ກິດຈະການ 7:51 - ພຣະຄຳພີສັກສິ51 ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່51 “ພວກເຈົ້າເປັນຄົນຫົວແຂງ! ໃຈ ແລະ ຫູຂອງພວກເຈົ້າຍັງບໍ່ໄດ້ຮັບພິທີຕັດ. ພວກເຈົ້າກໍເປັນເໝືອນບັນພະບຸລຸດຂອງພວກເຈົ້າຄື: ພວກເຈົ້າທັງຫລາຍຕໍ່ຕ້ານພຣະວິນຍານບໍລິສຸດເຈົ້າຢູ່ສະເໝີ! Uka jalj uñjjattʼäta |
ເພິ່ນກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ ຂໍອົງພຣະຜູ້ເປັນເຈົ້າຊົງໂຜດນຳໜ້າພວກຂ້ານ້ອຍໄປເຖີດ. ປະຊາຊົນພວກນີ້ໃຈແຂງກະດ້າງດື້ດຶງຫລາຍ, ແຕ່ຂໍຊົງໂຜດຍົກຜິດຍົກບາບຂອງພວກຂ້ານ້ອຍແດ່ທ້ອນ ແລະຂໍຊົງໂຜດຮັບເອົາພວກຂ້ານ້ອຍເປັນໄພ່ພົນຂອງພຣະອົງດ້ວຍເຖີດ.”
ຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຮັກສາພັນທະສັນຍາທີ່ພວກເຈົ້າມີກັບເຮົາ ຜູ້ທີ່ເປັນພຣະເຈົ້າຢາເວຂອງພວກເຈົ້າ ແລະຈົ່ງອຸທິດຕົວພວກເຈົ້າເອງແກ່ເຮົາ. ຖ້າພວກເຈົ້າບໍ່ຍອມຟັງ ຄວາມໂກດຮ້າຍຂອງເຮົາກໍຈະລຸກໄໝ້ດັ່ງໄຟ ເພາະສິ່ງຊົ່ວຮ້າຍຕ່າງໆຊຶ່ງພວກເຈົ້າໄດ້ເຮັດນັ້ນ ໄຟຈະໄໝ້ເຜົາຜານໃຫຍ່ ແລະຈະບໍ່ມີຜູ້ໃດມອດໄດ້.”
ພວກເຂົາໄດ້ເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ໂດຍຍອມໃຫ້ຊາວຕ່າງດ້າວຜູ້ທີ່ບໍ່ໄດ້ຮັບພິທີຕັດຄືປະຊາຊົນທີ່ບໍ່ເຊື່ອຟັງເຮົານັ້ນ ເຂົ້າໄປໃນພຣະວິຫານເມື່ອພວກເຂົາກຳລັງຖວາຍໄຂມັນ ແລະເລືອດໃຫ້ແກ່ເຮົາ. ສະນັ້ນ ປະຊາຊົນຂອງເຮົາຈຶ່ງໄດ້ຝ່າຝືນພັນທະສັນຍາຂອງເຮົາ ໂດຍໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດເຫຼົ່ານັ້ນ.