Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:7 - ພຣະຄຳພີສັກສິ

7 ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ ແລະ​ອອກ​ມາ​ຈາກ​ຄົນ​ເຫຼົ່ານັ້ນ ແລະ​ຄົນ​ທີ່​ເປັນ​ເປ້ຍ ແລະ​ຂາ​ເສັ້ງ​ຫລາຍ​ຄົນ ກໍໄດ້​ດີ​ເປັນ​ປົກກະຕິ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ວິນຍານສົກກະປົກ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ ແລ້ວ​ອອກ​ມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ຄົນ​ທີ່​ເປັນ​ເປ້ຍ ແລະ ຂາເສັ້ງ​ຫລາຍ​ຄົນ​ກໍ​ຫາຍດີ​ເປັນ​ປົກກະຕິ.

Uka jalj uñjjattʼäta Copia luraña




ກິດຈະການ 8:7
16 Jak'a apnaqawi uñst'ayäwi  

ຄົນ​ຂາ​ພິການ​ຈະ​ກະໂດດ​ເຕັ້ນ​ຟ້ອນລຳ​ທຳເພງ ຜູ້​ປາກ​ບໍ່​ເປັນ​ກໍ​ຈະ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ. ແມ່ນໍ້າ​ສາຍ​ຕ່າງໆ​ຈະ​ໄຫລຫລັ່ງ​ຜ່ານ​ເຂົ້າ​ໄປ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ບ່ອນ​ທີ່​ມີ​ພື້ນດິນ​ແຫ້ງແລ້ງ;


ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ​ພ້ອມ​ກັນ​ແລ້ວ, ພຣະອົງ​ໃຫ້​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີຊົ່ວຮ້າຍ​ອອກ ແລະ​ເພື່ອ​ໃຫ້​ພະຍາດໂຣຄາ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກຢ່າງ​ດີ​ໄດ້.


ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


ຜີຮ້າຍ​ນັ້ນ​ຮ້ອງ​ແຜດ​ສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ຈົນ​ເຕັມ​ກຳລັງ​ແລ້ວ​ກໍ​ອອກ​ໜີໄປ ເດັກ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ເວົ້າ​ອອກ​ມາ​ວ່າ, “ມັນ​ຕາຍ​ແລ້ວ.”


ຕໍ່ມາ ພວກ​ເຈັດສິບສອງ ຄົນ​ນັ້ນ​ກໍ​ກັບຄືນ​ມາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ທີ່ສຸດ ພວກເຂົາ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ແມ່ນແຕ່​ບັນດາ​ຜີມານຮ້າຍ ກໍ​ເຊື່ອຟັງ​ພວກ​ຂ້ານ້ອຍ ເມື່ອ​ພວກ​ຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງທ່ານ.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກ​ທີ່​ເຊື່ອ​ໃນ​ເຮົາ ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ​ພວກເຂົາ​ຈະ​ເຮັດ​ການ​ໃຫຍ່​ກວ່າ​ອີກ ເພາະວ່າ​ຝ່າຍ​ເຮົາ​ໄປ​ເຖິງ​ພຣະບິດາເຈົ້າ.


ປະຊາຊົນ​ໄດ້​ຫລັ່ງໄຫລ​ກັນ​ອອກ​ມາ​ຈາກ​ເມືອງ​ຕ່າງໆ ທີ່​ຢູ່​ອ້ອມແອ້ມ​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ນຳ​ຄົນ​ເຈັບໄຂ້​ໄດ້ປ່ວຍ ແລະ​ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ມາ​ຫາ ແລະ​ທຸກຄົນ​ຕ່າງ​ກໍໄດ້​ຮັບ​ການ​ຊົງ​ໂຜດ​ໃຫ້​ຫາຍ​ດີ.


ປະຊາຊົນ​ໄດ້​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ຟີລິບ ເມື່ອ​ພວກເຂົາ​ໄດ້ຍິນ​ເພິ່ນ​ປະກາດ ແລະ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ເພິ່ນ​ໄດ້​ເຮັດ.


ພຣະເຈົ້າ​ກໍ​ຍັງ​ຊົງ​ເປັນ​ພະຍານ​ຮ່ວມ​ກັນ​ກັບ​ພວກເຂົາ ໂດຍ​ຊົງ​ສຳແດງ​ໝາຍສຳຄັນ, ການ​ອັດສະຈັນ, ການ​ອິດທິຣິດ​ຕ່າງໆ ແລະ​ໂດຍ​ຂອງ​ປະທານ​ຈາກ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ຊົງ​ປະທານ​ຕາມ​ນໍ້າພຣະໄທ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka