ ໃຫ້​ຂ້ານ້ອຍ​ເຫັນ​ຣິດອຳນາດ​ທັງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ມື​ຂວາ​ຂອງ​ພຣະອົງ​ນັ້ນ​ຊົງ​ຣິດອຳນາດ​ຍິ່ງ ຂ້າແດ່​ພຣະເຈົ້າຢາເວ ມື​ຂວາ​ຂອງ​ພຣະອົງ​ນັ້ນ​ທຳລາຍ​ພວກ​ສັດຕູ​ໃຫ້​ໝຸ່ນ​ທະລາຍ​ໄປ​ໄດ້.


ຖ້າ​ເຈົ້າ​ເປັນ​ຄົນ​ອ່ອນແອ​ໃນ​ຍາມ​ຄັບຂັນ ເຈົ້າ​ກໍ​ເປັນ​ຄົນ​ອ່ອນແອ​ແທ້ໆ.


ພວກເຂົາ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, ‘ໂດຍ​ພຣະເຈົ້າຢາເວ​ແຕ່​ອົງດຽວ ພົບ​ຄວາມຊອບທຳ​ແລະ​ກຳລັງ,’ ແຕ່​ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຈະ​ຖືກ​ອັບອາຍ​ຂາຍໜ້າ.


ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ພວກ​ອັກຄະສາວົກ​ອອກ​ໄປ​ຈາກ​ສະພາ​ສູງສຸດ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ພວກເພິ່ນ​ຖື​ວ່າ ຕົນ​ເປັນ​ຜູ້​ສົມຄວນ​ທີ່​ຕ້ອງ​ຖືກ​ໝິ່ນປະໝາດ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະເຢຊູເຈົ້າ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ແຕ່​ພວກເຮົາ​ມີ​ຊັບສົມບັດ​ນີ້ ຢູ່​ໃນ​ພາຊະນະ​ດິນ ເພື່ອ​ໃຫ້​ເຫັນ​ວ່າ ຣິດອຳນາດ​ອັນ​ຍິ່ງໃຫຍ່​ນັ້ນ​ເປັນ​ຂອງ​ພຣະເຈົ້າ ບໍ່ໄດ້​ມາ​ຈາກ​ພວກເຮົາ​ເອງ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ ຂໍ​ພຣະອົງ​ຊົງ​ໂຜດ​ປະທານ​ກຳລັງ​ອັນ​ເຂັ້ມແຂງ​ຝ່າຍ​ຈິດໃຈ​ແກ່​ພວກເຈົ້າ ໂດຍ​ເດດ​ພຣະວິນຍານ​ຕາມ​ຄວາມ​ອຸດົມສົມບູນ ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ພຣະອົງ,


ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.


ສຸດທ້າຍ​ນີ້ ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ກຳລັງ​ເພີ່ມ​ຂຶ້ນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ໃນ​ຣິດເດດ​ອັນ​ແກ່ກ້າ​ຂອງ​ພຣະອົງ.


ເຮົາ​ສາມາດ​ສູ້​ກັບ​ທຸກສິ່ງ​ໄດ້​ໂດຍ​ພຣະອົງ​ຜູ້​ຊົງ​ຊູ​ກຳລັງ​ເຮົາ.


ເອົາ​ຄວາມ​ຮູ້ຈັກ​ບັງຄັບ​ຕົນ​ເພີ່ມ​ຄວາມຮູ້ ເອົາ​ຄວາມ​ໝັ້ນໃຈ​ເພີ່ມ​ຄວາມ​ບັງຄັບ​ຕົນ ເອົາ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ​ເພີ່ມ​ຄວາມ​ໝັ້ນໃຈ.


ແດ່​ພຣະເຈົ້າ​ອົງ​ດຽວ ອົງ​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ ໂດຍ​ພຣະເຢຊູ​ຄຣິດເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ; ສະຫງ່າຣາສີ, ຄວາມຍິ່ງໃຫຍ່, ຣິດເດດ ແລະ​ຣິດອຳນາດ ຈົ່ງ​ມີ​ແດ່​ພຣະອົງ​ທັງ​ໃນ​ອະດີດ, ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ຊົ່ວ​ນິຣັນດອນ ອາແມນ.


ໃນ​ເລື່ອງ​ນີ້​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ຄື​ຜູ້​ທີ່​ຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຄວາມເຊື່ອ​ຝ່າຍ​ພຣະເຢຊູເຈົ້າ ກໍ​ຕ້ອງ​ໃຊ້​ຄວາມ​ພຽນ​ອົດທົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka