Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:3 - ພຣະຄຳພີສັກສິ

3 ໂດຍ​ກ່າວ​ແກ່​ເພິ່ນ​ວ່າ, ‘ເຈົ້າ​ຈົ່ງ​ອອກ​ຈາກ​ບ້ານເກີດ​ເມືອງນອນ ແລະ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ ແລ້ວ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ໄດ້​ເຫັນ.’

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະເຈົ້າ​ກ່າວ​ວ່າ, ‘ເຈົ້າ​ຈົ່ງ​ອອກຈາກ​ບ້ານເມືອງ​ຂອງ​ເຈົ້າ ແລະ ຈາກ​ຍາດພີ່ນ້ອງ​ຂອງ​ເຈົ້າ, ແລ້ວ​ໄປ​ຍັງ​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ໄດ້​ເຫັນ’.

Uka jalj uñjjattʼäta Copia luraña




ກິດຈະການ 7:3
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ.


ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”


ດັ່ງນັ້ນ ເມື່ອ​ພຣະເຈົ້າ​ໃຫ້​ຂ້ານ້ອຍ​ອອກ​ໜີ​ຈາກ​ເຮືອນ​ຂອງ​ພໍ່ ໄປ​ສູ່​ດິນແດນ​ທີ່​ຕ່າງ​ປະເທດ; ຂ້ານ້ອຍ​ຈຶ່ງ​ເວົ້າ​ກັບ​ນາງ​ວ່າ, ‘ເຈົ້າ​ຕ້ອງ​ສັດຊື່​ຕໍ່​ຂ້ອຍ​ໂດຍ​ໃຫ້​ເວົ້າ​ກັບ​ທຸກຄົນ​ວ່າ ຂ້ອຍ​ເປັນ​ອ້າຍ​ຂອງ​ເຈົ້າ.”’


ພຣະອົງ​ຮູ້​ວ່າ​ເພິ່ນ​ສັດຊື່​ຕໍ່​ພຣະອົງ ແລະ​ໄດ້​ຕັ້ງ​ພັນທະສັນຍາ​ໄວ້​ກັບ​ເພິ່ນ. ຄື​ຈະ​ມອບ​ດິນແດນ​ຂອງ​ຊາວ​ການາອານ ຂອງ​ຊາວ​ຮິດຕີ​ແລະ​ຊາວ​ອາໂມ​ດ້ວຍ ຂອງ​ຊາວ​ເປຣີຊີ​ພ້ອມ​ຊາວ​ເຢບຸດ​ແດ່ ແລະ​ຂອງ​ເກີດກາຊີ​ໃຫ້​ເປັນ​ຂອງ​ພວກເພິ່ນ; ຄື​ດິນແດນ​ທີ່​ເຊື້ອສາຍ​ຂອງ​ເພິ່ນ​ຢູ່​ອາໄສ ພຣະອົງ​ຮັກສາ​ຄຳສັນຍາ​ເພາະ​ຊົງ​ສັດຊື່.


“ຜູ້​ທີ່​ຮັກ​ພໍ່​ແມ່​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ, ຜູ້​ທີ່​ຮັກ​ລູກຊາຍ​ຫລື​ລູກສາວ​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້ ຖ້າ​ບໍ່​ຍອມ​ສະຫລະ​ທຸກໆ​ສິ່ງ​ທີ່​ຕົນ​ມີ​ຢູ່.”


ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ ຫລັງຈາກ​ທີ່​ພໍ່​ຂອງ​ອັບຣາຮາມ​ຕາຍ​ແລ້ວ ພຣະເຈົ້າ​ກໍໄດ້​ໃຫ້​ເພິ່ນ​ຍົກຍ້າຍ​ອອກ​ຈາກ​ທີ່​ນັ້ນ​ມາ​ສູ່​ເມືອງ​ນີ້ ຄື​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ທຸກ​ວັນ​ນີ້.


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ແລ້ວ​ເຮົາ​ກໍໄດ້​ພາ​ອັບຣາຮາມ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ອອກ​ໜີ​ຈາກ​ດິນແດນ​ແມ່ນໍ້າ​ເອີຟຣັດ​ເບື້ອງ​ພຸ້ນ ແລະ​ຜ່ານ​ໄປ​ທົ່ວ​ດິນແດນ​ການາອານ. ເຮົາ​ໄດ້​ໃຫ້​ລາວ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka