Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:5 - ພຣະຄຳພີສັກສິ

5 ຝ່າຍ​ຟີລິບ​ໄດ້​ໄປ​ທີ່​ເມືອງ​ໃຫຍ່ ໃນ​ແຂວງ​ຊາມາເຣຍ ແລະ​ປະກາດ​ເລື່ອງ​ພຣະຄຣິດ​ໃນ​ທີ່ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ສ່ວນ​ຟີລິບ​ໄດ້​ລົງ​ໄປ​ທີ່​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ ແລະ ປະກາດ​ເລື່ອງ​ພຣະຄຣິດເຈົ້າ​ໃນ​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 8:5
18 Jak'a apnaqawi uñst'ayäwi  

ແຕ່​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ພຣະຣາຊທານ​ຣິດເດດ ເມື່ອ​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ສະເດັດ​ມາ​ເທິງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ ໃນ​ນະຄອນ​ເຢຣູຊາເລັມ ຕະຫລອດ​ທົ່ວ​ແຂວງ​ຢູດາຍ ກັບ​ແຂວງ​ຊາມາເຣຍ ແລະ​ຈົນເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.


ແລະ​ທຸກໆ​ວັນ​ໃນ​ບໍລິເວນ​ພຣະວິຫານ ແລະ​ທີ່​ເຮືອນ​ຂອງ​ປະຊາຊົນ ພວກ​ອັກຄະສາວົກ​ໄດ້​ສືບຕໍ່​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ​ບໍ່ໄດ້​ຂາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ.


ຄົນ​ທີ່​ເຊື່ອ​ທັງໝົດ​ພໍໃຈ ເຫັນ​ດີ​ນຳ​ການ​ສະເໜີ​ຂອງ​ພວກ​ອັກຄະສາວົກ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ ຜູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ​ພຣະວິນຍານ​ບໍຣິສຸດ ແລະ ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຊາວ​ເມືອງ​ອັນຕີໂອເຂຍ ທີ່​ເຂົ້າ​ສາສະໜາ​ຢິວ.


ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.


ແລ້ວ​ເທວະດາ​ຕົນ​ໜຶ່ງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຕຽມຕົວ​ໃຫ້​ພ້ອມ ແລະ​ໄປ​ທາງ​ທິດ​ໃຕ້ ຕາມ​ທາງ​ແຕ່​ນະຄອນ​ເຢຣູຊາເລັມ​ລົງ​ໄປ​ສູ່​ກາຊາ.” (ຫົນທາງ​ນີ້​ຄົນ​ບໍ່​ທຽວ​ກັນ​ແລ້ວ.)


ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້ ແລະ​ໄດ້ຍິນ​ເພິ່ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່ ຟີລິບ​ຈຶ່ງ​ຖາມ​ເພິ່ນ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?”


ແຕ່​ມີ​ຄົນ​ໄດ້​ເຫັນ​ຟີລິບ​ຢູ່​ໃນ​ເມືອງ​ອາໂຊໂຕ ແລະ​ຂະນະທີ່​ເພິ່ນ​ຜ່ານ​ເມືອງ​ທັງຫລາຍ​ໄປ​ນັ້ນ ເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.


ປະຊາຊົນ​ໄດ້​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ຟີລິບ ເມື່ອ​ພວກເຂົາ​ໄດ້ຍິນ​ເພິ່ນ​ປະກາດ ແລະ​ໄດ້​ເຫັນ​ການ​ອັດສະຈັນ​ທີ່​ເພິ່ນ​ໄດ້​ເຮັດ.


ແລ້ວ​ເພິ່ນ​ກໍໄດ້​ໄປ​ທີ່​ທຳມະສາລາ ແລະ​ເລີ່ມຕົ້ນ​ເທດສະໜາ​ປະກາດ​ວ່າ ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


ດ້ວຍວ່າ, ຂະນະທີ່​ເຮົາ​ໄດ້​ຢູ່​ນຳ​ພວກເຈົ້າ​ນັ້ນ ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຈະ​ບໍ່​ສັ່ງສອນ​ເລື່ອງ​ໃດ​ເລີຍ ເວັ້ນໄວ້​ແຕ່​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ສະເພາະ​ຄວາມ​ຕາຍ​ຂອງ​ພຣະອົງ​ທີ່​ໄມ້ກາງແຂນ.


ດ້ວຍວ່າ, ຜູ້ໃດ​ຈະ​ວາງ​ຮາກ​ອື່ນ​ອີກ​ບໍ່ໄດ້ ນອກຈາກ​ຮາກ​ທີ່​ວາງ​ໄວ້​ແລ້ວ​ນັ້ນ ຄື​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka