Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:10 - ພຣະຄຳພີສັກສິ

10 ດັ່ງນັ້ນ ຄົນ​ທັງຫລາຍ​ໃນ​ເມືອງ ບໍ່​ວ່າ​ຜູ້ໃຫຍ່ ຫລື​ຜູ້ນ້ອຍ ຈຶ່ງ​ໃຫ້​ຄວາມ​ສົນໃຈ​ຟັງ​ລາວ ແລະ​ເວົ້າ​ວ່າ, “ຊາຍ​ຜູ້​ນີ້​ມີ​ຣິດ​ຂອງ​ພຣະເຈົ້າ​ທີ່​ຄົນ​ເອີ້ນ​ວ່າ, ‘ມະຫິດທິຣິດ.”’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ຄົນ​ທັງໝົດ, ທັງ​ຜູ້ໃຫຍ່​ຜູ້ນ້ອຍ​ຕ່າງ​ກໍ​ສົນໃຈ​ຟັງ​ລາວ ແລະ ພາກັນ​ຍົກຍ້ອງ​ວ່າ, “ຊາຍ​ຜູ້​ນີ້​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ​ທີ່​ເອີ້ນ​ກັນ​ວ່າ​ມະຫິດທິລິດ”.

Uka jalj uñjjattʼäta Copia luraña




ກິດຈະການ 8:10
12 Jak'a apnaqawi uñst'ayäwi  

ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”


ແລ້ວ​ບັນດາ​ຜູ້ນຳ​ຝ່າຍ​ທະຫານ​ທັງໝົດ​ຮ່ວມ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ​ອາຊາຣີຢາ ລູກຊາຍ​ຂອງ​ໂຮຊາອີຢາ ກໍໄດ້​ພາ​ປະຊາຊົນ​ທຸກ​ຊົນຊັ້ນ​ມາ​ຫາ​ຂ້າພະເຈົ້າ


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ປະຊາຊົນ​ໃນ​ເມືອງ​ນີເນເວ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ. ສະນັ້ນ ພວກເຂົາ​ຈຶ່ງ​ຕັດສິນໃຈ​ໃຫ້​ທຸກຄົນ ບໍ່​ວ່າ​ຄົນ​ຊັ້ນສູງ​ຫລື​ຄົນ​ຊັ້ນຕໍ່າ ຕ້ອງ​ອົດອາຫານ ແລະ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ເພື່ອ​ສະແດງ​ວ່າ​ພວກເຂົາ​ສຳນຶກ​ຜິດ​ແລ້ວ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ການ​ທີ່​ໂປໂລ​ເຮັດ​ນັ້ນ ຕ່າງ​ກໍ​ຮ້ອງ​ຂຶ້ນ​ເປັນ​ພາສາ​ກີລີເກຍ​ວ່າ, “ພວກ​ພະ​ແປງກາຍ​ເປັນ​ມະນຸດ ລົງ​ມາ​ຫາ​ພວກເຮົາ​ແລ້ວ.”


ພວກເຂົາ​ຕ່າງ​ກໍ​ຄອຍ​ເບິ່ງ​ວ່າ ໂປໂລ​ຈະ​ໂຕ​ໃຄ່​ບວມ​ຂຶ້ນ ຫລື​ລົ້ມ​ລົງ​ຕາຍ​ໃນ​ທັນທີ​ຫລື​ບໍ່, ແຕ່​ຫລັງຈາກ​ທີ່​ຄອຍ​ເບິ່ງ​ດົນນານ ແລະ​ບໍ່​ເຫັນ​ສິ່ງໃດ​ຜິດ​ປົກກະຕິ​ເກີດຂຶ້ນ​ກັບ​ໂປໂລ ແລ້ວ​ພວກເຂົາ​ກໍ​ປ່ຽນໃຈ ແລະ​ເວົ້າ​ວ່າ, “ລາວ​ເປັນ​ພະ​ອົງໜຶ່ງ.”


ແຕ່​ສຳລັບ​ພວກ​ທີ່​ພຣະເຈົ້າ​ເອີ້ນ​ໄວ້​ແລ້ວ​ນັ້ນ ບໍ່​ວ່າ​ຄົນ​ຢິວ ຫລື​ຄົນຕ່າງຊາດ​ກໍຕາມ ເຂົາ​ຖື​ວ່າ​ພຣະຄຣິດ​ເປັນ​ຣິດອຳນາດ ແລະ​ເປັນ​ສະຕິປັນຍາ​ຂອງ​ພຣະເຈົ້າ.


ພວກເຈົ້າ​ຜູ້​ເປັນ​ຄົນ​ສະຫລາດ​ແທ້ໆ ກໍ​ຍັງ​ອົດທົນ​ຟັງ​ຄົນ​ໂງ່​ເວົ້າ​ໜໍ


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ຈະ​ມີ​ຫລາຍ​ຄົນ​ຕິດຕາມ​ການ​ຊົ່ວ ອັນ​ຕໍ່າຊ້າ​ຂອງ​ພວກເຂົາ ເນື່ອງ​ຈາກ​ຄົນ​ເຫຼົ່ານັ້ນ​ເປັນ​ເຫດ ທາງ​ຂອງ​ຄວາມຈິງ​ຈະ​ຖືກ​ປະໝາດ.


ຫົວ​ໜຶ່ງ​ໃນ​ບັນດາ​ຫົວ​ຂອງ​ສັດຮ້າຍ ເບິ່ງ​ເໝືອນ​ກັບ​ວ່າ ຖືກ​ຟັນ​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ, ແຕ່​ບາດແຜ​ອັນ​ໜ້າ​ຈະ​ຕາຍ​ນັ້ນ ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ​ແລ້ວ. ຄົນ​ທັງ​ໂລກ​ຕ່າງ​ກໍ​ປະຫລາດ​ໃຈ​ແລະ​ໄດ້​ຕິດຕາມ​ສັດຮ້າຍ​ໂຕ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka