Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:3 - ພຣະຄຳພີສັກສິ

3 ພໍ​ເມື່ອ​ໂຊໂລ​ເດີນທາງ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ ໃນ​ທັນໃດນັ້ນ ກໍ​ມີ​ແສງ​ສະຫວ່າງ​ຈາກ​ທ້ອງຟ້າ​ແມບ​ມາບ​ລົງ​ມາ​ອ້ອມ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.

Uka jalj uñjjattʼäta Copia luraña




ກິດຈະການ 9:3
10 Jak'a apnaqawi uñst'ayäwi  

ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.


“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ແລະ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ ໃນ​ເວລາ​ປະມານ​ທ່ຽງ​ວັນ ກໍ​ມີ​ແສງ​ສະຫວ່າງ​ກ້າ​ຈາກ​ທ້ອງຟ້າ​ສ່ອງ​ລົງ​ມາ​ອ້ອມຕົວ​ຂ້າພະເຈົ້າ.


ແລ້ວ​ອານາເນຍ​ກໍ​ໄປ ແລະ​ເຂົ້າ​ໃນ​ເຮືອນ​ນັ້ນ​ວາງ​ມື​ໃສ່​ໂຊໂລ ແລ້ວ​ກ່າວ​ວ່າ, “ອ້າຍ​ໂຊໂລ​ເອີຍ, ອົງ​ພຣະເຢຊູເຈົ້າ ຜູ້​ໄດ້​ຊົງ​ປາກົດ​ແກ່​ເຈົ້າ​ຕາມ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ຊົງ​ໃຊ້​ເຮົາ​ມາ​ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ​ອີກ ແລະ​ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.”


ຕໍ່ມາ ບາຣະນາບາ​ກໍ​ຊ່ວຍ​ໂຊໂລ​ໃຫ້​ໄດ້​ເຂົ້າ​ຮ່ວມ​ນຳ​ພວກ​ອັກຄະສາວົກ ເພິ່ນ​ໄດ້​ອະທິບາຍ​ສູ່​ພວກ​ອັກຄະສາວົກ​ຟັງ​ວ່າ ໂຊໂລ​ໄດ້​ເຫັນ​ອົງພຣະ​ຜູ້​ເປັນເຈົ້າ ໃນ​ກາງ​ທາງ​ຢ່າງ​ໃດ ແລະ​ພຣະອົງ​ໄດ້​ກ່າວ​ແກ່​ໂຊໂລ​ຢ່າງ​ໃດ ໂຊໂລ​ໄດ້​ເທດສະໜາ​ປະກາດ​ອອກ​ພຣະນາມ​ພຣະເຢຊູເຈົ້າ ດ້ວຍ​ໃຈ​ກ້າຫານ​ຢູ່​ໃນ​ເມືອງ​ດາມັສກັດ​ຢ່າງ​ໃດ​ດ້ວຍ.


ໃນ​ທີ່ສຸດ ພຣະອົງ​ໄດ້​ປາກົດ​ແກ່​ເຮົາ ຜູ້​ເປັນ​ເໝືອນ​ລູກ​ທີ່​ເກີດ​ຜິດ​ຍາມ.


ເຮົາ​ບໍ່ມີ​ເສລີພາບ​ບໍ? ເຮົາ​ບໍ່ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່ໄດ້​ເຫັນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ແລະ​ພວກເຈົ້າ​ບໍ່ແມ່ນ​ຜົນງານ​ຂອງເຮົາ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ບໍ?


ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ອະມະຕະ ແລະ​ຊົງ​ສະຖິດ​ຢູ່​ໃນ​ຄວາມ​ສະຫວ່າງ ຊຶ່ງ​ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ເຂົ້າ​ໄປ​ເຖິງ ເປັນ​ອົງ​ທີ່​ມະນຸດ​ບໍ່ໄດ້​ເຫັນ​ຈັກເທື່ອ ແລະ​ບໍ່​ສາມາດ​ເຫັນ​ໄດ້ ພຣະ​ກຽດ​ແລະ​ຣິດທານຸພາບ​ອັນ​ຖາວອນ ຈົ່ງ​ມີ​ແກ່​ພຣະອົງ​ນັ້ນ ອາແມນ.


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka