Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:8 - ພຣະຄຳພີສັກສິ

8 ໂຊໂລ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ພື້ນດິນ ແລະ​ມືນ​ຕາ​ແລ້ວ ແຕ່​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ລາວ​ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ໂຊໂລ​ໄດ້​ລຸກຂຶ້ນ​ຈາກ​ພື້ນດິນ, ແຕ່​ພໍ​ເມື່ອ​ລາວ​ມືນ​ຕາ​ຂຶ້ນ​ກໍ​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ມື​ໂຊໂລ​ເຂົ້າ​ໄປ​ເມືອງ​ດາມັສກັດ.

Uka jalj uñjjattʼäta Copia luraña




ກິດຈະການ 9:8
10 Jak'a apnaqawi uñst'ayäwi  

ຢູ່​ໃນ​ທີ່ນັ້ນ ອັບຣາມ​ໄດ້​ແຍກ​ກຳລັງ​ອອກ​ເປັນ​ສອງ​ໝວດ; ແລ້ວ​ເພິ່ນ​ກໍ​ບຸກໂຈມຕີ​ສັດຕູ​ໃນ​ເວລາ​ກາງຄືນ ແລະ​ເອົາ​ຊະນະ​ພວກເຂົາ. ຄົນ​ຂອງ​ອັບຣາມ​ຍັງ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ໄປ​ຈົນເຖິງ​ເມືອງ​ໂຮບາ ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ,


ແລ້ວ​ຊາຍ​ທັງສອງ​ກໍ​ບັນດານ​ໃຫ້​ພວກ​ອັນທະພານ ທີ່​ຢູ່​ຂ້າງ​ນອກ​ນັ້ນ​ຕາບອດ​ມືດມົວ​ໄປ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ເຫັນ​ປະຕູ​ເຮືອນ.


ພຣະເຈົ້າຢາເວ​ໄດ້​ຖາມ​ໂມເຊ​ວ່າ, “ໃຜ​ສ້າງ​ປາກ​ມະນຸດ? ໃຜ​ເຮັດ​ໃຫ້​ມະນຸດ​ປາກ​ກືກ​ຫູ​ໜວກ? ໃຜ​ເຮັດ​ໃຫ້​ມະນຸດ​ຕາບອດ​ແລະ​ຕາ​ດີ? ແມ່ນ​ເຮົາເອງ​ຄື​ພຣະເຈົ້າຢາເວ.


ບັດນີ້​ຈົ່ງ​ຟັງ ມື​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງ​ຢູ່​ເທິງ​ເຈົ້າ, ເຈົ້າ​ຈະ​ຕາບອດ ແລະ​ຈະ​ບໍ່​ເຫັນ​ແສງ​ສະຫວ່າງ ຈົນເຖິງ​ເວລາ​ທີ່​ກຳນົດ​ໄວ້.” ໃນ​ທັນໃດນັ້ນ ຕາ​ຂອງ​ເອລີມາ​ກໍ​ມືດມົວ​ແລະ​ງົມທາວ​ຫາ​ຮອບ​ຕົວ ເພື່ອ​ຊອກຫາ​ຄົນ​ຈູງ​ມື​ຂອງຕົນ.


ຂ້າພະເຈົ້າ​ຕາບອດ​ຍ້ອນ​ແສງ​ສະຫວ່າງ​ກ້າ​ນັ້ນ. ດັ່ງນັ້ນ ເພື່ອນ​ຮ່ວມ​ເດີນທາງ​ກັບ​ຂ້າພະເຈົ້າ​ຈຶ່ງ​ຈູງ​ມື​ຂ້າພະເຈົ້າ ແລ້ວ​ພາເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ.


ໃນ​ທັນໃດນັ້ນ ກໍ​ມີ​ສິ່ງ​ໜຶ່ງ​ຄື​ເກັດປາ​ຕົກ​ຈາກ​ຕາ​ຂອງ​ໂຊໂລ ແລະ​ເພິ່ນ​ກໍ​ເຫັນຮຸ່ງ​ອີກ ໂຊໂລ​ຈຶ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ,


ເປັນ​ເວລາ​ສາມ​ວັນ ທີ່​ໂຊໂລ​ບໍ່​ສາມາດ​ເຫັນ​ຮຸ່ງ​ໄດ້ ແລະ​ທັງ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ.


ເມື່ອ​ເຮົາ​ຢູ່​ໃນ​ນະຄອນ​ດາມັສກັດ ຜູ້​ວ່າ​ຣາຊການ​ເມືອງ​ຂອງ​ກະສັດ​ອາເຣຕາ ໄດ້​ໃຫ້​ທະຫານ​ເຝົ້າຍາມ​ເມືອງ​ໄວ້, ເພື່ອ​ຈະ​ຈັບ​ຕົວ​ເຮົາ.


ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka