Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:4 - ພຣະຄຳພີສັກສິ

4 ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ຕ່າງ​ກໍໄດ້​ປະກາດ​ຂ່າວປະເສີດ​ຕາມ​ບ່ອນ​ຕ່າງໆ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 8:4
8 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ຕາມ​ທີ່​ພວກເຂົາ ຜູ້​ໄດ້​ເຫັນ​ດ້ວຍ​ຕາ​ຕົນເອງ​ຕັ້ງແຕ່​ຕົ້ນ ແລະ​ເປັນ​ຜູ້​ປະກາດ​ຖ້ອຍຄຳ​ນັ້ນ ຈຶ່ງ​ໄດ້​ສົ່ງ​ສືບ​ຕໍ່ມາ​ໃຫ້​ພວກເຮົາ​ຮູ້.


ຝ່າຍ​ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ເນື່ອງ​ຈາກ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ໜີໄປ​ທີ່​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ໂດຍ​ປະກາດ​ພຣະທຳ​ໃຫ້​ແຕ່​ຊາວ​ຢິວ​ເທົ່ານັ້ນ.


ຝ່າຍ​ໂປໂລ​ກັບ​ບາຣະນາບາ ກໍ​ຢູ່​ໃນ​ເມືອງ​ອັນຕີໂອເຂຍ​ຊົ່ວ​ໄລຍະ​ໜຶ່ງ, ທ່ານ​ທັງສອງ​ພ້ອມ​ກັບ​ຄົນອື່ນໆ​ໄດ້​ຮ່ວມກັນ​ສັ່ງສອນ ແລະ​ປະກາດ​ຂ່າວປະເສີດ ຄື​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.


ເມື່ອ​ພວກເຂົາ​ໄດ້​ຮັບ​ເຊື່ອ​ໃນ​ຖ້ອຍຄຳ​ຂອງ​ຟີລິບ ທີ່​ໄດ້​ປະກາດ​ກ່ຽວກັບ​ຂ່າວປະເສີດ​ແຫ່ງ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພວກເຂົາ​ກໍໄດ້​ຮັບ​ບັບຕິສະມາ​ທັງ​ຊາຍ​ແລະ​ຍິງ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka