Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:16 - ພຣະຄຳພີສັກສິ

16 ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ຜູ້ໃດ​ຈັກ​ຄົນ​ໃນ​ພວກເຂົາ ແລະ​ພວກເຂົາ​ໄດ້​ຮັບ​ບັບຕິສະມາ ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຈັກ​ຄົນ; ພວກເຂົາ​ພຽງ​ແຕ່​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 8:16
9 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ


ເພິ່ນ​ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ຮັບ​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ເຄີຍ​ໄດ້ຍິນ​ຜູ້ໃດ​ເວົ້າ​ວ່າ​ມີ​ພຣະວິນຍານ​ບໍຣິສຸດເຈົ້າ.”


ເປໂຕ​ກ່າວ​ແກ່​ພວກເຂົາ​ວ່າ, “ແຕ່ລະຄົນ​ໃນ​ພວກທ່ານ ຕ້ອງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ວ່າ​ບາບກຳ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ​ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງ​ປະທານ​ຈາກ​ພຣະເຈົ້າ ຄື​ພຣະວິນຍານ​ບໍຣິສຸດເຈົ້າ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຮົາ​ທຸກຄົນ​ໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ​ດ້ວຍ.


ເພາະວ່າ ຄົນ​ໃດ​ໃນ​ພວກເຈົ້າ​ໄດ້​ຮັບ​ບັບຕິສະມາ​ໃນ​ພຣະຄຣິດ​ແລ້ວ ຄົນ​ນັ້ນ​ກໍໄດ້​ສວມ​ຊີວິດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka