Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:5 - ພຣະຄຳພີສັກສິ

5 ພຣະເຈົ້າ​ບໍ່ໄດ້​ໃຫ້​ອັບຣາຮາມ​ຮັບ​ສ່ວນ​ໃດໆ​ຂອງ​ດິນແດນ​ນີ້ ເປັນ​ກຳມະສິດ​ຂອງຕົນ ແມ່ນແຕ່​ທໍ່​ຮອຍຕີນ ແຕ່​ໃນ​ຂະນະທີ່​ເພິ່ນ​ຍັງ​ບໍ່ມີ​ລູກ ພຣະເຈົ້າ​ໄດ້​ສັນຍາ​ວ່າ ພຣະອົງ​ຈະ​ມອບ​ດິນແດນ​ໃຫ້​ເພິ່ນ​ເປັນ​ກຳມະສິດ ແລະ​ໃຫ້​ແກ່​ເຊື້ອສາຍ​ພາຍ​ຫລັງ​ເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພຣະເຈົ້າ​ບໍ່​ໄດ້​ໃຫ້​ກຳມະສິດ​ໃນ​ທີ່ດິນ​ນີ້​ແກ່​ເພິ່ນ, ແມ່ນແຕ່​ທີ່ດິນ​ເທົ່າ​ກັບ​ຮອຍ​ຕີນ​ທີ່​ເພິ່ນ​ຈະ​ຢຽບ​ໃສ່. ແຕ່​ພຣະເຈົ້າ​ຍັງ​ໄດ້​ສັນຍາ​ກັບ​ເພິ່ນ​ວ່າ ເພິ່ນ ແລະ ເຊື້ອສາຍ​ຂອງ​ເພິ່ນ​ທີ່​ມາ​ຕາມຫລັງ​ເພິ່ນ​ຈະ​ຄອບຄອງ​ດິນແດນ​ນີ້, ເຖິງ​ແມ່ນ​ວ່າ​ໃນ​ເວລາ​ນັ້ນ​ອັບຣາຮາມ​ຍັງ​ບໍ່​ມີ​ລູກ​ກໍ​ຕາມ.

Uka jalj uñjjattʼäta Copia luraña




ກິດຈະການ 7:5
22 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ດິນ​ທຸກ​ບ່ອນ​ທີ່​ເຈົ້າ​ແນມ​ເຫັນ ເຮົາ​ຈະ​ໃຫ້​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ແລະ​ມັນ​ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ​ເປັນນິດ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ແລ້ວ​ຊາຣາຍ​ກໍ​ເວົ້າ​ຕໍ່​ອັບຣາມ​ວ່າ, “ພຣະເຈົ້າຢາເວ​ບໍ່​ຍອມ​ໃຫ້​ຂ້ອຍ​ມີ​ລູກ​ແກ່​ເຈົ້າ. ເປັນຫຍັງ​ຈຶ່ງ​ບໍ່​ໄປ​ນອນ​ນຳ​ສາວ​ໃຊ້​ຂອງຂ້ອຍ? ບາງທີ​ນາງ​ຈະ​ເກີດ​ລູກ​ໃຫ້​ຂ້ອຍ​ກໍໄດ້.” ອັບຣາມ​ກໍ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຊາຣາຍ.


ເຮົາ​ຈະ​ມອບ​ດິນແດນ ທີ່​ເຈົ້າ​ອາໄສ​ຢູ່​ປັດຈຸບັນ​ໃນ​ຖານະ​ເປັນ​ຄົນ​ຕ່າງດ້າວ​ນີ້ ໃຫ້​ແກ່​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ. ດິນແດນ​ການາອານ​ທັງໝົດ ຈະ​ເປັນ​ຂອງ​ພວກເຈົ້າ​ຕະຫລອດໄປ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


“ຂ້ານ້ອຍ​ເປັນ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກທ່ານ; ສະນັ້ນ ຂໍ​ຂາຍ​ທີ່ດິນ​ບາງ​ຕອນ​ໃຫ້​ຂ້ານ້ອຍ ເພື່ອ​ຈະ​ໄດ້​ຝັງສົບ​ເມຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ.”


ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ.


ພຣະອົງ​ຮູ້​ວ່າ​ເພິ່ນ​ສັດຊື່​ຕໍ່​ພຣະອົງ ແລະ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເພິ່ນ. ຄື​ຈະ​ມອບ​ດິນແດນ​ຂອງ​ຊາວ​ການາອານ ຂອງ​ຊາວ​ຮິດຕີ​ແລະ​ຊາວ​ອາໂມ​ດ້ວຍ ຂອງ​ຊາວ​ເປຣີຊີ​ພ້ອມ​ຊາວ​ເຢບຸດ​ແດ່ ແລະ​ຂອງ​ເກີດກາຊີ​ໃຫ້​ເປັນ​ຂອງ​ພວກເພິ່ນ; ຄື​ດິນແດນ​ທີ່​ເຊື້ອສາຍ​ຂອງ​ເພິ່ນ​ຢູ່​ອາໄສ ພຣະອົງ​ຮັກສາ​ຄຳສັນຍາ​ເພາະ​ຊົງ​ສັດຊື່.


“ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ຂ້າພະເຈົ້າ​ນຳພາ​ພວກເຈົ້າ​ໄປ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ເປັນ​ກຳມະສິດ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.”


ພວກເຈົ້າ​ຈະ​ມີ​ຊີວິດ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


ແຕ່​ພວກເຈົ້າ​ບໍ່​ຕ້ອງ​ເຮັດ​ເສິກ​ຕໍ່ສູ້​ກັບ​ພວກເຂົາ ເພາະ​ເຮົາ​ຈະ​ບໍ່​ມອບ​ດິນແດນ​ຂອງ​ພວກເຂົາ​ຕອນໃດ​ຕອນໜຶ່ງ​ໃຫ້​ພວກເຈົ້າ. ເຮົາ​ໄດ້​ມອບ​ເມືອງ​ເອໂດມ​ໃຫ້​ເຊື້ອສາຍ​ຂອງ​ເອຊາວ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ຕໍ່​ລາວ​ວ່າ, “ນີ້​ແມ່ນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ວ່າ ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ພວກເຂົາ. ເຮົາ​ໃຫ້​ເຈົ້າ​ເຫັນ​ດິນແດນ​ນີ້ ແຕ່​ເຈົ້າ​ຈະ​ບໍ່ໄດ້​ເຂົ້າ​ໄປ​ໃນ​ທີ່ນັ້ນ.”


ບໍ່ແມ່ນ​ເພາະ​ພວກເຈົ້າ​ເປັນ​ຄົນ​ຊອບທຳ​ແລະ​ເຮັດ​ຖືກຕ້ອງ ທີ່​ກຳລັງ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ພວກເຂົາ. ແຕ່​ເພາະ​ພວກເຂົາ​ຊົ່ວຮ້າຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ຕໍ່ໜ້າ​ພວກເຈົ້າ, ແລະ​ເພື່ອ​ຢາກ​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າ​ຕາຍາຍ​ຂອງ​ພວກເຈົ້າ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka