Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:3 - ພຣະຄຳພີສັກສິ

3 ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.

Uka jalj uñjjattʼäta Copia luraña




ກິດຈະການ 8:3
13 Jak'a apnaqawi uñst'ayäwi  

ເມື່ອ​ພວກ​ນາຍ​ຂອງ​ຍິງ​ນີ້​ເຫັນ​ວ່າ ພວກ​ຕົນ​ໝົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ໂດຍ​ວິທີ​ນີ້​ແລ້ວ ພວກເຂົາ​ກໍ​ຈັບ​ໂປໂລ​ກັບ​ຊີລາ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ຫາ​ຜູ້ປົກຄອງ​ໃນ​ທີ່​ຊຸມນຸມ.


ຂ້າພະເຈົ້າ​ຕອບ​ວ່າ, ‘ພຣະອົງເຈົ້າ​ເອີຍ ຄົນ​ເຫຼົ່ານັ້ນ​ຮູ້​ດີ​ວ່າ ຂ້ານ້ອຍ​ເຄີຍ​ໄປ​ທີ່​ທຳມະສາລາ ຈັບ​ເອົາ​ບັນດາ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ ແລະ​ຂ້ຽນຕີ​ພວກເຂົາ.


ພວກເຂົາ​ຊຸກ​ຊະເຕຟາໂນ​ອອກ​ໄປ​ນອກ​ເມືອງ ແລະ​ແກວ່ງ​ກ້ອນຫີນ​ໃສ່ ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ ໄດ້​ແກ້​ເສື້ອ​ຊັ້ນນອກ​ຂອງຕົນ​ອອກ ໄວ້​ໃກ້​ຕີນ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ໂຊໂລ.


ຜູ້​ທີ່​ຢຳເກງ​ພຣະເຈົ້າ​ບາງຄົນ ໄດ້​ນຳ​ເອົາ​ຊາກສົບ​ຂອງ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ຮ້ອງໄຫ້​ໄວ້ທຸກ​ຢ່າງ​ໃຫຍ່​ໃຫ້​ລາວ.


ເມື່ອ​ຄົນ​ທັງຫລາຍ​ໄດ້ຍິນ​ໂຊໂລ​ກ່າວ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ວ່າ, “ບໍ່ແມ່ນ​ຄົນ​ນີ້​ບໍ ທີ່​ຂ້າ​ຄົນ​ຜູ້​ທີ່​ຮ້ອງ​ອອກ​ນາມຊື່​ພຣະເຢຊູເຈົ້າ ທີ່​ນະຄອນ​ເຢຣູຊາເລັມ? ລາວ​ມາ​ທີ່​ນີ້ ມີ​ເປົ້າໝາຍ​ເພື່ອ​ຈັບກຸມ​ຄົນ​ເຫຼົ່ານັ້ນ ແລະ​ນຳ​ກັບຄືນ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ ບໍ່ແມ່ນ​ບໍ?”


ດ້ວຍວ່າ, ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ ໃນ​ບັນດາ​ອັກຄະສາວົກ​ທຸກຄົນ ເຮົາ​ຈຶ່ງ​ບໍ່​ສົມຄວນ​ໃຫ້​ຄົນ​ເອີ້ນ​ເຮົາ​ວ່າ, ອັກຄະສາວົກ ເພາະ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ເພາະວ່າ ເຈົ້າ​ທັງຫລາຍ​ໄດ້ຍິນ​ເຖິງ​ຊີວິດ​ເບື້ອງ​ຫລັງ​ຂອງເຮົາ ເມື່ອ​ເຮົາ​ຍັງ​ຢູ່​ໃນ​ລັດທິ​ຢິວ​ນັ້ນ​ວ່າ ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮ້າຍແຮງ​ເຫລືອເກີນ ແລະ​ທຳຮ້າຍ​ຕໍ່​ຄຣິສຕະຈັກ​ນັ້ນ.


ໃນ​ດ້ານ​ໃຈ​ຮ້ອນຮົນ, ເຮົາ​ກໍໄດ້​ຂົ່ມເຫັງ​ຄຣິສຕະຈັກ ໃນ​ດ້ານ​ຄວາມ​ຊອບທຳ ຊຶ່ງ​ມີ​ຢູ່​ໂດຍ​ກົດບັນຍັດ ເຮົາ​ກໍ​ບໍ່ມີ​ທີ່​ຕິຕຽນ​ໄດ້.


ເຖິງ​ແມ່ນ​ວ່າ​ເມື່ອ​ກ່ອນ​ນັ້ນ ເຮົາ​ໄດ້​ເປັນ​ຄົນ​ຫຍາບຊ້າ ຂົ່ມເຫັງ ແລະ​ໝິ່ນປະໝາດ​ພຣະອົງ ແຕ່​ເຮົາ​ກໍ​ຍັງ​ໄດ້​ຮັບ​ພຣະ​ກະລຸນາ ເພາະວ່າ​ທີ່​ເຮົາ​ໄດ້​ເຮັດ​ຢ່າງ​ນັ້ນ ກໍ​ດ້ວຍ​ຄວາມ​ບໍ່​ຮູ້​ແລະ​ດ້ວຍ​ຄວາມ​ບໍ່​ເຊື່ອ.


ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka