Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:2 - ພຣະຄຳພີສັກສິ

2 ຜູ້​ທີ່​ຢຳເກງ​ພຣະເຈົ້າ​ບາງຄົນ ໄດ້​ນຳ​ເອົາ​ຊາກສົບ​ຂອງ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ຮ້ອງໄຫ້​ໄວ້ທຸກ​ຢ່າງ​ໃຫຍ່​ໃຫ້​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ.

Uka jalj uñjjattʼäta Copia luraña




ກິດຈະການ 8:2
19 Jak'a apnaqawi uñst'ayäwi  

ນາງ​ໄດ້​ເສຍ​ຊີວິດ​ທີ່​ເຮັບໂຣນ​ໃນ​ແຜ່ນດິນ​ການາອານ ແລະ​ອັບຣາຮາມ​ໄດ້​ໄວ້ທຸກ​ໃຫ້​ນາງ.


ນອກຈາກນີ້ ຍັງ​ມີ​ລົດມ້າ​ກັບ​ທະຫານ​ມ້າ​ຕິດຕາມ​ເພິ່ນ​ໄປ​ເປັນ​ຂະບວນ​ແຫ່​ຢ່າງ​ຍືດຍາວ.


ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ໂຢອາບ ແລະ​ຄອບຄົວ​ຂອງຕົນ ຈີກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ ແລະ​ໃສ່​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ​ໃຫ້​ອັບເນ. ໃນ​ພິທີ​ສົ່ງສະການ ກະສັດ​ດາວິດ​ໄດ້​ຍ່າງ​ຕາມຫລັງ​ຫີບ​ສົບ​ຂອງ​ອັບເນ.


ເຮເຊກີຢາ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ສ່ວນ​ເທິງ​ຂອງ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ແລະ​ຊາວ​ເຢຣູຊາເລັມ​ໄດ້​ເທີດທູນ​ໃຫ້ກຽດ​ເພິ່ນ​ຢ່າງສູງ​ເມື່ອ​ເພິ່ນ​ຕາຍໄປ. ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.


ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ປະພັນ​ບົດເພງ​ໄວ້​ອາໄລ​ອາວອນ​ສຳລັບ​ກະສັດ​ໂຢສີຢາ. ຕໍ່ມາ ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ທີ່​ທັງ​ຊາຍ​ແລະ​ຍິງ​ຈະ​ໃຊ້​ເພງ​ນີ້ ເມື່ອ​ພວກຕົນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ. ເພງ​ນີ້​ມີ​ຢູ່​ໃນ​ຊຸດ​ຂອງ​ເພງ​ອາໄລ​ອາວອນ.


ປະຊາຊົນ​ຢູດາ​ເອີຍ ຢ່າ​ຮ້ອງໄຫ້​ໃຫ້​ກະສັດ​ໂຢສີຢາ ຢ່າ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງເພິ່ນ​ເລີຍ​ເທາະ ແຕ່​ຈົ່ງ​ຮ້ອງໄຫ້ ແລະ​ອາໄລ​ອາວອນ ໃຫ້​ແກ່​ໂຢອາຮາດ​ລູກຊາຍ​ຂອງ​ເພິ່ນ​ນັ້ນ; ພວກເຂົາ​ໄດ້​ຈັບ​ລາວ​ໄປ​ໂດຍ​ບໍ່​ຫັນ​ກັບຄືນ​ມາ ທັງ​ບໍ່ໄດ້​ເຫັນ​ດິນແດນ​ທີ່​ຕົນ​ໄດ້​ເກີດ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ເຖິງ​ເຈົ້າ​ເຢໂຮຍອາກິມ​ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ, “ບໍ່ມີ​ຜູ້ໃດ​ຈະ​ໄວ້ທຸກ​ໃຫ້​ແກ່​ການຕາຍ​ຂອງ​ລາວ ຫລື​ເວົ້າ​ວ່າ, ‘ເພື່ອນ​ເອີຍ ເປັນ​ຕາຢ້ານ​ແທ້ໆ’ ບໍ່ມີ​ຜູ້ໃດ​ຈະ​ຮ້ອງໄຫ້​ໃຫ້​ແກ່​ລາວ​ເລີຍ​ວ່າ ‘ນາຍເຈົ້າເອີຍ ກະສັດ​ຂອງ​ຂ້ານ້ອຍ.’


ເມື່ອ​ຊຸມຊົນ​ທັງໝົດ​ຮູ້​ວ່າ ອາໂຣນ​ໄດ້​ຕາຍ​ແລ້ວ ຄອບຄົວ​ອິດສະຣາເອນ​ທັງໝົດ​ກໍ​ພາກັນ​ໄວ້ທຸກ​ໃຫ້​ເພິ່ນ 30 ວັນ.


ເມື່ອ​ພວກ​ສິດ​ຂອງ​ໂຢຮັນ​ຮູ້​ຂ່າວ​ນີ້ ພວກເຂົາ​ກໍ​ມາ​ເອົາ​ຊາກສົບ​ຂອງ​ເພິ່ນ ແລ້ວ​ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ.


ຂະນະ​ນັ້ນ ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ມີ​ຊາຍ​ຄົນ​ໜື່ງ​ຊື່​ວ່າ ຊີເມໂອນ ເພິ່ນ​ເປັນ​ຄົນ​ສິນທຳ ຢຳເກງ​ພຣະເຈົ້າ ແລະ​ໄດ້​ຄອຍຖ້າ​ຜູ້​ທີ່​ມາ​ໂຜດ​ຊ່ວຍ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ, ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ


ໂກເນລີໂອ​ເປັນ​ຜູ້​ຖື​ສາສະໜາ​ຢ່າງ​ຖືກຕ້ອງ ແລະ​ທຸກຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ ຕ່າງ​ກໍ​ຢຳເກງ​ພຣະເຈົ້າ ເພິ່ນ​ເຄີຍ​ໃຫ້​ທານ​ຢ່າງ​ຫລວງຫລາຍ ເພື່ອ​ຊ່ວຍ​ຜູ້​ຍາກຈົນ ແລະ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ຢ່າງ​ສະໝໍ່າ​ສະເໝີ​ບໍ່ໄດ້​ຂາດ.


ຂະນະ​ນັ້ນ ນະຄອນ​ເຢຣູຊາເລັມ​ມີ​ຊາວ​ຢິວ ຈາກ​ທຸກໆ​ປະເທດ​ໃນ​ໂລກ​ມາ​ພັກ​ອາໄສ​ຢູ່ ແລະ​ຊາວ​ຢິວ​ເຫຼົ່ານີ້​ເປັນ​ຄົນ​ຢຳເກງ​ພຣະເຈົ້າ.


ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.


ສ່ວນ​ໂຊໂລ​ນັ້ນ​ໄດ້​ພະຍາຍາມ​ທຳລາຍ​ຄຣິສຕະຈັກ​ຢ່າງ​ຮຸນແຮງ ໂດຍ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ ລາກ​ເອົາ​ບາງຄົນ​ທີ່​ເຊື່ອ​ທັງ​ຊາຍ​ທັງ​ຍິງ​ອອກ​ມາ ແລະ​ນຳ​ໄປ​ຂັງ​ໄວ້​ໃນ​ຄຸກ.


ປະຊາຊົນ​ອິດສະຣາເອນ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ​ເປັນ​ເວລາ 30 ວັນ ຢູ່​ໃນ​ທົ່ງພຽງ​ຂອງ​ໂມອາບ.


ມາບັດນີ້ ຊາມູເອນ​ກໍໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ທັງໝົດ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ ແລະ​ຝັງ​ຊາກສົບ​ຂອງ​ເພິ່ນ​ໄວ້​ທີ່​ຣາມາ ບ້ານ​ເມືອງ​ຂອງ​ເພິ່ນ​ເອງ. ໃນ​ສະໄໝ​ນັ້ນ ກະສັດ​ໂຊນ​ໄດ້​ຂັບໄລ່​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ທັງຫຼາຍ​ໃຫ້​ອອກ​ໄປ​ຈາກ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka