Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:10 - ພຣະຄຳພີສັກສິ

10 ຢູ່​ໃນ​ເມືອງ​ດາມັສກັດ​ນີ້ ຍັງ​ມີ​ຜູ້​ທີ່​ເຊື່ອ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ລາວ​ທາງ​ນິມິດ​ວ່າ, “ອານາເນຍ​ເອີຍ.” ລາວ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂ້ານ້ອຍ​ຢູ່​ທີ່​ນີ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.

Uka jalj uñjjattʼäta Copia luraña




ກິດຈະການ 9:10
23 Jak'a apnaqawi uñst'ayäwi  

ຢູ່​ໃນ​ທີ່ນັ້ນ ອັບຣາມ​ໄດ້​ແຍກ​ກຳລັງ​ອອກ​ເປັນ​ສອງ​ໝວດ; ແລ້ວ​ເພິ່ນ​ກໍ​ບຸກໂຈມຕີ​ສັດຕູ​ໃນ​ເວລາ​ກາງຄືນ ແລະ​ເອົາ​ຊະນະ​ພວກເຂົາ. ຄົນ​ຂອງ​ອັບຣາມ​ຍັງ​ໄດ້​ໄລ່​ຕິດຕາມ​ພວກເຂົາ​ໄປ​ຈົນເຖິງ​ເມືອງ​ໂຮບາ ທາງ​ທິດເໜືອ​ຂອງ​ເມືອງ​ດາມັສກັດ,


ຕໍ່ມາ ພຣະເຈົ້າ​ໄດ້​ລອງໃຈ​ອັບຣາຮາມ; ພຣະອົງ​ເອີ້ນ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ” ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ເທວະດາ​ຂອງ​ພຣະເຈົ້າ​ໄດ້​ກ່າວ​ແກ່​ອ້າຍ​ທາງ​ຄວາມຝັນ​ວ່າ, ‘ຢາໂຄບ​ເອີຍ’ ອ້າຍ​ຕອບ​ວ່າ, ‘ຂ້ານ້ອຍ​ຢູ່​ທີ່​ນີ້.’


ແຕ່​ຖ້າ​ພຣະອົງ​ບໍ່​ພໍໃຈ​ນຳ​ເຮົາ ກໍ​ຂໍ​ໃຫ້​ພຣະອົງ​ເຮັດ​ຕໍ່​ເຮົາ​ຕາມ​ທີ່​ພຣະອົງ​ຕ້ອງການ​ເຖີດ.”


ເມື່ອ​ພຣະເຈົ້າຢາເວ​ເຫັນ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້, ພຣະອົງ​ຈຶ່ງ​ກ່າວ​ອອກ​ມາ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ ໂມເຊ​ເອີຍ.” ໂມເຊ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ເຮົາ​ຈະ​ໃຊ້​ຜູ້ໃດ​ໄປ? ຜູ້ໃດ​ຈະ​ເປັນ​ຜູ້ນຳ​ຖ້ອຍຄຳ​ຂອງເຮົາ​ໄປ​ກ່າວ​ຕາງ​ເຮົາ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້ ໂຜດ​ໃຊ້​ຂ້ານ້ອຍ​ໄປ​ເຖີດ.”


ແລ້ວ​ໃນ​ຄືນນັ້ນ ພຣະເຈົ້າ​ກໍໄດ້​ເຜີຍ​ເລື່ອງ​ເລິກລັບ​ໃຫ້​ດານີເອນ​ຮູ້​ທາງ​ນິມິດ ແລະ​ລາວ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ສະຫວັນ​ວ່າ,


ແລະ​ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ບັດນີ້ ຈົ່ງ​ຟັງ​ເຮົາ​ກ່າວ​ໃຫ້​ດີ ເມື່ອ​ມີ​ຜູ້ທຳນວາຍ​ໃນ​ທ່າມກາງ​ພວກເຈົ້າ ເຮົາ​ໄດ້​ປາກົດ​ເຮົາ​ເອງ​ໃຫ້​ແກ່​ພວກເຂົາ​ເຫັນ​ທາງ​ນິມິດ ແລະ​ກ່າວ​ແກ່​ພວກເຂົາ​ທາງ​ຄວາມຝັນ.


ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”


“ຂະນະທີ່​ຂ້າພະເຈົ້າ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ໃນ​ເມືອງ​ຢົບປາ ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ, ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ໜຶ່ງ ກຳລັງ​ລົງ​ມາ​ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ ຢ່ອນ​ລົງ​ມາ​ໃກ້​ເຖິງ​ຂ້າພະເຈົ້າ.


ເປໂຕ​ກໍໄດ້​ຕາມ​ອອກ​ໄປ​ໂດຍ​ບໍ່​ຮູ້​ວ່າ ການ​ທີ່​ເທວະດາ​ເຮັດ​ນີ້​ເປັນ​ຄວາມຈິງ​ຫລື​ບໍ່, ແຕ່​ເປໂຕ​ຄິດ​ວ່າ​ຕົນ​ກຳລັງ​ເຫັນ​ນິມິດ.


ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.


ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”


ມີ​ຄືນ​ໜຶ່ງ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຢ່າ​ສູ່​ຢ້ານ​ຄົນ​ເຫຼົ່ານີ້ ແຕ່​ຈົ່ງ​ກ່າວ​ແກ່​ພວກເຂົາ​ຕໍ່ໄປ​ບໍ່​ຕ້ອງ​ຢຸດ


‘ພຣະເຈົ້າ​ຊົງ​ກ່າວ​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ເຮົາ​ຈະ​ຖອກ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ໃສ່​ມະນຸດ​ທັງປວງ. ລູກຊາຍ ແລະ ລູກ​ຍິງ​ຂອງ​ພວກເຈົ້າ ຈະ​ທຳນວາຍ ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ ນິມິດ ແລະ​ພວກ​ຊາຍເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.


ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ເພິ່ນ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ ແລະ​ຢຶດຖື​ຕາມ​ກົດບັນຍັດ​ຂອງ​ພວກເຮົາ, ເພິ່ນ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມນັບຖື​ຢ່າງ​ສູງ ຈາກ​ຊາວ​ຢິວ​ທຸກຄົນ​ຢູ່​ໃນ​ເມືອງ​ນີ້,


ແລະ​ລາວ​ໄດ້​ເຫັນ​ໃນ​ນິມິດ​ນັ້ນ​ວ່າ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ໄດ້​ເຂົ້າ​ມາ​ວາງ​ມື​ໃສ່ ເພື່ອ​ໃຫ້​ລາວ​ໄດ້​ເຫັນ​ຮຸ່ງ​ອີກ.”


ເປັນ​ເວລາ​ສາມ​ວັນ ທີ່​ໂຊໂລ​ບໍ່​ສາມາດ​ເຫັນ​ຮຸ່ງ​ໄດ້ ແລະ​ທັງ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ.


ເມື່ອ​ເຮົາ​ຢູ່​ໃນ​ນະຄອນ​ດາມັສກັດ ຜູ້​ວ່າ​ຣາຊການ​ເມືອງ​ຂອງ​ກະສັດ​ອາເຣຕາ ໄດ້​ໃຫ້​ທະຫານ​ເຝົ້າຍາມ​ເມືອງ​ໄວ້, ເພື່ອ​ຈະ​ຈັບ​ຕົວ​ເຮົາ.


ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ.


ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ. ລາວ​ຂານ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka