ກິດຈະການ 9:11 - ພຣະຄຳພີສັກສິ11 ອົງພຣະຜູ້ເປັນເຈົ້າກ່າວແກ່ລາວວ່າ, “ຈົ່ງລຸກຂຶ້ນ ແລະໄປສູ່ຖະໜົນທີ່ເອີ້ນວ່າ ສາຍຊື່ ແລ້ວຈົ່ງຖາມຫາຊາຍຄົນໜຶ່ງທີ່ເຮືອນຂອງຢູດາຊື່ວ່າ ໂຊໂລ, ຊາວເມືອງຕາໂຊ ລາວກຳລັງພາວັນນາອະທິຖານຢູ່ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ອົງພຣະຜູ້ເປັນເຈົ້າບອກລາວວ່າ, “ຈົ່ງໄປທີ່ເຮືອນຂອງຢູດາທີ່ຢູ່ເທິງຖະໜົນຊື່ ແລະ ໃຫ້ຖາມຫາຊາຍຄົນໜຶ່ງທີ່ຊື່ວ່າໂຊໂລຜູ້ທີ່ມາຈາກເມືອງຕາໂຊ, ເພາະລາວກຳລັງອະທິຖານຢູ່, Uka jalj uñjjattʼäta |
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.
“ຂ້າພະເຈົ້າເປັນຄົນຢິວເກີດທີ່ເມືອງຕາໂຊ ໃນແຂວງກີລີເກຍ, ແຕ່ຂ້າພະເຈົ້າໄດ້ໃຫຍ່ຂຶ້ນຢູ່ທີ່ນະຄອນເຢຣູຊາເລັມນີ້ເອງ ແລະເຄີຍເປັນລູກສິດຂອງອາຈານຄາມາລິເອັນ ຜູ້ທີ່ໄດ້ສັ່ງສອນຂ້າພະເຈົ້າ ໃຫ້ຮູ້ກົດບັນຍັດຂອງບັນພະບຸລຸດຂອງພວກເຮົາຢ່າງເຄັ່ງຄັດ, ເຄີຍຮ້ອນຮົນໃນການອຸທິດຕົວແກ່ພຣະເຈົ້າ ເໝືອນທ່ານທຸກຄົນໃນວັນນີ້.