Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:8 - ພຣະຄຳພີສັກສິ

8 ແລ້ວ​ພຣະເຈົ້າ​ກໍ​ໃຫ້​ອັບຣາຮາມ​ເຮັດ​ພິທີຕັດ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ. ດັ່ງນັ້ນ ອັບຣາຮາມ​ຜູ້​ເປັນ​ພໍ່ ຈຶ່ງ​ເຮັດ​ພິທີຕັດ​ໃຫ້​ອີຊາກ​ໃນ​ວັນ​ທີ​ແປດ ຫລັງຈາກ​ທີ່​ລາວ​ໄດ້​ເກີດ​ມາ ອີຊາກ​ໄດ້​ເຮັດ​ພິທີຕັດ​ໃຫ້​ຢາໂຄບ ແລະ​ຢາໂຄບ​ໄດ້​ເຮັດ​ພິທີຕັດ​ໃຫ້​ລູກຊາຍ​ສິບສອງ​ຄົນ​ຂອງຕົນ ຄື​ບັນພະບຸລຸດ​ແຫ່ງ​ເຊື້ອຊາດ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແລ້ວ​ພຣະອົງ​ໄດ້​ໃຫ້​ພັນທະສັນຍາ​ແຫ່ງ​ການ​ຮັບພິທີຕັດ​ແກ່​ອັບຣາຮາມ. ແລະ ຕໍ່ມາ​ອັບຣາຮາມ​ກໍ​ໄດ້​ລູກຊາຍ​ຊື່​ວ່າ​ອີຊາກ ແລະ ເພິ່ນ​ໃຫ້​ອີຊາກ​ຮັບພິທີຕັດ​ເມື່ອ​ອາຍຸ​ໄດ້​ແປດ​ມື້. ຫລັງຈາກນັ້ນ ອີຊາກ​ກໍ​ມີ​ລູກຊາຍ​ຊື່​ວ່າ​ຢາໂຄບ ແລະ ຢາໂຄບ​ເປັນ​ພໍ່​ຂອງ​ບັນພະບຸລຸດ​ທັງ​ສິບສອງ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 7:8
20 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ ຢາໂຄບ​ຮັກ​ນາງ​ເລອາ​ໜ້ອຍ​ກວ່າ​ຮັກ​ຣາເຊັນ ພຣະອົງ​ຈຶ່ງ​ເຮັດ​ໃຫ້​ນາງ​ເລອາ​ມີ​ລູກ ສ່ວນ​ນາງ​ຣາເຊັນ​ນັ້ນ​ບໍ່ມີ​ລູກ.


ນາງ​ບິນຮາ​ໄດ້​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ຢາໂຄບ.


ຢາໂຄບ​ແລະ​ຄອບຄົວ​ຂອງຕົນ​ໄດ້​ອອກ​ຈາກ​ເບັດເອນ​ໄປ ແລະ​ເມື່ອ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເອຟຣາທາ ນາງ​ຣາເຊັນ​ກໍ​ເຈັບ​ທ້ອງ​ຈະ​ອອກລູກ. ເທື່ອ​ນີ້​ນາງ​ຄອດ​ລູກ​ລຳບາກ​ຫລາຍ.


ແຕ່​ນາງ​ສິ້ນໃຈ​ຕາຍ​ຫລັງຈາກ​ຄອດ​ລູກ​ແລ້ວ. ກ່ອນ​ສິ້ນໃຈ​ຕາຍ ນາງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ຂອງຕົນ​ວ່າ ເບັນໂອນີ ແຕ່​ຢາໂຄບ​ຜູ້​ເປັນ​ພໍ່​ໃສ່​ຊື່​ໃຫ້​ໃໝ່​ວ່າ ເບັນຢາມິນ.


ອີຊາກ​ລູກຊາຍ​ຂອງ​ອັບຣາຮາມ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເອຊາວ​ແລະ​ຢາໂຄບ.


ໂມເຊ​ໄດ້​ສັ່ງ​ພວກເຈົ້າ​ໃຫ້​ເຮັດ​ພິທີຕັດ​ແກ່​ພວກ​ລູກຊາຍ​ຂອງ​ພວກເຈົ້າ (ຄຳສັ່ງ​ນັ້ນ​ບໍ່ແມ່ນ​ຂອງ​ໂມເຊ, ແຕ່​ແມ່ນ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເປັນ​ຜູ້​ເລີ່ມ​ເຮັດ) ແລະ ພວກເຈົ້າ​ໄດ້​ເຮັດ​ພິທີຕັດ​ໃຫ້​ເດັກຊາຍ​ໃນ​ວັນ​ຊະບາໂຕ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ມີ​ສິດ​ທີ່​ຈະ​ກ່າວ​ຢ່າງ​ເຊື່ອໝັ້ນ​ຕໍ່​ພວກທ່ານ ເຖິງ​ກະສັດ​ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ເພິ່ນ​ເອງ ຊຶ່ງ​ຢູ່​ທ່າມກາງ​ພວກເຮົາ​ຈົນເຖິງ​ທຸກ​ວັນນີ້.


ເລື່ອງ​ນີ້​ເກີດຂຶ້ນ​ໃນ​ເວລາ​ໃດ? ກ່ອນ​ຫລື​ຫລັງ​ທີ່​ອັບຣາຮາມ​ໄດ້​ຮັບ​ພິທີຕັດ? ເກີດຂຶ້ນ​ກ່ອນ ບໍ່ແມ່ນ​ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຂໍ​ຍົກ​ເອົາ​ເລື່ອງ​ເຫດການ​ທຳມະດາ​ມາ​ເປັນ​ຕົວຢ່າງ ເມື່ອ​ສອງ​ຄົນ​ຕົກລົງ​ກັນ​ໃນ​ເລື່ອງໃດ​ເລື່ອງໜຶ່ງ ແລະ​ເຊັນ​ສັນຍາ​ລົງ​ໄປ​ແລ້ວ ບໍ່ມີ​ຜູ້ໃດ​ຈະ​ລົ້ມເລີກ ຫລື​ເພີ່ມເຕີມ​ໄດ້​ອີກ.


ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ກົດບັນຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່ຮ້ອຍ​ສາມສິບ​ປີ ຈະ​ທຳລາຍ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ແຕ່ງຕັ້ງ​ໄວ້​ກ່ອນ​ນັ້ນ ຈະ​ຖືກ​ລຶບລ້າງ​ບໍ່ໄດ້.


ຈົ່ງ​ຄິດ​ເບິ່ງ ແມ່ນ​ວ່າ​ທ່ານ​ຜູ້​ນີ້​ໃຫຍ່​ພໍ​ພຽງ​ໃດ ທີ່​ອັບຣາຮາມ​ຜູ້​ເປັນ​ຕົ້ນ​ຕະກຸນ​ນັ້ນ ຍັງ​ໄດ້​ແບ່ງ​ໜຶ່ງສ່ວນສິບ​ຂອງ​ຊັບ​ທີ່​ໄດ້​ມາ​ຈາກ​ຊະເລີຍ​ອັນ​ດີທີ່ສຸດ​ມາ​ຖວາຍ​ແກ່​ທ່ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka