Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:11 - ພຣະຄຳພີສັກສິ

11 ດ້ວຍ​ເວດມົນ​ຄາຖາ ທີ່​ລາວ​ໄດ້​ເຮັດ​ໃຫ້​ຄົນ​ງຶດງໍ້​ອັດສະຈັນ​ໃຈ​ແຕ່​ດົນນານ​ແລ້ວ​ນັ້ນ ຈຶ່ງ​ດຶງດູດ​ຄົນ​ທັງຫລາຍ​ໃຫ້​ສົນໃຈ​ໃນ​ຕົວ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພວກເຂົາ​ໄດ້​ຕິດຕາມ​ລາວ​ເພາະ​ໄດ້​ອັດສະຈັນ​ໃຈ​ໃນ​ເວດມົນຄາຖາ​ຂອງ​ລາວ​ມາ​ແຕ່​ດົນນານ.

Uka jalj uñjjattʼäta Copia luraña




ກິດຈະການ 8:11
6 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເຮັດ​ໃຫ້​ພວກ​ໝໍດູ​ໝໍມໍ​ໂງ່ຈ້າ​ໝົດ ເຮັດ​ໃຫ້​ຜູ້​ເບິ່ງເລີກ​ເບິ່ງຍາມ​ເຫລືອອົກ​ເຫລືອໃຈ​ດ້ວຍ. ເຮົາ​ຂັດແຍ້ງ ໂຕ້ຕອບ​ຄຳເວົ້າ​ຄົມ​ຂອງ​ຄົນມີ​ປັນຍາ ແລະ​ຊີ້​ໃຫ້​ເຫັນ​ວ່າ​ປັນຍາ​ຂອງ​ພວກເຂົາ​ນັ້ນ​ໂງ່ຈ້າ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ເມື່ອ​ທ່ານ​ທັງສອງ​ເດີນທາງ​ໄປ​ຕະຫລອດ​ທົ່ວ​ທັງ​ເກາະ​ນັ້ນ ກໍ​ໄປ​ເຖິງ​ເມືອງ​ປາໂຟ ແລ້ວ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ໝໍ​ເວດມົນ​ຄາຖາ​ຊື່​ວ່າ ບາຣະ-ເຢຊູ ລາວ​ແມ່ນ​ຄົນ​ຢິວ​ທີ່​ເປັນ​ຜູ້ທຳນວາຍ​ປອມ.


ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນີ້​ຊື່​ວ່າ ຊີໂມນ ລາວ​ເປັນ​ໝໍ​ເວດມົນ​ຄາຖາ ທີ່​ເຄີຍ​ເຮັດ​ໃຫ້​ຊາວ​ຊາມາເຣຍ​ງຶດງໍ້​ອັດສະຈັນ​ໃຈ ແລະ​ອວດອ້າງ​ຕົວ​ວ່າ​ເປັນ​ຄົນ​ສຳຄັນ​ຜູ້ໜຶ່ງ.


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka