Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:5 - ພຣະຄຳພີສັກສິ

5 ໂຊໂລ​ໄດ້​ທູນ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ນີ້​ແມ່ນ​ເຢຊູ​ຜູ້​ເຈົ້າ​ຂົ່ມເຫັງ​ນັ້ນ​ແຫຼະ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.

Uka jalj uñjjattʼäta Copia luraña




ກິດຈະການ 9:5
15 Jak'a apnaqawi uñst'ayäwi  

ພຣະເຈົ້າ​ແສນ​ສະຫລາດ​ແລະ​ຊົງ​ຣິດອຳນາດ​ຍິ່ງ ບໍ່ມີ​ມະນຸດ​ຄົນໃດ​ສູ້​ຄະດີ​ກັບ​ພຣະອົງ​ໄດ້​ດອກ.


ໝໍ້ດິນ​ຈະ​ກ້າ​ໂຕ້ແຍ້ງ​ກັບ​ຊ່າງ​ປັ້ນໝໍ້​ໄດ້​ບໍ? ໝໍ້ດິນ​ໜ່ວຍ​ໜຶ່ງ​ກໍ​ເປັນ​ດັ່ງ​ໝໍ້ດິນ​ໜ່ວຍ​ອື່ນໆ ດິນດາກ​ຖາມ​ຊ່າງ​ປັ້ນໝໍ້​ວ່າ​ເຮັດ​ຫຍັງ​ຢູ່​ໄດ້​ບໍ? ໝໍ້ດິນ​ຈົ່ມ​ໃຫ້​ຊ່າງ​ປັ້ນໝໍ້​ວ່າ​ບໍ່ໄດ້​ເລື່ອງ​ໄດ້​ບໍ່?


ແຕ່​ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ເພາະ​ຕາມ​ທຳນຽມ​ແລ້ວ ຂ້ານ້ອຍ​ບໍ່ເຄີຍ​ກິນ​ສິ່ງໃດ​ທີ່​ບໍ່ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ແລະ​ສິ່ງ​ທີ່​ເປັນ​ມົນທິນ.”


ເມື່ອ​ທຸກຄົນ​ລົ້ມ​ລົງ​ທີ່​ພື້ນດິນ ແລະ​ຂ້ານ້ອຍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ເປັນ​ພາສາ​ເຮັບເຣີ​ວ່າ, ‘ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເຈົ້າ​ເຮັດ​ໃຫ້​ເຈັບ​ຕົວ​ເອງ​ລ້າໆ ດັ່ງ​ສັດ​ທີ່​ລູ່​ໃສ່​ໄມ້ແສ້​ຂອງ​ຜູ້​ເປັນ​ນາຍ.’


“ຝ່າຍ​ຂ້ານ້ອຍ​ເອງ​ກໍ​ເຄີຍ​ຄິດ​ຢູ່​ໃນ​ໃຈ​ວ່າ, ຕ້ອງ​ເຮັດ​ທຸກ​ວິທີ​ທາງ ເພື່ອ​ຂັດຂວາງ​ພຣະນາມ​ຂອງ​ພຣະເຢຊູເຈົ້າ​ໄທ​ນາຊາເຣັດ.


ແຕ່​ຖ້າ​ສິ່ງ​ນັ້ນ​ມາ​ຈາກ​ພຣະເຈົ້າ ພວກເຈົ້າ​ກໍ​ຈະ​ທຳລາຍ​ພວກເຂົາ​ບໍ່ໄດ້ ພວກເຈົ້າ​ຈະ​ກັບ​ກາຍ​ມາ​ເປັນ​ຜູ້​ຕໍ່ສູ້​ພຣະເຈົ້າ.” ແລ້ວ​ພວກເຂົາ​ກໍ​ຍອມ​ຟັງ​ຄວາມ​ຂອງ​ຄາມາລິເອັນ.


ລາວ​ລົ້ມ​ລົງ​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ແກ່​ຕົນ​ວ່າ, “ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ.”


ພວກເຮົາ​ຈະ​ຍຸຍົງ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ອິດສາ​ຊັ້ນບໍ? ພວກເຮົາ​ຄິດ​ວ່າ​ພວກເຮົາ​ມີ​ຣິດເດດ​ຫລາຍກວ່າ​ພຣະອົງ​ບໍ?


ໄພ່ພົນ​ຂອງ​ພຣະເຈົ້າ​ຮັ່ງມີ​ຂຶ້ນ ແຕ່​ພັດ​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ; ພວກເຂົາ​ອ້ວນ​ຕຸ້ຍພີ​ດີ ເພາະ​ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ. ພວກເຂົາ​ຈຶ່ງ​ໄດ້​ປະຖິ້ມ ພຣະເຈົ້າ​ພຣະ​ຜູ້​ສ້າງ​ຂອງຕົນ​ໄປ ແລະ​ບໍ່​ຍອມ​ຮັບ​ພຣະຜູ້​ຊ່ວຍ​ກູ້​ພວກເຂົາ ວ່າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່.


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ແລ້ວ ຫລື​ວ່າ​ເຖິງ​ທີ່​ສຳເລັດ​ແລ້ວ, ແຕ່​ເຮົາ​ກຳລັງ​ບາກບັ່ນ​ມຸ່ງໜ້າ​ໄປ ເພື່ອ​ຈະ​ໄດ້​ຮັບ​ເອົາ​ເປັນ​ຂອງຕົນ ເໝືອນ​ດັ່ງ​ພຣະຄຣິດເຈົ້າ​ເຢຊູ​ໄດ້​ຊົງ​ຮັບ​ເຮົາ​ໄວ້​ເປັນ​ຂອງ​ພຣະອົງ​ແລ້ວ.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka